ທຳນຽບຂາວໄດ້ປົດຫົວໜ້າກວດກາຂອງອົງການການພັດທະນາສາກົນຂອງສະຫະລັດ ຫຼື USAID ເມື່ອວັນອັງຄານວານນີ້. ເຈົ້າໜ້າທີ່ສະຫະລັດຫຼາຍທ່ານກ່າວວ່າ ການປົດອອກຈາກຕໍາແໜ່ງເກີດຂຶ້ນພຽງນຶ່ງວັນ ຫຼັງຈາກທີ່ຫ້ອງການຂອງທ່ານເຕືອນວ່າ ການຮື້ໂຄງການຂອງ USAID ພາຍໃຕ້ລັດຖະບານ ທ່ານ ດໍໂນລ ທຣໍາ ເຮັດໃຫ້ເກືອບເປັນໄປບໍ່ໄດ້ເລີຍ ທີ່ຈະຕິດຕາມງົບປະມານຊ່ວຍເຫຼືອດ້ານມະນຸດສະທຳທີ່ຍັງບໍ່ທັນໄດ້ຈ່າຍອອກໄປຈຳນວນ 8 ພັນ 2 ຮ້ອຍລ້ານໂດລາ.
ທຳນຽບຂາວບໍ່ໄດ້ໃຫ້ເຫດຜົນໃນການປົດ ທ່ານ ພອລ ມາຣຕິນ ຫົວໜ້າກວດກາ. ຊຶ່ງເຈົ້າໜ້າທີ່ທ່ານນຶ່ງກ່າວວ່າ ການປົດອອກຈາກຕໍາແໜ່ງນີ້ ຖືກເປີດເຜີຍຄັ້ງທຳອິດໂດຍ ອົງການຂ່າວ CNN. ເຈົ້າໜ້າທີ່ທີ່ໃຫ້ຂໍ້ມູນບໍ່ໄດ້ຮັບອະນຸຍາດໃຫ້ສະແດງຄວາມເຫັນຕໍ່ສາທາລະນະ ແລະໃຫ້ຂໍ້ມູນໂດຍບໍ່ເປີດເຜີຍຕົນເອງ.
ຫົວໜ້າກວດກາທັງຫຼາຍ ໂດຍທົ່ວໄປແລ້ວ ເປັນໜ່ວຍງານກວດສອບອິດສະລະທີ່ໄດ້ຮັບງົບປະມານໂດຍກົງ ໂດຍມີໜ້າທີ່ສືບສວນຫາການໃຊ້ຈ່າຍທີ່ສິ້ນເປືອງ, ການສໍ້ໂກງ ແລະ ການລະເມີດໃນອົງການຕ່າງໆຂອງລັດຖະບານ. ທ່ານ ດໍໂນລ ທຣໍາ ກ່ອນໜ້ານີ້ ໄດ້ປົດຫົວໜ້າກວດກາແລ້ວ ສິບກ່ວາຄົນ.
ໃນວັນຈັນທີ່ຜ່ານມາ ຫ້ອງການຂອງ ທ່ານ ມາຣ໌ຕິນ ໄດ້ອອກບົດລາຍງານສະບັບເລັ່ງດ່ວນເຕືອນວ່າ ການລະ
ຫງັບງົບປະມານ ແລະການດຳເນີນງານຂອງເຈົ້າໜ້າທີ່ພາຍໃນ USAID ພາຍໃຕ້ລັດຖະບານຂອງ ທ່ານ ທຣໍາ ເຮັດໃຫ້ການກຳກັບນຳການຊ່ວຍເຫຼືອດ້ານມະນຸດສະທຳ ເກືອບວ່າ ບໍ່ສາມາດດຳເນີນການໄດ້ເລີຍ.
ສິ່ງນີ້ ລວມເຖິງຄວາມສາມາດທີ່ຫຼຸດລົງຢ່າງຫຼວງຫຼາຍຂອງຫ້ອງການ ໃນການຮັບຮອງວ່າ ເງິນຊ່ວຍເຫຼືອດ້ານມະນຸດສະທຳທີ່ຍັງບໍ່ໄດ້ໃຊ້ຈ່າຍມູນຄ່າ 8.2 ພັນລ້ານໂດລາ ຈະບໍ່ຕົກໄປຢູ່ໃນມືຂອງກຸ່ມຫົວຮຸນແຮງທີ່ໃຊ້ຄວາມຮຸນແຮງ ຫຼືສູນຫາຍໃນພື້ນທີ່ຂັດແຍ້ງ ຕາມທີ່ຫ້ອງການກວດສອບກ່າວ.
ນອກຈາກນີ້ ຄະດີທີ່ຍື່ນການຟ້ອງຮ້ອງເມື່ອ ວັນອັງຄານຜ່ານມາ ກ່າວຫາວ່າ ການທີ່ລັດຖະບານ ທ່ານ ທຣໍາ ຍຸບອົງການ USAID ຢ່າງວ່ອງໄວນັ້ນ ໄດ້ສ້າງຜົນກະທົບໃຫ້ກັບທຸລະກິດຕ່າງໆຂອງອາເມຣິກາ ຕ້ອງແບກຫາບພາລະຄ່າໃຊ້ຈ່າຍຫຼາຍຮ້ອຍລ້ານໂດລາທີ່ຄ້າງຊຳລະສຳລັບວຽກທີ່ໄດ້ເຮັດໄປແລ້ວ.
