ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ລັດຖະບານ ທ່ານ ທຣໍາ ຍຸຕິການຊ່ວຍເຫຼືອເພື່ອການພັດທະນາ ລະຫວ່າງປະເທດ ໄວ້ຊົ່ວຄາວ


ລັດຖະບານ ທ່ານ ທຣໍາ ຍຸຕິການຊ່ວຍເຫຼືອເພື່ອການພັດທະນາລະຫວ່າງປະເທດ ໄວ້ຊົ່ວຄາວ.

ລັດຖະບານຂອງ ທ່ານ ທຣໍາ ໄດ້ສັ່ງໃຫ້ຢຸດການຊ່ວຍເຫຼືອດ້ານການພັດທະນາສໍາລັບຕ່າງປະເທດເກືອບທັງໝົດ ເປັນເວລາ 3 ເດືອນ ສໍາລັບການກວດກາເພື່ອທົບທວນຄືນໃນສິ່ງທີ່ເໝາະສົມກັບນະໂຍບາຍທີ່ວ່າ “ອາເມຣິກາຕ້ອງມາກ່ອນ” ຂອງ ທ່ານ ທຣໍາ. ບັນດາ​ກຸ່ມ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ​ແລະ​ບັນດາ​ນັກ​ສັງ​ເກດ​ການ​ດ້ານສິດທິ​ມະນຸດ​ ອອກມາ​ເຕືອນ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ຈະ​ເຮັດ​ໃຫ້​ຊີວິດ​ຂອງປະຊາຊົນຢູ່​ໃນ​ທົ່ວ​ໂລກຈໍານວນນັບບໍ່ຖ້ວນ ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ສະຫະລັດ ​ໄດ້​ໃຊ້​ເງິນ​ຊ່ວຍ​ເຫຼືອ​ຕ່າງປະ​ເທດ​ຈໍານວນ 70 ຕື້​ໂດ​ລາ​ ໃນ​ງົບປະມານປີ 2023, ໂດຍສ່ວນ​ຫຼາຍ ​ແມ່ນ​ຜ່ານ​ອົງການ​ເພື່ອການພັດທະນາລະຫວ່າງປະເທດ​ຂອງ​ສະຫະລັດ ຫຼື USAID (U.S. Agency for International Development). ສະຫະລັດ ເປັນປະເທດທີ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາທີ່ໃຫຍ່ທີ່ສຸດໃນໂລກ ແລະເປັນຜູ້ນໍາລະດັບໂລກ ໃນການປ້ອງກັນ ແລະປິ່ນປົວເຊື້ອ HIV ໂດຍຜ່ານໂຄງການແຜນງານສຸກເສີນຂອງປະທານາທິບໍດີ ເພື່ອບັນເທົາໂຣກ AIDS ຫຼື PEPFAR (President's Emergency Plan for AIDS Relief).

ທ່ານນາງ ສາແມນຕ້າ ພາວ (Samantha Power), ອະດີດຜູ້ບໍລິຫານງານຂອງອົງການ USAID ກ່າວວ່າ:

“ພວກເຮົາໄດ້ທໍາການຕອບສະໜອງຕໍ່ວິກິດການຂອງມວນມະນຸດ 84 ວິກິດການ ໃນຈໍານວນ 66 ປະເທດ, ໂດຍໃຫ້ການຊ່ວຍເຫຼືອເພື່ອຮັກສາຊີວິດ ແກ່ປະຊາຊົນຫຼາຍສິບລ້ານຄົນ, ໃນນັ້ນລວມທັງ ຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງທີ່ຮຸນແຮງໃນຂົງເຂດກາຊາ, ປະເທດ ຊູດານ ແລະ ຢູເຄຣນ.”

ດ້ວຍການລົງນາມໂດຍປາກກາຂອງທ່ານ, ປະທານາທິບໍດີ ດໍໂນລ ທຣໍາ ໄດ້ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານທີ່ຈໍາເປັນຢ່າງຮີບດ່ວນທີ່ສຸດ, ເຊິ່ງເປັນສ່ວນນຶ່ງໃນຄໍາສັ່ງຂອງທ່ານ ເພື່ອປັບທ່າທີຄືນໃໝ່ ກ່ຽວກັບວຽກງານການຕ່າງປະເທດຂອງ ສະຫະລັດ ດ້ວຍນະໂຍບາຍຂອງປະເທດ ກໍຄື ອາເມຣິກາຕ້ອງມາກ່ອນ. ຄຳສັ່ງດັ່ງກ່າວ, ຍຸຕິພັນທະຜູກມັດໃໝ່ ແລະການເບີກຈ່າຍກອງທຶນຊ່ວຍເຫຼືອເພື່ອການພັດທະນາ ເປັນໄລຍະເວລາຮອດ 90 ມື້ ໃນຂະນະທີ່ພວກເຂົາເຈົ້າດໍາເນີນງານທົບທວນຄືນ.

