ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານຈິງຈັງຕ້ອງການໃຫ້ ການາດາ ກາຍມາເປັນລັດທີ 51 ຂອງປະເທດ ໃນລະຫວ່າງການໃຫ້ສຳພາດຊ່ວງການ ແຂ່ງຂັນ Super Bowl ທີ່ອອກອາກາດໃນວັນອາທິດວານນີ້.
ທ່ານ ທຣໍາ ກ່າວຕໍ່ ທ່ານ ເບຣັດທ໌ ບາຍເອີ (Bret Baier) ຂອງໂທລະພາບ Fox News ເມື່ອຖືກຖາມວ່າ ການສົນທະນາຂອງທ່ານກ່ຽວກັບການຍຶດເອົາ ການາດາ ແມ່ນ “ຄວາມຈິງ” ຫຼື ບໍ່, ເຊິ່ງທ່ານຕອບວ່າ “ແມ່ນ, ມັນແມ່ນຄວາມ ຈິງ.” ດັ່ງທີ່ນາຍົກລັດຖະມົນຕີການາດາ ທ່ານ ຈັສຕິນ ທຣູໂດ ໄດ້ອອກມາ ເຕືອນເມື່ອບໍ່ດົນມານີ້.
ທ່ານ ທຣໍາ ກ່າວວ່າ “ຂ້າພະເຈົ້າຄິດວ່າ ການາດາ ຄວນເປັນລັດທີ 51 ຂອງ ສະຫະລັດ ຈະດີກວ່າຫຼາຍ ເພາະວ່າ ພວກເຮົາສູນເສຍເງິນ 200 ຕື້ໂດລາຕໍ່ປີ ໃຫ້ແກ່ ການາດາ. ແລະຂ້າພະເຈົ້າກໍຈະບໍ່ປະໃຫ້ສິ່ງນີ້ເກີດຂື້ນອີກ. ເປັນຫຍັງ ພວກເຮົາຕ້ອງຈ່າຍເງິນຈໍານວນ 200 ຕື້ໂດລາຕໍ່ປີ, ເພື່ອໃຫ້ເງິນອຸດໜູນແກ່ ການາດາ ບໍ?”
ສະຫະລັດ ບໍ່ໄດ້ໃຫ້ການອຸດໜູນ ການາດາ. ສະຫະລັດ ຊື້ສິນຄ້າຕ່າງໆຈາກປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ລວມທັງສິນຄ້າອື່ນໆເຊັ່ນ ນ້ຳມັນ. ເຖິງແມ່ນຊ່ອງຫວ່າງທາງການຄ້າໃນດ້ານສິນຄ້າຈະເພີ້ມສູງຂຶ້ນໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມານີ້ກໍຕາມ, ເຊິ່ງເປັນຈໍານວນ 72 ຕື້ໂດລາໃນປີ 2023, ແຕ່ການຂາດດຸນສ່ວນໃຫຍ່ ສະແດງໃຫ້ເຫັນການນໍາເຂົ້າພະລັງງານຂອງ ສະຫະລັດ ຈາກ ການາດາ.
ທ່ານ ທຣໍາ ໄດ້ສະເໜີຊໍ້າແລ້ວຊໍ້າອີກວ່າ ການາດາ ຈະດີກວ່າເກົ່າຫຼາຍ ຖ້າພວກເຂົາເຈົ້າຕົກລົງທີ່ຈະກາຍມາເປັນລັດທີ 51 ຂອງ ສະຫະລັດ, ເຊິ່ງເປັນທ່າອ່ຽງທີ່ປະຊາຊົນຊາວການາດາ ບໍ່ມັກທີ່ສຸດ.
ທ່ານ ທຣູໂດ ກ່າວຢູ່ກອງປະຊຸມແບບປິດກັບບັນດາຜູ້ນຳທຸລະກິດ ແລະແຮງງານ ໃນວັນສຸດທີ່ຜ່ານມາວ່າ ການກ່າວຂອງ ທ່ານ ທຣໍາ ກ່ຽວກັບສິ່ງທີ່ຈະເຮັດໃຫ້ ການາດາ ກາຍມາເປັນລັດທີ 51 ຂອງ ສະຫະລັດ ນັ້ນ, ແມ່ນ “ສິ່ງທີ່ແທ້ຈິງ” ເຊິ່ງພົວພັນກັບຄວາມຕ້ອງການໃນການເຂົ້າເຖິງຊັບພະຍາກອນທຳມະຊາດຂອງປະເທດແຫ່ງນີ້.
