ພະຍຸລະດູໜາວກຳລັງພັດຖະລົ່ມລັດໃນ ພາກກາງຫາເຂດແອັດແລນຕິກ ຫຼື Mid-Atlantic ໃນວັນອັງຄານມື້ນີ້. ໂດຍມີການພະຍາກອນອາກາດວ່າ ຈະມີຫິມະ ແລະນໍ້າກ້ອນສະສົມໃນປະລິມານຫຼາຍຊຶ່ງເຮັດໃຫ້ເກີດຄຳເຕືອນກ່ຽວກັບຄວາມເປັນໄປໄດ້ຂອງໄຟຟ້າດັບ ອີງຕາມລາຍງານຂອງອົງການຂ່າວເອພີ.
ກົມອຸຕຸນິຍົມວິທະຍາແຫ່ງຊາດ ກ່າວວ່າ ການເດີນທາງຈະເຕັມໄປດ້ວຍໄພອັນຕະລາຍ ຕັ້ງແຕ່ວັນອັງຄານຈົນເຖິງຕອນເຊົ້າວັນພຸດໃນພື້ນທີ່ສ່ວນໃຫຍ່ຂອງລັດເວີຈິເນຍ ແລະ ເວີຈິເນຍຕາເວັນຕົກ.
ເມື່ອວັນຈັນວານນີ້ ທ່ານ ເກຣັນ ຍັງກິນ ເຈົ້າຄອງລັດເວີຈິເນຍຈາກພັກຣີພັບບລີກັນ ໄດ້ປະກາດພາວະສຸກເສີນກ່ອນທີ່ພະຍຸຈະມາເຖິງ ໂດຍອະນຸຍາດໃຫ້ອົງການຕ່າງໆຂອງລັດ ສະໜອງຄວາມຊ່ວຍເຫຼືອແກ່ ລັດຖະບານທ້ອງຖິ້ນ.ໂຮງຮຽນ ແລະ ສຳນັກງານຕ່າງໆຂອງລັດຖະບານທົ່ວເວີຈິເນຍ ໄດ້ຖືກກຳນົດໃຫ້ປິດ ໃນວັນອັງຄານມື້ນີ້.
ຄາດການວ່າ ຈະມີຫິມະຕົກໜັກທີ່ສຸດ ຫຼາຍເຖິງ 25.4 ຊັງຕິແມັດ ໃນບາງສ່ວນຂອງລັດເວີຈິເນຍ ທາງພາກເໜືອ, ພາກກາງ ແລະ ພາກຕາເວັນອອກຂອງ ລັດ ເວີຈິເນຍຕາເວັນຕົກ. ນໍ້າກ້ອນອາດຈະສະສົມ ຕັ້ງແຕ່ເປັນແຜ່ນນໍ້າກ້ອນບາງໆ ໃນລັດເຄັນທັກກີ ແລະ ລັດ ເວີຈິເນຍຕາເວັນຕົກ ໄປຈົນເຖິງມີຄວາມໜາ 1.3 ຊັງຕິແມັດ ໃນເຂດຮ່ອມພູ ໂຣອາໂນກ (Roanoke Valley) ທາງຕາເວັນຕົກສຽງໃຕ້ຂອງລັດເວີຈິເນຍ ດັ່ງທີ່ກົມອຸຕຸນິຍົມວິທະຍາ ໄດ້ກ່າວ. ເປັນໄປໄດ້ສູງທີ່ຈະມີໄຟຟ້າດັບ ແລະ ຕົ້ນໄມ້ໄດ້ຮັບຄວາມເສັຍຫາຍ ໃນພື້ນທີ່ທີ່ມີນໍ້າກ້ອນສະສົມຈຳນວນຫຼາຍ.
ຫ້ອງການບໍລິການສະພາບອາກາດໃນເມືອງ ແບລັກສ໌ເບີກຣ໌ ຂອງລັດເວີຈິເນຍ ກ່າວໃນໂພສສື່ສັງຄົມອອນລາຍນ໌ ແອັກສ໌ (X) ວ່າ “ ທ່ານຄິດວ່າ ລະດູໜາວໝົດໄປແລ້ວບໍ່? ໃຫ້ຄິດໃໝ່!”