ທຳນຽບຂາວ, ​ໄດ້​ວາງ​ລາຍລະອຽດດ້ວຍເຫດແລະຜົນ​ຂອງຕົນ ສຳລັບ​ການເຄື່ອນໄຫວທີ່​ຄ້າຍ​ຄື​ກັນ​ນີ້ ເຊິ່ງ​ຢຸດ​ໃຫ້ ການຊ່ວຍ​ເຫຼືອ ​ແລະ​ເງິນ​ກູ້​ຈາກ​ລັດຖະບານ​ກາງ​ທັງ​ໝົດ ​ໃນ​ວັນ​ອັງຄານ​ແລ້ວ​ນີ້, ​ເຖິງ​ແມ່ນ​ ໂຄສົກຂອງທໍານຽບຂາວ ທ່ານນາງ ແຄໂຣລາຍ ລີວິຕທ໌ (Karoline Leavitt) ບໍ່​ໄດ້​ຊີ້​ແຈງ​ວ່າ ມີ​ໂຄງການ​ໃດ ​ພາຍ​ໃນ​ປະ​ເທດແດ່ ທີ່ຖືກ​ຢຸດໄວ້​ຊົ່ວຄາວ.

ທ່ານນາງ ແຄໂຣລາຍ ລີວິຕທ໌, ໂຄສົກຂອງທຳນຽບຂາວ ກ່າວວ່າ:

“ໃນຊ່ວງສີ່ປີທີ່ຜ່ານມາ, ພວກເຮົາເຫັນລັດຖະບານຂອງ ທ່ານ ໄບເດັນ ໃຊ້ເງິນແບບທະຫານເຮືອທີ່ເມົາເຫຼົ້າ. ນັ້ນ ຈຶ່ງເປັນເຫດຜົນອັນສໍາຄັນທີ່ພວກເຮົາມີວິກິດການເງິນເຟີ້ຢູ່ໃນປະເທດແຫ່ງນີ້. ແລະມັນກໍຂຶ້ນກັບລັດຖະບານຊຸດນີ້ ເພື່ອເຮັດໃຫ້ໝັ້ນໃຈວ່າ, ອີກຄັ້ງນຶ່ງ ເງິນທຸກໆເຊັນ ຕ້ອງຖືກນໍາໃຊ້ຢ່າງຊື່ສັດ.”

ທຳນຽບຂາວ​ ບໍ່​ໄດ້​ຕອບ​ຄຳ​ຖາມ​ຂອງ​ VAO ເມື່ອຮ້ອງຂໍ​ລາຍ​ລະ​ອຽດ​ເພີ້ມ​ເຕີມ ກ່ຽວ​ກັບວ່າ​ໂຄງການ​ການ​ຊ່ວຍ​ເຫຼືອ​ຕ່າງປະ​ເທດໃດ ​ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ.

​ກຸ່ມດ້ານ​ມະນຸດສະທຳຕ່າງໆ ​ກຳລັງ​ອອກມາ​ເຕືອນ​ກ່ຽວ​ກັບ​ບັນດາ​ໂຄງການ​ລະຫວ່າງປະ​ເທດຕ່າງໆ, ​ໃນ​ນັ້ນ ​ທີ່ເພັ່ງເລັງໃສ່​ບັນດາ​ບັນຫາ​ຕ່າງໆ​ ເຊັ່ນ ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ການ​ພັດທະນາ​ທຸລະ​ກິດ ​ແລະ ສິ່ງທີ່ສຳຄັນຢ່າງຍິ່ງ ການ​ສະໜອງ​ຢາຕ້ານເຊື້ອ HIV ທີ່ໄດ້ຮັບທຶນ​ສະໜັບສະໜູນຈາກ ​ສະຫະລັດ​, ​ເຊິ່ງບັນດາ​ເຈົ້າ​ໜ້າ​ທີ່ຂອງ ທ່ານ ໄບເດັນ ​ຮ້ອງ​ວ່າ “ເສົາ​ຄ້ຳທີ່​ສຳຄັນ” ກ່ຽວກັບການ​ພົວພັນ​ຂອງວໍ​ຊິງ​ຕັນ ກັບໂລກທີ່ກໍາລັງພັດທະນາ.