ອີງຕາມອົງການຂ່າວ CBC, ເຊິ່ງເປັນຊ່ອງໂທລະພາບຂອງລັດຖະບານ ການາດາ, ທ່ານ ທຣູໂດ ກ່າວວ່າ “ທ່ານ ທຣໍາ ຄິດວ່າ ວິທີທີ່ງ່າຍທີ່ສຸດທີ່ຈະ ເຮັດແບບກ່າວໄປນັ້ນໄດ້ ແມ່ນການດູດເອົາຊັບຂອງປະເທດພວກເຮົາ, ແລະ ມັນກໍ່ແມ່ນຄວາມຈິງ ລະຫວ່າງການສົນທະນາຂອງຂ້າພະເຈົ້າກັບທ່ານ ກ່ຽວກັບ ສິ່ງນັ້ນ ເຊິ່ງພວກເຂົາເຈົ້າຮູ້ດີວ່າພວກເຮົາມີຊັບພະຍາກອນໃດແດ່, ແລະພວກ ເຂົາເຈົ້າກໍຕ້ອງການທີ່ຈະຫາຜົນປະໂຫຍດຈາກສິ່ງເຫຼົ່ານັ້ນທີ່ສຸດ.”
ທ່ານ ທຣໍາ ກ່າວຕໍ່ບັນດານັກຂ່າວຢູ່ເທິງເຮືອບິນ Air Force One ໃນວັນ ອາທິດວານນີ້ ຂະນະທີ່ທ່ານເດີນທາງໄປຮ່ວມເກມແຂ່ງຂັບ Super Bowl ໃນນະຄອນ ນິວ ອໍລີນສ ລັດ ຫຼຸຍຊຽນນາ, ເຊິ່ງທ່ານຍັງຄົງສືບຕໍ່ຂົ່ມຂູ່ຕໍ່ປະ ເທດທີ່ເປັນພັນທະມິດໃກ້ຊິດທີ່ສຸດຂອງ ສະຫະລັດ ມາດົນນານ. ທ່ານອ້າງວ່າ ການາດາ “ບໍ່ສາມາດດໍາລົງເປັນປະເທດໄດ້” ຖ້າບໍ່ມີການຄ້າກັບ ສະຫະລັດ, ແລະໄດ້ເຕືອນວ່າ ສະມາຊິກຜູ້ກໍ່ຕັ້ງອົງການ NATO ບໍ່ສາມາດເພິ່ງພາອາໄສການປົກປ້ອງທາງທະຫານຈາກ ສະຫະລັດ ໄດ້ອີກຕໍ່ໄປ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
WASHINGTON (AP) — President Donald Trump said he is serious about wanting Canada to become the 51st state in an interview that aired Sunday during the Super Bowl preshow.
“Yeah it is,” Trump told Fox News Channel’s Bret Baier when asked whether his talk of annexing Canada is “a real thing” — as Canadian Prime Minister Justin Trudeau recently warned.
“I think Canada would be much better off being the 51st state because we lose $200 billion a year with Canada. And I’m not going to let that happen,” he said. “Why are we paying $200 billion a year, essentially a subsidy to Canada?”
The U.S. is not subsidizing Canada. The U.S. buys products from the natural resource-rich nation, including commodities like oil. While the trade gap in goods has ballooned in recent years to $72 billion in 2023, the deficit largely reflects America’s imports of Canadian energy.
Trump has repeatedly suggested that Canada would be better off if it agreed to become the 51st U.S. state — a prospect that is deeply unpopular among Canadians.
Trudeau said Friday during a closed-door session with business and labor leaders that Trump’s talk of making Canada the 51st U.S. state was “a real thing” and tied to desire for access to the country’s natural resources.
“Mr. Trump has it in mind that the easiest way to do it is absorbing our country and it is a real thing. In my conversations with him on ...,” Trudeau said, according to CBC, Canada’s public broadcaster. “They’re very aware of our resources of what we have, and they very much want to be able to benefit from those.”
Speaking to reporters aboard Air Force One on Sunday as he traveled to the Super Bowl game in New Orleans, Trump continued to threaten a country that has long been one of the U.S.'s closest allies. He claimed that Canada is “not viable as a country” without U.S. trade, and warned that the founding NATO member can no longer depend on the U.S. for military protection.
ຟໍຣັມສະແດງຄວາມຄິດເຫັນ