ລາຄານໍ້າມັນດິບເພີ້ມຂຶ້ນໃນວັນຈັນມື້ນີ້ລຸນຫຼັງປະທານາທິບໍດີ ທ່ານດໍໂນລ ທຣໍາ ຂອງສະຫະລັດຂຶ້ນພາສີນໍາເຂົ້າກັບ ການາດາ, ແມັກຊິໂກ ແລະ ຈີນ. ເຮັດໃຫ້ ເກີດຄວາມເປັນຫ່ວງວ່າການສະໜອງນໍ້າມັນດິບຈາກ ສອງຜູ້ສະໜອງນໍ້າມັນທີ່ ໃຫຍ່ທີ່ສຸດສອງແຫ່ງຂອງສະຫະລັດຈະຢຸດສະງັກ. ແຕ່ທ່າອ່ຽງຂອງຄວາມຕ້ອງ ການນໍ້າມັນທີ່ຫຼຸດລົງໄດ້ຈຳກັດການເພີ້ມຂຶ້ນ. ອີງຕາມການລາຍງານຂອງ ອົງການຂ່າວຣອຍເຕິ້ສ.
ລາຄານໍ້າມັນດິບ ເວສເທັກຊັສ ອິນເຕີມີດຽດຕ໌ ຂອງ ສະຫະລັດ ຢູ່ທີ່ 73,89 ໂດລາຕໍ່ບາຣເຣລ ເພີ້ມຂຶ້ນ 1.36 ໂດລາ ຫຼື 1.88% ເມື່ອເວລາ 06:56 ນາທີ ຕາມເວລາທົ່ວໄປ. ຫຼັງຈາກລາຄາຢູ່ທີ່ລະດັບສູງສຸດຕັ້ງແຕ່ວັນທີ 24 ມັງກອນ ຜ່ານມາ ທີ່ລາຄາ 75.18 ໂດລາຕໍ່ບາຣເຣລໃນຊ່ວງກ່ອນໜ້ານີ້.
ລາຄານໍ້າມັນດິບເບຣນທ໌ເພີິ້ມຂຶ້ນ 73 ເຊັນຕ໌ ຫຼື 0.96% ຢູ່ທີ່ 76.40 ໂດລາ ຕໍ່ບາຣ໌ເຣລ ຫຼັງຈາກຢູ່ທີ່ລະດັບສູງສຸກ 77.34 ໂດລາ.
ທ່ານ ດໍໂນລ ທຣໍາ ສັ່ງເກັບພາສີນໍາເຂົ້າສີນຄ້າຈາກ ແມັກຊິໂກ, ການາດາ ແລະ ຈີນ ເມື່ອວັນເສົາທີ່ຜ່ານມາ. ຊຶ່ງຖືວ່າເປັນການເລີ້ມຕົ້ນສົງຄາມການຄ້າ ທີ່ອາດຈະສົ່ງຜົນກະທົບຕໍ່ການເຕີບໂຕທາງເສດຖະກິດທົ່ວໂລກແລະອັດຕາເງິນ ເຟິ້ຈະກັບມາເພີ້ມສູງຂຶ້ນອີກຄັ້ງນຶ່ງ.
ຜະລິດຕະພັນພະລັງງານຈາກການາດາ ຈະຖືກຈັດເກັບພາສີພຽງ 10% ແຕ່ການ ນໍາເຂົ້າພະລັງງານຈາກແມັກຊິໂກຈະຖືກຈັດເກັບພາສີເຕັມຈຳນວນ 25% ເຈົ້າໜ້າທີ່ທຳນຽບຂາວກ່າວ.
ນັກວິເຄາະຂອງ Barclays ທ່ານ ອາມາຣປຣີດ ຊິງ (Amarpreet Singh) ກ່າວໃນບັນທຶກວ່າ “ ທັດສະນະທີ່ຂ້ອນຂ້າງຜ່ອນຜັນຕໍ່ການນໍາເຂົ້າພະລັງງານ ຈາກ ການາດາ ມີແນວໂນ້ມຈະມີຄວາມລະມັດລະວັງ”
ນັກວິເຄາະຂອງບໍລິສັດ Goldman Sachs ຄາດວ່າ ພາສີນໍາເຂົ້າຈະມີຜົນ ກະທົບຕໍ່ລາຄານໍ້າມັນແລະ ແກັສໂລກໃນໄລຍະໃກ້ວົງຈຳກັດ.