ທ່ານ ສເຕຟານ ດູຈາຣິກ (Stephane Dujarric), ໂຄສົກອົງການສະຫະປະຊາຊາດ ກ່າວວ່າ:

“ເລຂາທິການ​ໃຫຍ່​ໃຫ້​ຂໍ້​ສັງ​ເກດ​ດ້ວຍ​ຄວາມ​ເປັນ​ຫ່ວງ ​ຕໍ່​ການ​ປະກາດ​ຍຸຕິ​ການ​ຊ່ວຍ​ເຫຼືອ​ຕ່າງປະ​ເທດ​ຈາກ ​ສະຫະລັດ. ທ່ານຮຽກຮ້ອງໃຫ້ພິຈາລະນາຍົກເວັ້ນຕື່ມ ສໍາລັບການພິຈາລະນາເພື່ອຮັບປະກັນຕໍ່ການພັດທະນາອັນສໍາຄັນ ແລະກິດຈະກໍາດ້ານມະນຸດສະທໍາ ສໍາລັບປະຊາຄົມທີ່ມີຄວາມສ່ຽງທີ່ສຸດຢູ່ໃນທົ່ວໂລກ. ຊີວິດ ແລະການດໍາລົງຊີວິດເຫຼົ່ານັ້ນ ຂຶ້ນຢູ່ກັບການສະໜັບສະໜູນນີ້.”

ໂຄງການ USAID ເປັນໂຄງການດຽວທີ່ໃຫຍ່ທີ່ສຸດ ໃນງົບປະມານປີ 2023 ໄດ້ໃຫ້ການຊ່ວຍເຫຼືອດ້ານການທະຫານ 14 ຕື້ໂດລາ ແກ່ ຢູເຄຣນ. ໜ່ວຍງານສັງເກດການດ້ານສິດທິມະນຸດ ກ່າວວ່າ ພວກເຂົາເຈົ້າຍິນດີຮັບຜິດຊອບຢ່າງເຂັ້ມງວດກ່ຽວກັບກອງທຶນ ສໍາລັບຜູ້ເສຍພາສີ ຂອງ ສະຫະລັດ, ແຕ່ບໍ່ໄດ້ຍຸຕິການຊ່ວຍເຫຼືອ ໃນລະຫວ່າງຂັ້ນຕອນຂອງການທົບທວນຢູ່.

ທ່ານນາງ ນິໂຄ ວິນເດີຊາຍມ໌ (Nicole Widdersheim), ຈາກໜ່ວຍງານສັງເກດການດ້ານສິດທິມະນຸດ ກ່າວຜ່ານ Zoom ວ່າ:

“ຖ້າພວກທ່ານຕ້ອງການທົບທວນຄືນ ກ່ຽວກັບການຊ່ວຍເຫຼືອທັງຫມົດ, ຈົ່ງເລີ້ມຕົ້ນການທົບທວນຄືນຂອງທ່ານ. ມີຄວາມຈະແຈ້ງ ໃນສິ່ງທີ່ທ່ານກໍາລັງຊອກຫາຢູ່. ຢ່າຍຸຕິການຊ່ວຍຊີວິດໃຫ້ຍືນຍົງ ແລະການຊ່ວຍເຫຼືອ ທີ່ຈະຊ່ອຍຊີວິດໄວ້ ໃນຂະນະທີ່ທ່ານທໍາການທົບທວນຄືນ.”

ແລະນັກວິເຄາະ ໄດ້ສະແດງຄວາມກັງວົນກ່ຽວກັບຜົນກະທົບໃນທັນທີ ຈາກຄໍາສັ່ງຍຸຕິຂອງການເຮັດວຽກ.

ອິສເທີ ບຣິມເມີ (Esther Brimmer), ຈາກສະພາພົວພັນການຕ່າງປະເທດ ກ່າວຜ່ານ Zoom ວ່າ:

“ຄວາມ​ກັງວົນ​ທີ່​ແທ້​ຈິງ​ຂອງ​ພວກ​ເຮົາ​ແມ່ນ ຜົນ​ກະ​ທົບ​ທີ່ຈະເກີດຂຶ້ນໃນ​ທັນ​ທີຈາກ​ຄຳ​ສັ່ງ​ຍຸຕິ​ການ​ຊ່ວຍ​ເຫຼືອ​ແກ່​ຕ່າງ​ປະ​ເທດ. ພວກເຮົາຕ້ອງຈື່ໄວ້ວ່າ ການຊ່ວຍເຫຼືອສໍາລັບຕ່າງປະເທດທີ່ລວມມີ ໂຄງການດ້ານມະນຸດສະທໍາ ທີ່ພົວພັນກັບການສັກຢາວັກຊີນ, ຕົວຢ່າງ ສໍາລັບເດັກນ້ອຍຢູ່ໃນທົ່ວໂລກ ເພື່ອໃຫ້ຮັບປະກັນວ່າ ພວກເຂົາບໍ່ສາມາດມີເຊື້ອພະຍາດຕິດຕໍ່ໄດ້.”