ການລະງັບການຊ່ວຍເຫຼືອຕ່າງປະເທດຢ່າງກະທັນຫັນຂອງລັດຖະບານ ຍັງສົ່ງຜົນກະທົບໃຫ້ເກີດການປົດພະນັກງານຈຳນວນຫຼາຍ ໃນກຸ່ມຜູ້ສະໜອງແລະຜູ້ຮັບເໝົາຊາວອາເມຣິກັນ ທີ່ເຮັດວຽກກັບອົງການ USAID ລວມເຖິງການພັກວຽກພະນັກງານ 750 ຄົນ ໃນບໍລິສັດນຶ່ງ Chemonics International ຊຶ່ງຕັ້ງຢູ່ວໍຊິງຕັນ ດີຊີ ຕາມການກ່າວຟ້ອງໃນຄະດີດັ່ງກ່າວ.
“ເຮົາບໍ່ສາມາດເວົ້າເກີນຄວາມຈິງກ່ຽວກັບຜົນກະທົບຂອງແນວທາງປະຕິບັດທີ່ຜິດກົດໝາຍດັ່ງກ່າວ ຕໍ່ທຸລະກິດຂະໜາດໃຫຍ່ແລະຂະໜາດນ້ອຍທີ່ຖືກບັງຄັບໃຫ້ປິດໂປຣມແກຣມ ແລະ ປົດພະນັກງານ. ຕໍ່ເດັກນ້ອຍທົ່ວໂລກທີ່ອຶດຫີວຊຶ່ງຈະຂາດອາຫານ ຕໍ່ປະຊາກອນທົ່ວໂລກທີ່ປະເຊີນກັບໂລກຮ້າຍແຮງ ແລະຕໍ່ລະບຽບລັດຖະທຳມະນູນຂອງເຮົາ” ທຸລະກິດ ແລະ ອົງກອນຕ່າງ ໆ ຂອງສະຫະລັດ ກ່າວ.
ອົງກອນທີ່ເປັນຕົວແທນຂອງທຸລະກິດຂະໜາດນ້ອຍຂອງສະຫະລັດ 170 ແຫ່ງ, ຜູ້ສະໜອງຂະໜາດໃຫຍ່, ກຸ່ມຊາວຢິວອາເມຣິກັນ ທີ່ໃຫ້ການຊ່ວຍເຫຼືອຜູ້ຍົກຍ້າຍຖິ່ນຖານ, ສະມາຄົມເນຕິບັນດິດອາເມຣິກັນ ແລະອົງກອນອື່ນ ໆ ເຂົ້າຮ່ວມໃນການຟ້ອງຮ້ອງຕໍ່ສານ.
ອົງກອນດັ່ງກ່າວ ໄດ້ຍື່ນຄຳຟ້ອງຮ້ອງຕໍ່ສານສະຫະລັດໃນວໍຊິງຕັນຕໍ່ປະທານາທິບໍດີ ທ່ານ ດໍໂນລ ທຣໍາ, ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ປີເຕີ ມາຣອກໂຄ ຮອງຜູ້ບໍລິຫານ USAID ຮັກສາການ ຊຶ່ງໄດ້ຮັບການແຕ່ງຕັ້ງຈາກທ່ານ ດໍໂນລ ທຣໍາ ແລະ ເປັນບຸກຄົນທີ່ສຳຄັນທີ່ເຮັດໃຫ້ໜ່ວຍງານນີ້ ຖືກຍຸບ ແລະ ທ່ານ ຣັສໂຊລ ວອຕດ໌ ຫົວໜ້າຫ້ອງການບໍລິຫານ ແລະງົບປະມານຂອງທ່ານ ດໍໂນລ ທຣໍາ.
ອ່ານຂ່າວເປັນພາສາອັງກິດ
The White House fired the inspector general for the U.S. Agency for International Development on Tuesday, several U.S. officials said. The dismissal comes a day after his office warned that the Trump administration's dismantling of USAID had made it all but impossible to monitor $8.2 billion in unspent humanitarian funds.
The White House gave no reason for the firing of Inspector General Paul Martin, one of the officials said. The dismissal was first reported by CNN. The officials were not authorized to comment publicly and spoke on condition of anonymity.
Inspectors general are typically independently funded watchdogs who are tasked with rooting out waste, fraud and abuse at government agencies. The Trump administration earlier purged more than a dozen inspectors general.
On Monday, Martin's office issued a flash report warning that the Trump administration's funding freeze and staff actions within USAID had left oversight of the humanitarian aid "largely nonoperational."
That includes the agency's greatly reduced ability to ensure none of the $8.2 billion in unspent unhumanitarian funds falls into the hands of violent extremist groups or goes astray in conflict zones, the watchdog said.
Separately, a lawsuit filed Tuesday alleged that the Trump administration's fast-paced dismantling of USAID is stiffing American businesses on hundreds of millions of dollars in unpaid bills for work that has already been done.
The administration's abrupt freeze on foreign aid also is forcing mass layoffs by U.S. suppliers and contractors for USAID, including 750 furloughs at one company, Washington-based Chemonics International, the lawsuit says.
"One cannot overstate the impact of that unlawful course of conduct: on businesses large and small forced to shut down their programs and let employees go; on hungry children across the globe who will go without; on populations around the world facing deadly disease; and on our constitutional order," the U.S. businesses and organizations said.
An organization representing 170 small U.S. businesses, major suppliers, an American Jewish group aiding displaced people abroad, the American Bar Association and others joined the court challenge.
It was filed in U.S. District Court in Washington against President Donald Trump; Secretary of State Marco Rubio; acting USAID Deputy Administrator Peter Marocco, a Trump appointee who has been a central figure in hollowing out the agency; and Russell Vought, Trump's head of the Office of Management and Budget.
ຟໍຣັມສະແດງຄວາມຄິດເຫັນ