ສິ່ງທີ່ວ່າ ການທ່ອງທ່ຽວເພື່ອເກີດລູກ ບໍ່ໄດ້ມີຢູ່ແຕ່ໃນແຜ່ນດິນໃຫຍ່ຂອງ ສະຫະລັດ ເທົ່ານັ້ນ. ແມ່ມານຊາວຈີນ ໄດ້ເດີນທາງໄປຍັງດິນແດນຂອງ ສະຫະລັດ ທີ່ຢູ່ໃກ້ປະເທດຫຼາຍກວ່າເກົ່າ ເພື່ອເກີດລູກຂອງພວກເຂົາເຈົ້າ ແລະຂໍສັນຊາດສະຫະລັດ ໃຫ້ກັບພວກເຂົາ. ຢູ ຢາວ (Yu Yao) ແລະ ຈີລ ດາວ (Jiu Dao) ນັກຂ່າວ VOA ພາກພາສາຈີນກາງ ມີລາຍລະອຽດຈາກເມືອງ ໄຊປານ (Saipan) ເຊິ່ງເປັນເມືອງຫຼວງຂອງໝູ່ເກາະ ມາເຣຍອານາເໜືອ (Northern Mariana).
ບັນດານັກທ່ອງທ່ຽວອາດຈະເດີນທາງມາຍັງເກາະ ໄຊປານ, ເຊິ່ງເປັນເມືອງຫຼວງຂອງໝູ່ເກາະ ມາເຣຍອານາເໜືອ ສໍາລັບຄວາມງົດງາມຂອງເກາະໃນມະຫາສະໝຸດປາຊີຟິກແຫ່ງນີ້, ແຕ່ບໍ່ແມ່ນແມ່ຜູ້ນີ້. ນາງຢູ່ທີ່ນີ້ ເພື່ອໃຫ້ລູກສາວຂອງນາງສາມາດໄດ້ຮັບເອກະສານທີ່ບອກວ່າ ລູກຂອງນາງເປັນພົນລະເມືອງຂອງສະຫະລັດ.
ແມ່ຜູ້ນີ້ຢູ່ເກີນກໍານົດທີ່ນາງອະນຸຍາດໃຫ້ຢູ່ໃນດິນແດນຂອງສະຫະລັດ ຮອດ 14 ມື້ແລ້ວ. ນາງໃຊ້ພຽງແຕ່ນາມສະກຸນ ເຢ (Ye) ຂອງນາງ ເພື່ອປົກປ້ອງຕົວຕົນຂອງນາງເອງ.
ນາງ ເຢ, ພົນລະເມືອງຊາວຈີນ ກ່າວເປັນພາສາຈີນກາງວ່າ:
“ບໍ່ວ່າຈະເປັນລະບົບການສຶກສາ ຫຼື ສະພາບແວດລ້ອມປະຈໍາວັນ ໃນປະເທດຈີນ, ທັງໝົດແມ່ນມີຄວາມກົດດັນຫຼາຍເກີນໄປ. ແມ່ນແຕ່ຂ້ອຍເອງ ຍັງຕ້ອງການທີ່ຈະໜີ. ຂ້ອຍບໍ່ຢາກຢູ່ທີ່ນັ້ນແລ້ວ.”
ນາງ ເຢ ເດີນທາງໄປຮອດເມືອງໄຊປັນ ໃນເດືອນກັນຍາ, ເຊິ່ງນາງເຂົ້າສູ່ປະເທດພາຍໃຕ້ໂຄງການຍົກເວັ້ນວີຊາ 14 ມື້ສຳລັບພົນລະເມືອງຊາວຈີນ ທີ່ເລີ້ມປະຕິບັດມາແຕ່ປີ 2019. ໃນກ່ອນໜ້ານັ້ນ, ເມື່ອການທ່ອງທ່ຽວເພື່ອເກີດລູກຈາກປະເທດຈີນ ເພີ້ມສູງຂຶ້ນ, ປະຊາຊົນຊາວຈີນ ໄດ້ຮັບອະນຸຍາດໃຫ້ຢູ່ໂດຍບໍ່ມີວີຊາເປັນເວລາຮອດ 45 ວັນ.
