ກຳປັ່ນກອງທັບເຮືອຂອງ ສະຫະລັດ ສອງລຳໄດ້ເດີນທາງຜ່ານຊ່ອງແຄມ ໄຕ້ຫວັນ ເຊິ່ງເປັນພື້ນທີ່ໆມີຄວາມອ່ອນໄຫວໃນອາທິດນີ້ ເປັນການປະຕິບັດພາລະກິດຄັ້ງທຳອິດນັບຕັ້ງແຕ່ປະທານາທິບໍດີ ດໍໂນລ ທຣຳ ເຂົ້າດຳລົງຕຳແໜ່ງເມື່ອເດືອນທີ່ຜ່ານມາ, ກໍ່ໃຫ້ເກີດປະຕິກິລິຍາໂມໂຫຈາກ ຈີນ, ເຊິ່ງກ່າວວ່າພາລະກິດທີ່ວ່ານັ້ນຂະຫຍາຍຄວາມສ່ຽງດ້ານຄວາມໝັ້ນຄົງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.
ກອງທັບເຮືອ ສະຫະລັດ, ບາງຄັ້ງຈະມີກຳປັ່ນຕ່າງໆຈາກບັນດາປະເທດພັນທະມິດຕິດຕາມໄປນຳ, ຂະນະເດີນທາງຜ່ານຊ່ອງແຄມປະມານນຶ່ງເທື່ອຕໍ່ເດືອນ. ຈີນ, ເຊິ່ງອ້າງວ່າ ໄຕ້ຫວັນ ເປັນເຂດແດນຂອງເຂົາເຈົ້ານັ້ນ, ເວົ້າວ່າ ເສັ້ນທາງນ້ຳຍຸດທະສາດດັ່ງກ່າວເປັນຂອງເຂົາເຈົ້າ.
ກອງທັບຂອງ ຈີນ ໄດ້ກ່າວວ່າ ກຳປັ່ນ ສະຫະລັດ ສອງລຳ, ເຊິ່ງມີຊື່ວ່າ ກຳປັ່ນພິຄາດ ລິນດອນ ບີ. ຈອນສັນ ແລະ ກຳປັ່ນສຳຫຼວດ ໂບດິດຈ໌, ໄດ້ແລ່ນຜ່ານຊ່ອງແຄບລະຫວ່າງ ວັນຈັນ ແລະ ວັນພຸດມື້ນີ້, ໂດຍກ່າວຕື່ມວ່າ ກອງກຳລັງ ຈີນ ໄດ້ຖືກສົ່ງອອກໄປເພື່ອທຳການຕິດຕາມເບິ່ງ.
ກອງບັນຊາການພາກຕາເວັນອອກ ຂອງກອງທັບປົດປ່ອຍປະຊາຊົນຈີນ ກ່າວໃນຖະແຫຼງການສະບັບນຶ່ງໃນຕອນເຊົ້າວັນພຸດມື້ນີ້ວ່າ “ການກະທຳຂອງ ສະຫະລັດ ໄດ້ສົ່ງສັນຍານທີ່ຜິດ ແລະ ໄດ້ຂະຫຍາຍຄວາມສ່ຽງດ້ານຄວາມໝັ້ນຄົງ.”
ກອງທັບເຮືອ ສະຫະລັດ ໄດ້ຢືນຢັນການເດີນທາງຜ່ານດັ່ງກ່າວນັ້ນ. ການຍອມຮັບຢ່າງເປີດເຜີຍຄັ້ງສຸດທ້າຍຂອງພາລະກິດກອງທັບເຮືອ ສະຫະລັດ ໃນຊ່ອງແຄບນັ້ນ ແມ່ນທ້າຍເດືອນພະຈິກປີກາຍນີ້, ເວລາທີ່ເຮືອບິນລາດຕະເວນເຂດນ້ຳທະເລ P-8A Poseidon ໄດ້ບິນຢູ່ເໜືອເຂດນ້ຳດັ່ງກ່າວ.
ຄັ້ງສຸດທ້າຍທີ່ກຳປັ່ນກອງທັບເຮືອ ສະຫະລັດ ຢືນຢັນວ່າ ໄດ້ເດີນທາງຜ່ານຊ່ອງແຄບນັ້ນ ແມ່ນໃນເດືອນຕຸລາທີ່ຜ່ານມາ, ເຊິ່ງແມ່ນການປະຕິບັດພາລະກິດຮ່ວມກັບກຳປັ່ນລົບຂອງການາດາ.
ກອງທັບຂອງ ຈີນ ປະຕິບັດການທຸກມື້ຢູ່ໃນຊ່ອງແຄບນັ້ນ ດັ່ງກັບສ່ວນນຶ່ງຂອງສິ່ງທີ່ລັດຖະບານ ໄຕ້ຫວັນ ໃຫ້ທັດສະນະຄະຕິວ່າ ເປັນສ່ວນນຶ່ງຂອງການດຳເນີນການກົດດັນຂອງ ປັກກິ່ງ.
ປະທານາທິບໍດີ ໄຕ້ຫວັນ ທ່ານ ລາຍ ຈິງ ເຕ ໄດ້ປະຕິເສດການກ່າວອ້າງເອົາອຳນາດອະທິປະໄຕຂອງ ປັກກິ່ງ, ໂດຍເວົ້າວ່າ ມີແຕ່ປະຊາຊົນ ໄຕ້ຫວັນ ເທົ່ານັ້ນ ທີ່ສາມາດຕັດສິນກ່ຽວກັບອະນາຄົດຂອງເຂົາເຈົ້າ.
ອ່ານຂ່າວນີ້ເປັນພາສາອັງກິດ
Two U.S. Navy ships sailed through the sensitive Taiwan Strait this week in the first such mission since President Donald Trump took office last month, drawing an angry reaction from China, which said the mission increased security risks.
The U.S. Navy, occasionally accompanied by ships from allied countries, transits the strait about once a month. China, which claims Taiwan as its own territory, says the strategic waterway belongs to it.
China's military said the two U.S. ships, which it named as the destroyer Lyndon B. Johnson and the survey ship Bowditch, had passed through the strait between Monday and Wednesday, adding that Chinese forces had been dispatched to keep watch.
"The U.S. action sends the wrong signals and increases security risks," the Eastern Theatre Command of the People's Liberation Army said in a statement early Wednesday.
The U.S. Navy confirmed the transit. The last publicly acknowledged U.S. Navy mission in the strait was in late November, when a P-8A Poseidon maritime patrol aircraft flew over the waterway.
The last time a U.S. Navy ship was confirmed to have sailed through the strait was in October, a joint mission with a Canadian warship.
China's military operates daily in the strait as part of what Taiwan's government views as part of Beijing's pressure campaign.
Taiwan President Lai Ching-te rejects Beijing's sovereignty claims, saying only Taiwan's people can decide their future.
ຟໍຣັມສະແດງຄວາມຄິດເຫັນ