ກ່ຽວກັບບັນຫາສາທາລະນະສຸກຢູ່ໃນທົ່ວໂລກເຫຼົ່ານັ້ນ, ທ່າທີຂອງ ທ່ານ ທຣໍາ ແມ່ນຈະແຈ້ງ, ທ່ານຍັງໄດ້ປະກາດລະຫວ່າງມື້ທໍາອິດ ໃນການເຂົ້າຮັບຕໍາແໜ່ງຂອງທ່ານ ວ່າ ທ່ານຈະຖອນ ສະຫະລັດ ອອກຈາກອົງການອະນາໄມໂລກ (WHO), ໂດຍອ້າງເຖິງຄວາມກັງວົນທີ່ວ່າ ສະຫະລັດ ກໍາລັງຖືກ “ເອົາປຽບ” ໃນຖານະຜູ້ໃຫ້ທຶນທີ່ໃຫຍ່ທີ່ສຸດຂອງອົງການດັ່ງກ່າວ. ທ່ານ ທຣໍາ ຍັງໄດ້ປະຕິບັດແບບດຽວກັນນີ້ ໃນໄລຍະທໍາອິດທີ່ທ່ານດໍາລົງຕໍາແໜ່ງ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

The Trump administration has ordered a three-month pause on almost all foreign development assistance pending a review to see what fits under his “America First” policy. Aid groups and human rights watchdogs warn that the move will put countless lives around the world at risk. VOA’s Anita Powell reports from the White House.

The U.S. spent just short of $70 billion on foreign aid in fiscal year 2023, most of that through the U.S. Agency for International Development, or USAID. The U.S. is the world’s largest provider of humanitarian assistance and a global leader on HIV prevention and treatment through the President's Emergency Plan for AIDS Relief, or PEPFAR, program.

Voice of Samantha Power, Former USAID Administrator.

“We responded to 84 human crises in 66 countries, providing life-saving aid to tens of millions of people, including those affected by devastating conflicts in Gaza, Sudan and Ukraine.”

With a stroke of his pen, President Donald Trump put all but the most urgently needed food assistance on ice, part of his charge to realign the U.S.’s foreign stance with its America-first policy. The order pauses new obligations and disbursements of development assistance funds for 90 days while they are reviewed.

The White House laid out its rationale for a similar move that pauses all federal grants and loans starting on Tuesday – though press secretary Karoline Leavitt did not clarify which domestic programs are on pause.

Karoline Leavitt, White House Press Secretary.

"In the past four years, we've seen the Biden administration spend money like drunken sailors. It's a big reason we've had an inflation crisis in this country. And it's incumbent upon this administration to make sure, again, that every penny is being accounted for, honestly."

The White House did not reply to VOA’s questions for more details on which foreign assistance programs would be impacted.

Humanitarian groups are sounding the alarm about the foreign programs, some of which focus on issues like gender equity, business development and — critically — the provision of U.S.-funded HIV drugs, which Biden officials called a “key pillar” of Washington’s relations with the developing world.

Stephane Dujarric, United Nations Spokesperson.

“The secretary-general notes with concern the announcement of a pause in U.S. foreign assistance. He calls for additional exemptions to be considered to ensure the continued delivery of critical development and humanitarian activities for the most vulnerable communities around the world. Those lives and livelihoods depend on this support."

The largest single USAID project in fiscal year 2023 provided $14 billion in nonmilitary assistance to Ukraine. Human rights watchdogs say they welcome robust accountability over U.S. taxpayer funds – but not pausing assistance during the review.

Nicole Widdersheim, Human Rights Watch, Zoom.

“If you want to review all of the assistance, start your review. Be crystal clear on what you're looking at. Don't suspend life-sustaining and life-saving aid while you do that review.”

And analysts expressed concerns about the immediate impact of the stop-work order.

Esther Brimmer, Council on Foreign Relations, Zoom.

“Our real concern is about the immediate impact of a stop work order on foreign assistance. We must remember that foreign assistance includes such humanitarian projects that relate to administration of vaccines, for example, to children around the world to make sure that they don't get communicable diseases.”

On those global public health issues, Trump’s stance is clear: he also announced, on his first day in office, that he would pull out of the World Health Organization, citing concerns that the U.S. is being “ripped off” as the organization’s largest donor. He did the same during his first term.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG