ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

​ອົງ​ການ​ອາ​ຫານ ແລະ ຢາ ສະ​ຫະ​ລັດ ອະ​ນຸ​ມັດ​ຢາ​ແກ້​ປວດ ​ຊະ​ນິດ​ໃໝ່


ພາບນີ້​ທີ່​ສະ​ໜອງ​ໃຫ້​ໂດຍ​ບໍ​ລິ​ສັດ​ການ​ຢາ Vertex ໃນ​ເດືອນ​ມັງ​ກອນ 2025 ສະ​ແດງ​ໃຫ້​ເຫັນ​ເມັດ​ຢາ ແລະ ກ່ອງ​ຂອງ​ຢາ​ແກ້​ປວດ JOURNAVX.
ພາບນີ້​ທີ່​ສະ​ໜອງ​ໃຫ້​ໂດຍ​ບໍ​ລິ​ສັດ​ການ​ຢາ Vertex ໃນ​ເດືອນ​ມັງ​ກອນ 2025 ສະ​ແດງ​ໃຫ້​ເຫັນ​ເມັດ​ຢາ ແລະ ກ່ອງ​ຂອງ​ຢາ​ແກ້​ປວດ JOURNAVX.

ອົງການ FDA ໄດ້ອະນຸມັດ ຢາແກ້ປວດ ທີ່ຖືກອອກແບບມາ ໂດຍກຳຈັດຄວາມສ່ຽງຂອງການຕິດຢາ.

ບັນດາເຈົ້າໜ້າທີ່ລັດຖະບານກາງ ໃນວັນພະຫັດວານນີ້ ໄດ້ອະນຸມັດຢາແກ້ປວດ ປະເພດໃໝ່ທີ່ອອກແບບມາ ໂດຍກຳຈັດຄວາມສ່ຽງຈາກການຕິດຢາ ແລະ ການໃຊ້ຢາເກີນຂະໜາດທີ່ກ່ຽວຂ້ອງກັບຢາໂອປີອອຍ ເຊັ່ນ ວິໂຄດິນ ແລະ ອົກຊີຄອນຕິນ.

ອົງການອາຫານ ແລະ ຢາ ຂອງສະຫະລັດ ຫຼື FDA ກ່າວວ່າ ໄດ້ອະນຸມັດຢາ Journavx ເພື່ອໃຊ້ໃນການຮັກສາອາກາດປວດໄລຍະສັ້ນ ຊຶ່ງມັກເກີດຂຶ້ນ ຫຼັງຈາກການຜ່າຕັດ ຫຼື ໄດ້ຮັບບາດເຈັບ.

ຖືເປັນແນວທາງໃໝ່ ໃນການຮັກສາອາການປວດໃນຮອບດົນກວ່າ 20 ປີ, ໂດຍເປັນທາງເລືອກແທນຢາໂອປີອອຍ ແລະ ຢາທີ່ຊື້ເອງໂດຍບໍ່ຕ້ອງມີໃບສັ່ງແພດ ເຊັ່ນ ໄອບູໂປຣເຟັນ ແລະ ອາເຊຕາມິໂນເຟັນ. ແຕ່ປະສິດທິພາບ ທີ່ບໍ່ຫຼາຍຂອງຢາດັ່ງກ່າວ ແລະ ຂະບວນການພັດທະນາທີ່ຍາວນານ ໄດ້ເນັ້ນຢໍ້າເຖິງຄວາມທ້າທາຍໃນການຄົ້ນຫາວິທີໃໝ່ໆ ໃນການຄວບຄຸມອາການປວດນັ້ນ.

ການສຶກສາກັບຄົນໄຂ້ຫຼາຍກວ່າ 870 ຄົນທີ່ມີອາການປວດກະທັນຫັນ ເນື່ອງມາຈາກການຜ່າຕັດຕີນ ແລະ ທ້ອງ ສະແດງໃຫ້ເຫັນວ່າ ຢາ Vertex ບັນເທົາອາການໄດ້ດີກວ່າ ຢາເມັດຫຼອກ ແຕ່ບໍ່ໄດ້ມີປະສິດທິພາບ ເໜືອກວ່າຢາເມັດ ໂອປີອອຍ ແລະ ອາເຊຕາມິໂນເຟັນ ແບບທົ່ວໄປ.