ທ່ານ ອາຣ໌ໂນລ ພາລາຊີອົສ (Arnold Palacios), ຜູ້ປົກຄອງໝູ່ເກາະມາຣີອານາເໜືອ ກ່າວວ່າ:
“ມັນເຖິງຈຸດສູງສຸດໃນປີ 2017 ແລະ ປີ 2018.”
ທ່ານ ພາລາຊີອົສ ກ່າວວ່າ ໃນແຕ່ລະປີ ມີລູກນ້ອຍທີ່ເກີດຈາກແມ່ຊາວຈີນຫຼາຍກວ່າ 500 ຄົນ, ເຊິ່ງມີຈໍານວນຫຼາຍກວ່າລູກນ້ອຍທີ່ເກີດຈາກແມ່ຍິງຊາວໄຊປັນ. ຈຳນວນການເກີດລູກຂອງຊາວຈີນຢູ່ເກາະແຫ່ງນີ້ ຫຼຸດລົງໃນລະຫວ່າງການລະບາດໃຫຍ່.
ທ່ານ ພາລາຊີອົສ ກ່າວວ່າ ໃນປີ 2024 ມີລູກນ້ອຍທີ່ເກີດຈາກແມ່ຊາວຈີນ ຈໍານວນ 55 ຄົນ. ການເບິ່ງແຍງດູແລແມ່ລູກອ່ອນ ທີ່ບິນມາພຽງເພື່ອເກີດລູກເຫຼົ່ານີ້ ແມ່ນສິ່ງທ້າທາຍສໍາລັບພະນັກງານໂຮງໝໍ, ແລະກໍມີຄວາມສ່ຽງສໍາລັບໂຕຂອງບັນດາແມ່ຍິງເຫຼົ່ານັ້ນເອງ.
ທ່ານ ອາຣ໌ໂນລ ພາລາຊີອົສ, ຜູ້ປົກຄອງໝູ່ເກາະມາຣີອານາເໜືອ ກ່າວວ່າ:
“ເມື່ອບັນດາແມ່ຍິງເຫຼົ່ານີ້ເດີນທາງເຂົ້າມາ, ພວກນາງບໍ່ມີບັນທຶກການຖືພາ, ດັ່ງນັ້ນ ພວກເຂົາເຈົ້າຈຶ່ງບໍ່ຮູ້ວ່າ ມັນເປັນການເກີດທີ່ມີຄວາມສ່ຽງສູງ ຫຼື ບໍ່.”
ຈາກບົດບັນທຶກຂອງລັດຖະບານ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ, ມີລູກນ້ອຍທີ່ເກີດຈາກແມ່ຊາວຈີນຢູ່ໃນເກາະແຫ່ງນີ້ ປະມານ 3,300 ຄົນ. ນາງ ເຢ ກ່າວວ່າ ນາງຄົ້ນພົບເກາະ ໄຊປັນ ໃນສື່ສັງຄົມອອນໄລນ໌ ໃນຂະນະທີ່ນາງຄົ້ນຫາສະຖານທີ່ສໍາລັບເກີດລູກ.
ນາງ ເຢ, ປະຊາຊົນຊາວຈີນ ກ່າວເປັນພາສາຈີນກາງວ່າ: “ຂ້ອຍບໍ່ມີເວລາຍື່ນຂໍວີຊາ ເນື່ອງຈາກມັນຕ້ອງໄດ້ລໍຖ້າ. ການຖືພາ ເປັນເລື້ອງທີ່ປະຫຼາດໃຈ. ຂ້ອຍເລືອກສະຖານທີ່ແຫ່ງນີ້ ເພາະວ່າ ມັນເປັນບ່ອນທີ່ຂ້ອຍສາມາດໄປໄດ້ຢ່າງໄວວາ ເພື່ອບັນລຸໃນສິ່ງທີ່ຂ້ອຍຕ້ອງການ.”
