ບັນດາທີ່ປຶກສາອາວຸໂສ ໃນຄະນະລັດຖະບານຂອງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ, ກໍາລັງກະກຽມທີ່ຈະພົບປະກັບປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ຢູ່ດ້ານນອກກອງປະຊຸມດ້ານຄວາມໝັ້ນຄົງ ໃນນະຄອນ ມິວນິກ (Munich), ອີງຕາມການໃຫ້ສໍາພາດກັບອົງການຂ່າວ AP ຂອງພົນໂທບໍານານ ຄີດທ໌ ແຄລລອກ (Keith Kellogg).
ພົນໂທບຳນານ ແຄລລອກ, ເຊິ່ງເປັນທູດພິເສດ ທີ່ຮັບຜິດຊອບວຽກງານດ້ານ ຢູເຄຣນ ແລະ ຣັດເຊຍ, ບອກອົງການຂ່າວ AP ກ່ຽວກັບແຜນໃນການສືບຕໍ່ຫາລືກັບ ທ່ານ ເຊເລັນສກີ ຢູ່ດ້ານນອກກອງປະຊຸມປະຈໍາປີ.
ຮອງປະທານາທິບໍດີສະຫະລັດ ທ່ານ ເຈດີ ແວັນສ໌ (JD Vance), ພ້ອມດ້ວຍລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ມາຣ໌ໂກ ຣູບີໂອ (Marco Rubio) ແລະ ທ່ານ ເຄລລັອກ ຢູ່ໃນກຸ່ມບຸກຄົນທີ່ຈະເຂົ້າຮ່ວມການສົນທະນາຢູ່ດ້ານນອກຂອງກອງປະຊຸມ ກັບປະທານາທິບໍດີຢູເຄຣນ, ອີງຕາມລາຍງານຂອງອົງການຂ່າວ AP.
ທ່ານ ທຣໍາ ໄດ້ອອກມາວິຈານວ່າ ສົງຄາມດັ່ງກ່າວນີ້ ເຮັດໃຫ້ ສະຫະລັດ ສູນເສຍເງິນໄປຫຼາຍປານໃດ, ແລະໄດ້ກ່າວອີກວ່າ ປະເທດຕ່າງໆໃນຢູໂຣບ ຄວນຕອບແທນ ສະຫະລັດ ຄືນ ທີ່ໃຫ້ຄວາມຊ່ວຍເຫຼືອແກ່ ຢູເຄຣນ.
ໃນລະຫວ່າງການໂຄສະນາຫາສຽງເປັນປະທານາທິບໍດີຂອງທ່ານ, ທ່ານ ທຣໍາ ໄດ້ກ່າວວ່າ ຖ້າທ່ານໄດ້ຮັບເລືອກໃຫ້ເປັນປະທານາທິບໍດີ, ທ່ານຈະເຮັດໃຫ້ສົງຄາມລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຍຸຕິລົງໃນທັນທີ, ແຕ່ ທ່ານ ທຣໍາ ບໍ່ໄດ້ໃຫ້ຄວາມຈະແຈ້ງວ່າ ທ່ານຈະດໍາເນີນການດັ່ງກ່າວນັ້ນ ໄດ້ແນວໃດ.
ເມື່ອບໍ່ດົນມານີ້, ທ່ານກ່າວວ່າ ທ່ານຢາກດຳເນີນການເຈລະຈາກັບ ຢູເຄຣນ ໃນການສືບຕໍ່ໃຫ້ການສະໜັບສະໜູນຂອງອາເມລິກາ ເພື່ອແລກປ່ຽນກັບການເຂົ້າເຖິງແຮ່ຫາຍາກຂອງ ຢູເຄຣນ.
ໃນວັນຈັນວານນີ້, ອົງການຂ່າວ AP ໄດ້ລາຍງານວ່າ ທ່ານປະທານາທິບໍດີ ວ່າ ຂະນະນີ້ ມີຄົນກໍາລັງດໍາເນີນງານກ່ຽວກັບຂໍ້ຕົກລົງດ້ານການເງິນສໍາລັບແຮ່ທາດກັບ ຢູເຄຣນ.
ທ່ານ ທຣໍາ ກ່າວອີກວ່າ “ນະເວລານີ້ ພວກເຮົາມີຄົນຢູ່ທີ່ນັ້ນ ຜູ້ທີ່ກໍາລັງເຮັດຂໍ້ຕົກລົງດັ່ງກ່າວນັ້ນ, ຂະນະທີ່ພວກເຮົາມອບເງິນໃຫ້ແກ່ພວກເຂົາ, ພວກເຮົາກໍຈະໄດ້ຮັບແຮ່ທາດ ພ້ອມດ້ວຍນ້ໍາມັນ ແລະສິ່ງຕ່າງໆທັງຫຼາຍ.”
ທ່ານ ແຄລລອກ ບອກອົງການຂ່າວ AP ວ່າ “ເສດຖະກິດທັງຫຼາຍເຫຼົ່ານັ້ນ ຈະອະນຸຍາດໃຫ້ມີການສະໜັບສະໜູນຊາວຢູເຄຣນໄດ້ຫຼາຍຂຶ້ນ.”
ເຈົ້າໜ້າທີ່ຢູເຄຣນ ກ່າວວ່າ ການໂຈມຕີດ້ວຍໂດຣນຂອງ ຣັດເຊຍ ສົ່ງຜົນເຮັດໃຫ້ເກີດໄຟໄໝ້ໃນນະຄອນຫຼວງກີຢິບ, ເຮັດໃຫ້ແມ່ຍິງຄົນນຶ່ງທີ່ອາໄສຢູ່ໃນຂົງເຂດ ຊູມີ ໄດ້ຮັບບາດເຈັບ ແລະສ້າງຄວາມເສຍຫາຍໃຫ້ແກ່ບ້ານເຮືອນຫຼາຍຫຼັງ.
ໃນຂະນະດຽວກັນ ກອງທັບຣັດເຊຍ ໄດ້ລາຍງານວ່າ ສາມາດຍິງໂດຣນ 15 ລຳຂອງຢູເຄຣນ ຕົກໃນຕ້ອນຂ້າມຄືນ ລວມທັງອີກ ເຈັດລຳຢູ່ໃນຂົງເຂດ ຄຣາສໂນດາ.
ຟໍຣັມສະແດງຄວາມຄິດເຫັນ