ຂໍ້ຕົກລົງຢຸດຍິງລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ຍັງຄົງມີຜົນຢູ່. ກອງທັບອິດສຣາແອລ ໄດ້ຖອນກຳລັງອອກຈາກແລວທາງຂອງເຂດ Netzarim ເມື່ອວັນອາທິດຜ່ານມາ. ຊຶ່ງເປັນເສັ້ນແບ່ງເຂດ ກາຊາ ເຮັດໃຫ້ຄອບຄົວຊາວປາແລັສໄຕນ໌ຈຳນວນຫຼາຍສາມາດເດີນທາງກັບຄືນເມືອບ້ານໃນພາກເໜືອຂອງເຂດກາຊາໄດ້.
ເຖິງຢ່າງໃດກໍ່ຕາມ ອະນາຄົດຂອງຊາວກາຊາ ພາຍຫຼັງສີ້ນສຸດສົງຄາມຍັງຄົງເປັນຄຳຖາມທີ່ເປີດກ້ວາງ.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ສະເໜີແນວຄວາມຄິດໃຫ້ຍ້າຍປະຊາຊົນຂອງເຂດກາຊາໄປຍັງປະເທດອື່ນ ແລະໃຫ້ສະຫະລັດເຂົ້າຄວບຄຸມເຂດກາຊາ ເພື່ອສ້າງສາຂຶ້ນໃໝ່. ທ່ານ ໄມຄ໌ ວອລສ໌ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານ ດໍໂນລ ທຣໍາ ຕອບໂຕ້ສຽງວິພາກວິຈານກ່ຽວກັບແຜນດັ່ງກ່າວນີ້.
ທ່ານ ໄມຄ໌ ວອລສ໌ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດກ່າວວ່າ “ ທ່ານບໍ່ສາມາດເຮັດໃຫ້ບ່ອນນີ້ ເປັນ ປາຣີ ແຫ່ງເມດິເຕີເຣນຽນ ແບບທີ່ເບຣຸຕເຄີຍເປັນ ໃນຍຸກ 70 ໄດ້. ແລະ ມອບຊີວິດທີ່ດີຂຶ້ນໃຫ້ກັບຜູ້ຄົນເຫຼົ່ານີ້ໄດ້ຫາກທ່ານຍັງມີປະຊາກອນ 1.8 ລ້ານຄົນທີ່ຕ້ອງອາໄສຢູ່ໃນສະພາບທີ່ຂີ້ຮ້າຍ. ທ່າມກາງຊາກຫັກພັງທີ່ເປັນກອງພູຈຳນວນມະຫາສານ. ສຳລັບໃຜກໍຕາມລວມເຖິງສື່ມວນຊົນທີ່ບໍ່ເຫັນດີນໍາກັບຂໍ້ສະເໜີຂອງທ່ານ ຈົ່ງສະເໜີແຜນທີ່ດີກ່ວາໃຫ້ເຮົາ.”
ແຜນຂອງທ່ານ ດໍໂນລ ທຣໍາ ໄດ້ຮັບການສະໜັບສະໜູນຈາກບາງຝ່າຍໃນອິສຣາແອລ. ແຕ່ໂລກອາຣັບ ແລະຜູ້ນໍາປາແລັສໄຕນ໌ ປະຕິເສດແນວຄິດນີ້ຢ່າງເດັດຂາດ.
ທ່ານ ຣີຍາດ ມັນຊູຣ໌ ທູດປາແລັສໄຕນ໌ ປະຈຳ ຢູເອັນ ກ່າວວ່າ.
“ ເຮົາຈຳເປັນຕ້ອງສ້າງເຂດກາຊາຂຶ້ນໃໝ່, ກາຊາເປັນສ່ວນສຳຄັນຂອງດິນແດນລັດປາແລັສໄຕນ໌ ເປັນສ່ວນນຶ່ງຂອງບ້ານເກີດເມືອງນອນຂອງພວກເຮົາແລະເຮົາບໍ່ມີບ້ານເກີດເມືອງນອນ ນອກຈາກລັດປາແລັສໄຕນ໌.”
ຂະນະດຽວກັນຊາວອິສຣາແອລ ສະເຫຼີມສະຫຼອງການປ່ອຍໂຕປະກັນເພີ້ມອີກໃນຊ່ວງທ້າຍອາທິດທີຜ່ານມາ.
ໂຕປະກັນຄົນງານຊາວໄທ 5 ຄົນ ທີ່ຖືກກຸ່ມຮາມາສ ຈັບໂຕໄວ້ດົນກ່ວານຶ່ງປີ ກໍ່ໄດ້ກັບມາພົບກັບຄອບຄົວຂອງພວກເຂົາເມື່ອວັນອາທິດຜ່ານມາ.
ຂະນະດຽວກັນ ນັກໂທດຊາວປາແລັສໄຕນ໌ 183 ຄົນ ກໍ່ໄດ້ຮັບການປ່ອຍໂຕອັນເປັນສ່ວນນຶ່ງຂອງຂໍ້ຕົກລົງ.
ການເຈລະຈາກ່ຽວກັບໄລຍະທີສອງຂອງຂໍ້ຕົກລົງຢຸດຍິງ ລະຫວ່າງອິສຣແອລ ກັບກຸ່ມຮາມາສ ອາດຈະເລີ້ມຂຶ້ນອີກທີ່ປະເທດກາຕາ ໃນໄລຍະອາທິດນີ້.
The Israel-Hamas ceasefire deal continues to hold. Israeli troops withdrew Sunday from the Netzarim corridor that divides the Gaza Strip and entire Palestinian families made their way back home to northern Gaza.
What lies ahead for Gaza’s inhabitants after the war ends, however, remains an open question.
U.S. President Donald Trump has floated the idea of Gaza’s population resettling in other countries and the United States taking over the Gaza Strip to rebuild it. Trump’s national security adviser, Mike Waltz, responded Sunday to critics of the plan.
“You can't make this the Paris of the Mediterranean like Beirut was back in the 70s. And give these people a better life, if you've got 1.8 million people living in absolute squalor in mountains and mountains and mountains of debris.//For anyone, the media included, that doesn’t like what he is proposing, come to us with a better plan.”
Trump’s plan has received support inside Israel,but the Arab world and the Palestinian leadership categorically reject it.
Riyad Mansour, Palestinian ambassador to the UN
“We need to rebuild the Gaza Strip. The Gaza Strip is a very precious component of the land of the state of Palestine. It is part of our homeland and we don't have a homeland other than the state of Palestine.”
Meanwhile, Israelis celebrated the release of more hostages this weekend.
Five Thai workers who had been held by Hamas for more than a year reunited Sunday with their loved ones.
And 183 Palestinian prisoners also reclaimed their freedom as part of the deal.
Talks on the second phase of the Israel-Hamas ceasefire deal could resume in Qatar as soon as this week.
ຟໍຣັມສະແດງຄວາມຄິດເຫັນ