ນາງ ເຢ ທໍາການຍື່ນຂໍໜັງສືຜ່ານແດນສະຫະລັດ ໃຫ້ກໍາລູກສາວອາຍຸ 1 ເດືອນຂອງນາງ. ນາງຍັງໄດ້ຈ່າຍເງິນຕື່ມອີກ ເພື່ອໃຫ້ໜັງສືກຽມພ້ອມພາຍໃນໄລຍະເວລາສາມອາທິດ.
ນາງ ເຢ, ປະຊາຊົນຊາວຈີນ ກ່າວເປັນພາສາຈີນກາງວ່າ: “ຂ້ອຍຢ້ານວ່າ ນະໂຍບາຍຈະໄດ້ຮັບຜົນກະທົບ ໃນປັດຈຸບັນທີ່ ທ່ານ ດໍໂນລ ທຣໍາ ດໍາລົງຕໍາແໜ່ງເປັນປະທານາທິບໍດີ, ສະນັ້ນ ຂ້ອຍຈຶ່ງໄດ້ຈ່າຍເງິນເພີ້ມ ເພື່ອໃຫ້ໜັງສືຜ່ານແດນ ແລ້ວໄວຂຶ້ນ.”
ບັນດານັກອະນຸລັກນິຍົມໃນສະຫະລັດ ໄດ້ໂຕ້ແຍ້ງວ່າ ສິດທິພົນລະເມືອງໂດຍກຳເນີດ ສົ່ງເສີມໃຫ້ມີການເຂົ້າເມືອງທີ່ຜິດກົດໝາຍ ແລະຖືກສວຍໃຊ້ໃນທາງທີ່ບໍ່ຖືກຕ້ອງ.
ໃນມື້ທຳອິດທີ່ເຂົ້າດຳລົງຕຳແໜ່ງ, ປະທານາທິບໍດີ ດໍໂນລ ທຣໍາ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານ ເພື່ອໃຫ້ມັນສິ້ນສຸດລົງ.
ທ່ານ ດໍໂນລ ທຣໍາ, ປະທານາທິບໍດີສະຫະລັດ ກ່າວວ່າ: “ພວກເຮົາເປັນພຽງປະເທດດຽວໃນໂລກ ທີ່ເຮັດສິ່ງນີ້ ດ້ວຍການຖືສິດໂດຍກໍາເນີດ, ດັ່ງທີ່ພວກເຈົ້າຮູ້, ແລະມັນກໍເປັນເລື່ອງທີ່ບໍ່ມີສາລະ ອີຫຼີ.”
ໃນຂະນະທີ່ຄໍາສັ່ງນີ້ ຖືກທ້າທາຍຢູ່ໃນສານ, ນາງ ເຢ ຫວັງວ່າ ຈະມີຜົນດີສໍາລັບລູກສາວຂອງນາງ ແລະອາດເປັນຜົນດີສໍາລັບໂຕຂອງນາງເອງ ອີກດ້ວຍ.
ນາງ ເຢ, ປະຊາຊົນຊາວຈີນ ກ່າວເປັນພາສາຈີນກາງວ່າ: “ຂ້ອຍຮູ້ສຶກວ່າ ເມື່ອຂ້ອຍມາຮອດນີ້, ມັນເປັນສະຖານທີ່ທີ່ມີມະນຸດສະທໍາຫຼາຍກວ່າເກົ່າ. ແນ່ນອນວ່າ ມັນຈະຕ້ອງມີວິທີທາງໃນການແກ້ໄຂສິ່ງທ້າທາຍຕ່າງໆ ທີ່ຂ້ອຍກໍາລັງປະເຊີນຢູ່ນີ້.”