ທ່ານ ໄມເກິລ ຊາ (Michael Shuh) ຈາກໂຮງໝໍ Mayo Clinic, ຊຶ່ງເປັນນັກການຢາ ແລະ ຜູ້ຊ່ຽວຊານດ້ານຢາແກ້ປວດ ຜູ້ທີ່ບໍ່ໄດ້ມີສ່ວນຮ່ວມໃນການຄົ້ນຄວ້າກ່າວວ່າ “ມັນບໍ່ແມ່ນຄວາມສຳເລັດ ກ່ຽວກັບ ການມີປະສິດທິຜົນ. ແຕ່ມັນແມ່ນຄວາມສຳເລັດ ທີ່ມັນເປັນເສັ້ນທາງ ແຕກຕ່າງຫຼາຍ ແລະ ກົນໄກໃນການດຳເນີນງານ. ສະນັ້ນຂ້າພະເຈົ້າຄິດວ່າ ນັ້ນໄດ້ສະແດງໃຫ້ເຫັນຄວາມຫຼວັງຢ່າງຫຼວງຫຼາຍ.”

ຢາຊະນິດໃໝ່ດັ່ງກ່າວນີ້ ຈະມີລາຄາຂາຍຍ່ອຍຢູ່ທີ່ເມັດລະ 15 ໂດລາ 50 ເຊັນ ຊຶ່ງມີລາຄາແພງກວ່າຢາໂອປີອອຍ ທີ່ທຽບຄຽງໄດ້ຫຼາຍເທົ່າ, ເຊິ່ງມັກຈະວາງຈຳໜ່າຍໃນຮູບແບບຢາທົ່ວໄປ ໃນລາຄາ 1 ໂດລາຫຼືຕໍ່າກວ່າ.

ບໍລິສັດ Vertex ໄດ້ເລີ່ມທຳການວິໄຈຢາດັ່ງກ່າວໃນຊ່ວງຊຸມປີ 2000, ຊຶ່ງເປັນຊ່ວງເວລາທີ່ການໃຊ້ຢາເກີນຂະໜາດເພີ່ມສູງຂຶ້ນ ໂດຍສາເຫດຫຼັກ ແມ່ນມາຈາກການຈ່າຍຢາແກ້ປວດທີ່ມີສານໂອປີອອຍ ໃຫ້ກັບຄົນໄຂ້ ຈຳນວນຫຼາຍ ເພື່ອຮັກສາອາກາດເຈັບປ່ວຍທົ່ວໄປເຊັ່ນ ໂຣກຂໍ້ອັກເສບ ແລະ ອາກາດປວດຫຼັງ. ການຈ່າຍຢາຕາມໃບສັ່ງໄດ້ຫຼຸດລົງຢ່າງວ່ອງໄວ ໃນຊ່ວງ ທົດສະວັດທີ່ຜ່ານມາ ແລະ ການລະບາດຂອງສານໂອປີອອຍໃນປັດຈຸບັນ ສ່ວນໃຫຍ່ເກີດຈາກຢາເຟັນຕານອລ ທີ່ຜິດກົດໝາຍ ບໍ່ແມ່ນຢາຮັກສາໂຣກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Federal officials on Thursday approved a new type of pain pill designed to eliminate the risks of addiction and overdose associated with opioid medications like Vicodin and OxyContin.

The U.S. Food and Drug Administration said it approved Vertex Pharmaceuticals' Journavx for short-term pain that often follows surgery or injuries.

It's the first new pharmaceutical approach to treating pain in more than 20 years, offering an alternative to both opioids and over-the-counter medications like ibuprofen and acetaminophen. But the medication's modest effectiveness and lengthy development process underscore the challenges of finding new ways to manage pain.

Studies in more than 870 patients with acute pain because of foot and abdominal surgeries showed Vertex's drug provided more relief than a dummy pill but didn't outperform a common opioid-acetaminophen combination pill.

"It's not a slam dunk on effectiveness," said Michael Schuh of the Mayo Clinic, a pharmacist and pain medicine expert who was not involved in the research. "But it is a slam dunk in that it's a very different pathway and mechanism of action. So, I think that shows a lot promise."

The new drug will carry a list price of $15.50 per pill, making it many times more expensive than comparable opioids, which are often available as generics for $1 or less.

Vertex began researching the drug in the 2000s, when overdoses were rocketing upward, principally driven by mass prescribing of opioid painkillers for common ailments like arthritis and back pain. Prescriptions have fallen sharply in the last decade and the current wave of the opioid epidemic is mainly due to illicit fentanyl, not pharmaceutical medicines.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG