ຄະນະຕຸລາການໄດ້ຕັດສິນຂໍ້ກ່າວຫາຂອງ ສະຫະລັດ ຕໍ່ຜູ້ຊາຍຊາວບອສຕັນຄົນນຶ່ງເມື່ອວັນຈັນວານນີ້ວ່າ ລາວໄດ້ດຳເນີນການພຽງຄົນດຽວດັ່ງກັບເຈົ້າໜ້າທີ່ຂອງລັດຖະບານ ຈີນ ທີ່ບໍ່ຖືກຕ້ອງຕາມກົດໝາຍ ດ້ວຍການສະໜອງຂໍ້ມູນທາງການ ກ່ຽວກັບ ບຸກຄົນ, ຜູ້ຄັດຄ້ານລັດຖະບານ ແລະ ກຸ່ມຕ່າງໆໃນຊຸມຊົນຈີນພາຍໃນທ້ອງຖິ່ນ.
ທ້າວ ຫຼີຖັງ ລຽງ ອາຍຸ 65 ປີ, ຖືກຕັດສິນບໍ່ມີຄວາມຜິດ ໃນຂໍ້ກ່າວຫາຂອງສານລັດຖະບານກາງທີ່ວ່າ ລາວໄດ້ດຳເນີນການດັ່ງກັບເຈົ້າໜ້າທີ່ ຈີນ ທີ່ບໍ່ໄດ້ລົງທະບຽນໃນຄະດີທີ່ຟ້ອງຕໍ່ສານໃນປີ 2023, ທີ່ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ອະທິບາຍດັ່ງກັບສ່ວນນຶ່ງຂອງຄຳໝັ້ນສັນຍາຂອງພວກເຂົາເຈົ້າ ເພື່ອປາບປາມຄວາມພະຍາຍາມໂດຍລັດຖະບານ ຈີນ ສໍາລັບປິດປາກຜູ້ວິພາກວິຈານພວກເຂົາ ທີ່ອາໄສໃນຕ່າງປະເທດ.
ທ້າວ ລຽງ, ຄົນສັນຊາດສະຫະລັດ ທີ່ເກີດໃນ ຈີນ, ໄດ້ປະຕິເສດຂໍ້ກ່າວຫາຕ່າງໆ ແລະ ໄດ້ສາລະພາບວ່າ ບໍ່ມີຄວາມຜິດ. ທະນາຍຄວາມຂອງລາວ, ໃນລະຫວ່າງການດຳເນີນຄະດີໄດ້ເອີ້ນຂໍ້ກ່າວທັງຫຼາຍນັ້ນວ່າ “ໄຮ້ສາລະ” ແລະ ໄດ້ຮ້ອງມັນວ່າ ເປັນຄວາມພະຍາຍາມເພື່ອຢຸດເສລີພາບໃນການປາກເວົ້າຂອງນັກເຄື່ອນໄຫວຊຸມຊົນທ້ອງຖິ່ນ ຜູ້ທີ່ສະໜັບສະໜູນ “ການທ້ອນໂຮມກັນ” ຂອງເກາະໄຕ້ຫວັນທີ່ປົກຄອງຕົນເອງແບບປະຊາທິປະໄຕ ແລະ ຈີນ ແຜ່ນດິນໃຫຍ່, ເຊິ່ງແມ່ນທັດສະນະຄະຕິທີ່ເຫັນພ້ອມກັບບັນດາຜູ້ນຳຂອງ ຈີນ.
ທ້າວ ລຽງ ໄດ້ກ່າວຕໍ່ບັນດານັກຂ່າວຜ່ານນາຍແປພາສາ ລຸນຫຼັງການຕັດສິນວ່າ “ຄວາມຍຸດຕິທຳໃນທີ່ສຸດກໍມາຮອດ.”
ໄອຍະການ ສະຫະລັດ ທ່ານນາງ ເລຍ ໂຟລີ, ເຊິ່ງຫ້ອງການຂອງທ່ານນາງຮັບຜິດຊອບຄະດີດັ່ງກ່າວນັ້ນ, ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ໃນຂະນະທີ່ຜູ້ພິພາກສາ “ເຄົາລົບການຕັດສິນຂອງຄະນະຕຸລາການນັ້ນ, ພວກເຮົາມີຄວາມຜິດຫວັງຕໍ່ການຕັດສິນຂອງວັນຈັນວານນີ້.”