ນັບຕັ້ງແຕ່ທ້າຍປີທີ່ຜ່ານມາ, ບັນດານັກທ່ອງທ່ຽວຈາກປະເທດຈີນ ຕ້ອງຍື່ນຄໍາຮ້ອງຂໍການຍົກເວັ້ນທາງອອນໄລນ໌ ແລະໄດ້ຮັບການກວດສອບໂດຍຜ່ານການກວດສອບເບື້ອງຕົ້ນທາງອີເລັກໂທຣນິກ ກ່ອນທີ່ພວກເຂົາຈະໄດ້ຮັບການອະນຸຍາດໃຫ້ເຂົ້າປະເທດໄດ້.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
So-called birth tourism is not only happening on the U.S. mainland. Pregnant Chinese mothers have been heading to a U.S. territory much closer to home to have their babies and obtain for them coveted U.S. citizenship. VOA Mandarin’s Yu Yao and Jiu Dao have the details from Saipan, capital of the Northern Mariana Islands. Elizabeth Lee narrates.
Tourists may come to Saipan, the capital of the Northern Mariana Islands, for its Pacific Island beauty, but not this mother. She’s here so her daughter can acquire a piece of paper that says she’s a U.S. citizen.
The mother has overstayed the 14 days she’s allowed to be in this U.S. territory. She only uses her surname, Ye, to protect her identity.
((Ye, Chinese Citizen (female, Mandarin))
“Whether it’s the education system or the everyday environment within China, there’s too much pressure. Even I want to escape. I don’t want to be there.”
Ye arrived in Saipan in September, entering under a 14-day visa waiver program for Chinese citizens implemented in 2019. Before that, when birth tourism from China was at its highest, Chinese nationals were allowed to stay without a visa for 45 days.
((Arnold Palacios, Governor of the Northern Mariana Islands))
“It peaked in 2017 and [20]18.”
With more than 500 babies born to Chinese mothers in each of those years, Palacios says those births surpassed the number born to Saipan women. The number of Chinese births on the island dropped during the pandemic.
Palacios says that in 2024, 55 babies were born to Chinese mothers. Taking care of mothers who fly in just to give birth has been a challenge for the hospital staff and a risk for the women themselves, he says.
((Arnold Palacios, Governor of the Northern Mariana Islands))
“When these women come in, they don’t have any prenatal records, so they have no idea whether it’s a high-risk birth or what.”
Since 2009, government records show, about 3,300 babies have been born here to Chinese mothers. Ye says she found Saipan on social media while researching places to give birth.
((Ye, Chinese Citizen (Female, Mandarin)))
“I didn’t have time to apply for a visa because it involves a wait time. // The pregnancy was a surprise. I picked this place because it was the place I could get to quickly to achieve what I wanted.”
Ye is applying for her 1-month-old daughter’s U.S. passport. She’s also paying more to have it ready within three weeks.
((Ye, Chinese Citizen)) ((Female)) ((Mandarin))
“I’m afraid the policy will be impacted now that [Donald] Trump is president, so I paid extra to get the passport quicker.”
Conservatives in the U.S. have argued that birthright citizenship encourages illegal immigration and is being exploited.
On his first day in office, President Donald Trump signed an executive order to end it.
((President Donald Trump))
“We’re the only country in the world that does this with birthright, as you know, and it’s just absolutely ridiculous.”
While this order is being challenged in court, Ye hopes there will be a good outcome for her daughter and maybe even herself.
((Ye, Chinese Citizen (Female, Mandarin)))
“I feel once I get here, it’s a more humane place here. For sure there will be a way to solve the challenges I’m facing.”
Since the end of last year, travelers from China have to apply online for a waiver and be vetted through an electronic pre-screening process before they are allowed to enter.
ຟໍຣັມສະແດງຄວາມຄິດເຫັນ