ບໍລິສັດ Appalachian Power ຊຶ່ງໃຫ້ບໍລິການລູກຄ້າກ່ວາ 1 ລ້ານຄົນ ໃນ ເວີຈິເນຍຕາເວັນຕົກ ແລະ ເທນເນສຊິ ກ່າວວ່າ ໄດ້ຮ້ອງຂໍຄົນງງານເພີ້ມອີກ 700 ຄົນ ຈາກບໍລິສັດໄຟຟ້າ ທີ່ຢູ່ໃກ້ຄຽງ ເພື່ອຊ່ວຍເຫຼືອໃນການແກ້ໄຂບັນຫາພາຍໃນຕອນເຊົ້າວັນອັງຄານມື້ນີ້.
ໃນພາກເໜືອຂອງລັດເວີຈິເນຍ ກົມອຸທິຍານແຫ່ງຊາດ ໄດ້ປິດເສັ້ນທາງຫຼວງພາກສ່ວນໜຶ່ງ ທີ່ຮ້ອງວ່າ George Washington Memorial Parkway ຊຶ່ງເປັນທາງຄົດລ້ຽວ ຜ່ານປ່າແຄມແມ່ນໍ້າ ໂປໂຕແມັກ. ທາງຫຼວງສາຍນີ້ ເຊື່ອມຕໍ່ໃສ່ອຸທິຍານແຫ່ງຊາດຂະໜາດນ້ອຍຫຼາຍແຫ່ງ ແລະເຄີຍເປັນຈຸດທີ່ປະສົບກັບຄວາມຫຍຸ້ງຍາກໃນຍາມລະດູໜາວຢູ່ເລື້ອຍມາ ແລະເປັນຈຸດທີ່ລົດຖືກປະຖີ້ມໄວ້ທີ່ສ້າງບັນຫາເຮັດໃຫ້ເສັ້ນທາງກາຍເປັນຄືກັບແລ່ນສະກີສະລາລອມ ສຳລັບພວກລົດກວາດຫິມະ ແລະຍານພາຫະນະອື່ນໆ ໃນຊ່ວງລະດູໜາວ.
ອ່ານຂ່າວເປັນພາສາອັງກິດ
A wintry mess was bearing down on mid-Atlantic states Tuesday with forecasts of significant snow and ice accumulations prompting warnings of potential power outages.
The National Weather Service said travel would become treacherous Tuesday through early Wednesday in much of Virginia and West Virginia.
Virginia Republican Gov. Glenn Youngkin on Monday declared a state of emergency ahead of the storm, allowing state agencies to assist local governments. Schools and government offices throughout Virginia were set to be closed Tuesday.
The heaviest snow, up to 25.4 centimeters, was forecast in portions of northern and central Virginia and eastern West Virginia. Ice accumulations could range from a glaze in Kentucky and West Virginia to 1.3 centimeters in the Roanoke Valley of southwest Virginia, the weather service said. Power outages and tree damage were likely in places with heavy ice buildups.
“Did you think winter was over? Think again!” the weather service's office in Blacksburg, Virginia, said in a post on the social media platform X.
Appalachian Power, which serves 1 million customers in West Virginia, Virginia and Tennessee, said it has requested 700 additional workers from neighboring utilities to assist with problems by Tuesday morning.
In northern Virginia, the National Park Service closed a portion of the George Washington Memorial Parkway, a narrow highway that winds its way through woods along the Potomac River. The parkway connects multiple small national park sites and has historically been a trouble spot during winter storms for abandoned cars that created a slalom course for snowplows and other vehicles.
Winter storm warnings extended from Kentucky to southern New Jersey, and a flood watch was posted for a wide swath of Kentucky, Tennessee, southwest Virginia and northern Georgia. The snow-and-ice mix was expected to become all rain as temperatures climb by Wednesday afternoon.
ຟໍຣັມສະແດງຄວາມຄິດເຫັນ