ທ້າວ ລຽງ ເຄີຍເຮັດວຽກຢູ່ໂຮງແຮມແຫ່ງນຶ່ງ ແລະ ເປັນເວລາຫຼາຍປີແລ້ວທີ່ລາວໄດ້ເປັນສະມາຊິກທີ່ກະຕືລືລົ້ນ ໃນກຳມະບານແຮງງານຂອງລາວມາຫຼາຍປີ, ລວມເຖິງເປັນຜູ້ຈັດງານຊຸມນຸມ ແລະ ເປັນນັກປຸກລະດົມໃນຊຸມຊົນຊາວອາເມຣິກັນເຊື້ອສາຍ ຈີນ ໃນນະຄອນ ບອສຕັນ, ຕາມທີ່ທະນາຍຄວາມຂອງລາວ ທ່ານ ເດເຣກີ ເດມິສຊີ ກ່າວ.
ຮອງໄອຍະການ ສະຫະລັດ, ທ່ານ ທິໂມຕີ ຄິສເນີ ໄດ້ກ່າວຕໍ່ຄະນະຕຸລາການໃນວັນສຸກທີ່ຜ່ານມາ ລະຫວ່າງການຖະແຫຼງປິດຄະດີດັ່ງກ່າວວ່າ ລັດຖະບານ ຈີນ ໄດ້ຕິດຕໍ່ຫາ ທ້າວ ລຽງ ເພາະວ່າ “ຕ້ອງການຄົນໃດຄົນນຶ່ງທີ່ມີສ່ວນຮ່ວມໃນຊຸມຊົນ ຜູ້ທີ່ຮູ້ຈັກຄົນທີ່ຢູ່ທີ່ນັ້ນ.”
ບັນດາໄອຍະການເວົ້າວ່າ ທ້າວ ລຽງ ຈາກປີ 2018-2022 ໄດ້ສະໜອງຂໍ້ມູນໃຫ້ແກ່ເຈົ້າໜ້າທີ່ ຈີນ ກ່ຽວກັບ ບຸກຄົນ, ແລະ ໄດ້ແບ່ງປັນລາຍລະອຽດ ກ່ຽວກັບ ຜູ້ຄັດຄ້ານລັດຖະບານ ພ້ອມທັງກຸ່ມທີ່ອຽງໄປຫາຜູ້ສະໜັບສະໜູນ ໄຕ້ຫວັນ.
ອ່ານຂ່າວເປັນພາສາອັງກິດ.
A jury found a Boston man not guilty on Monday of U.S. charges that he acted as an unlawful agent of China's government by supplying officials information about individuals, dissidents and groups in the local Chinese community.
Litang Liang, 65, was acquitted in federal court of charges that he acted as an unregistered Chinese agent in a case brought in 2023 that U.S. authorities had portrayed as part of their commitment to counter efforts by China's government to silence its critics abroad.
Liang, a China-born U.S. citizen, had denied the charges and pleaded not guilty. His lawyer during the trial called the charges "ridiculous" and called them an effort to chill the free speech of a local community activist who advocated for the "reunification" of democratically governed Taiwan with mainland China -- a view in harmony with China's leaders.
"Justice has finally arrived," Liang told reporters through a translator following the verdict.
U.S. Attorney Leah Foley, whose office pursued the case, said in a statement that while prosecutors "respect the jury's decision, we are disappointed in (Monday's) verdict."
Liang had worked at a hotel and for years had been an active member in his union as well as a community organizer and activist in the Chinese-American community in Boston, according to his lawyer, Derege Demissie.
Assistant U.S. Attorney Timothy Kistner told jurors on Friday during closing arguments in the case that China's government sought out Liang because it "wanted someone already involved in the community who knew the people who were there."
Prosecutors said Liang from 2018 to 2022 provided Chinese officials with information on individuals and shared details about dissidents and groups with pro-Taiwan leanings.
Prosecutors said that in 2018, after traveling to Beijing for meetings with an arm of the Chinese Communist Party, Liang founded the New England Alliance for the Peaceful Unification of China, which focused on promoting China's goals with Taiwan.
ຟໍຣັມສະແດງຄວາມຄິດເຫັນ