ການາດາແລະແມັກຊິໂກ ເປັນແຫຼ່ງນໍາເຂົ້ານໍ້າມັນດິບທີ່ໃຫຍ່ຂອງສະຫະລັດ. ຮວມກັນກວມເອົາປະມານນຶ່ງໃນສີ່ຂອງປະລິມານນໍ້າມັນເຊື້ອເພີງເຊັ່ນນໍ້າມັນ ແອັດຊັງ ແລະ ນໍ້າມັນເຕົາ ຫຼືນໍ້າມັນໃຫ້ຄວາມຮ້ອນ ຕາມຂໍ້ມູນຂອງກະຊວງ ພະລັງງານສະຫະລັດ.
ແຫຼ່ງຂ່າວໃນອຸດສາຫະກຳກ່າວວ່າອັດຕາພາສີດັ່ງກ່າວຈະເຮັດໃຫ້ຕົ້ນທຶນຂອງນໍ້າມັນດິບເກຣດໜັກທີ່ໂຮງກັ່ນຂອງສະຫະລັດຕ້ອງການເພື່ອການຜະລິດທີ່ເໝາະ ສົມສູງຂຶ້ນ. ສົ່ງຜົນໃຫ້ກຳໄລຂອງໂຮງກັ່ນຫຼຸດລົງ ແລະອາດຈະເຮັດໃຫ້ຕ້ອງຫຼຸດ ການຜະລິດ.
ລາຄານໍ້າແອດຊັງໃນອະນາຄົດຂອງສະຫະລັດເພີ້ມຂຶ້ນ 2.66% ສູ່ລະດັບ 2.1136 ແກລລອນ ຫຼັງຈາກຢູ່ທີ່ລະດັບ 2.162 ໂດລາກ່ອນໜ້ານີ້ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ 18 ມັງກອນ ຜ່ານມາ.
ອ່ານຂ່າວເປັນພາສາອັງກິດ
Oil prices jumped on Monday after U.S. President Donald Trump imposed tariffs on Canada, Mexico and China, raising fears of crude supply disruption from the two biggest suppliers to the U.S., but the prospect of lower fuel demand capped gains.
U.S. West Texas Intermediate crude futures were at $73.89 a barrel, up $1.36, or 1.88%, by 0656 GMT, after hitting its highest since Jan. 24 at $75.18 a barrel earlier in the session.
Brent crude futures rose 73 cents, or 0.96%, to $76.40 a barrel, after touching a high of $77.34.
Trump on Saturday ordered sweeping tariffs on goods from Mexico, Canada and China, kicking off a trade war that could dent global growth and reignite inflation.
Energy products from Canada will have only a 10% duty, but Mexican energy imports will be charged the full 25%, White House officials said.
"The relatively soft stance on Canadian energy imports is likely rooted in caution," Barclays analyst Amarpreet Singh said in a note.
"Tariffs on Canadian energy imports would likely be more disruptive for domestic energy markets than those on Mexican imports and might even be counterproductive to one of the president's key objectives - lowering energy costs."
Goldman Sachs analysts expect the tariffs to have limited near-term impact on global oil and gas prices.
Canada and Mexico are the top sources of U.S. crude imports, together accounting for about a quarter of the oil U.S. refiners process into fuels such as gasoline and heating oil, according to the U.S. Department of Energy.
The tariffs will raise costs for the heavier crude grades U.S. refineries need for optimum production, industry sources said, cutting their profitability and potentially forcing production cuts.
U.S. gasoline futures jumped 2.66% to $2.1136 a gallon after hitting $2.162 earlier, the highest since Jan. 16.
ຟໍຣັມສະແດງຄວາມຄິດເຫັນ