ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ທ່ານ ທຣໍາ ກ່າວວ່າ ສະຫະລັດ ອາດຮູ້ສຶກ ‘ເຈັບ’ ໃນສົງຄາມການຄ້າກັບ ເມັກຊິໂກ, ການາດາ ແລະ ຈີນ


ບັນດາຜູ້ຊື້ ພາກັນເລືອກເບິ່ງສິນຄ້າຫຼຸດລາຄາຢູ່ຮ້ານຄ້າແຫ່ງນຶ່ງໃນນະຄອນຫຼວງປັກກິ່ງ, ວັນສຸກ ທີ 2 ສິງຫາ 2019. ປະທານາທິບໍດີ ດໍໂນລ ທຣໍາ ເພີ້ມແຮງກົດດັນໃຫ້ ຈີນ ບັນລຸຂໍ້ຕົກລົງດ້ານການຄ້າ ໂດຍກ່າວວ່າ ທ່ານຈະເພີ້ມອັດຕາພາສີຂຶ້ນ 10 ເປີເຊັນ ໃນເດືອນກັນຍານີ້.
ບັນດາຜູ້ຊື້ ພາກັນເລືອກເບິ່ງສິນຄ້າຫຼຸດລາຄາຢູ່ຮ້ານຄ້າແຫ່ງນຶ່ງໃນນະຄອນຫຼວງປັກກິ່ງ, ວັນສຸກ ທີ 2 ສິງຫາ 2019. ປະທານາທິບໍດີ ດໍໂນລ ທຣໍາ ເພີ້ມແຮງກົດດັນໃຫ້ ຈີນ ບັນລຸຂໍ້ຕົກລົງດ້ານການຄ້າ ໂດຍກ່າວວ່າ ທ່ານຈະເພີ້ມອັດຕາພາສີຂຶ້ນ 10 ເປີເຊັນ ໃນເດືອນກັນຍານີ້.

ປະທານາທິບໍດີ ທ່ານ ດໍ​ໂນ​ລ ທຣໍາ ກ່າວ​ວ່າ ອັດຕາ​ພາສີ​ທີ່​ທ່ານ​ຈະ​ເກັບ​ຕໍ່ ​ເມັກ​ຊິ​ໂກ, ກາ​ນາ​ດາ ​ແລະ ຈີນ ອາດສ້າງ​ຄວາມ​ເຈັບ​ປວດ “ໄລຍະ​ສັ້ນ” ​ໃຫ້​ແກ່​ຊາວ​ອາ​ເມ​ຣິ​ກັນ, ​ໃນ​ຂະນະ​ທີ່​ຕະຫຼາດ​ຫຸ້ນ​ທົ່ວ​ໂລກ​ຕົກ​ລົງ ​ຍ້ອນ​ຄວາມ​ວິຕົກ​ກັງວົນ​ວ່າ ການ​ເກັບ​ພາສີ ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ສົງຄາມ​ການ​ຄ້າ​ທີ່ສ້າງຄວາມ ເສຍຫາຍຕໍ່ລະບົບ​ເສດຖະກິດ.

ທ່ານ ທຣໍາ ກ່າວວ່າ ທ່ານຈະສົນທະນາໃນວັນຈັນມື້ນີ້ ກັບບັນດາຜູ້ນໍາຂອງ ການາດາ ແລະ ເມັກຊິໂກ, ເຊິ່ງທັງສອງປະເທດ ກໍໄດ້ປະກາດອັດຕາພາສີ ຕອບໂຕ້ເຊັ່ນກັນ, ແຕ່ຫຼຸດຄວາມຄາດຫວັງລົງທີ່ວ່າ ພວກເຂົາເຈົ້າຈະປ່ຽນໃຈ ທ່ານ.

ທ່ານ ທຣໍາ ກ່າວຕໍ່ບັນດານັກຂ່າວໃນຂະນະທີ່ທ່ານກັບຄືນມາຍັງນະຄອນຫຼວງ ວໍຊິງຕັນ ຈາກບ້ານພັກຕາກອາກາດ Mar-a-Lago ໃນລັດ ຟລໍຣິດາ ຂອງ ທ່ານວ່າ “ຂ້າພະເຈົ້າບໍ່ໄດ້ຄາດຫວັງສິ່ງໃດທີ່ຕື່ນເຕັ້ນໃຈ. ພວກເຂົາເຈົ້າເປັນໜີ້ພວກເຮົາຫຼາຍ, ແລະຂ້າພະເຈົ້າກໍໝັ້ນໃຈວ່າ ພວກເຂົາຈະ ຕ້ອງຮັບຜິດຊອບ.”

ທ່ານ​ຍັງ​ກ່າວ​ຕື່ມວ່າ ການ​ເກັບ​ພາ​ສີ​ຕໍ່​ສະ​ຫະ​ພາບ​ຢູໂຣບ​ ຈະຍັງຄົງ​ດຳ​ເນີນຕໍ່​ໄປ, ແຕ່​ບໍ່​ໄດ້​ກ່າວ​ວ່າ ​ຈະ​ດຳ​ເນີນ​ການໃນເວລາ​ໃດ. ບັນດາຜູ້ນຳຂອງຢູໂຣບ ໄດ້ທໍາ ການພົບປະກັນທີ່ນະຄອນ ບຣັສເຊລສ໌ (Brussels) ຂອງ​ປະ​ເທດ ແບ​ລ​ຈຽມ ໃນວັນຈັນມື້ນີ້ ແລະຄາດວ່າຈະມີການຫາລືກ່ຽວກັບອັດຕາພາສີ ລຸນຫຼັງການໃຫ້ ຄຳເຫັນຂອງ ທ່ານ ທຣໍາ ອີກດ້ວຍ.

ທ່ານ ທຣໍາ ກ່າວຕໍ່ບັນດານັກຂ່າວໃນວັນອາທິດວານນີ້ວ່າ “ແນ່ນອນມັນຈະຕ້ອງ ເກີດຂຶ້ນກັບສະຫະພາບຢູໂຣບ. ຂ້າພະເຈົ້າສາມາດບອກພວກທ່ານໄດ້ ເນື່ອງ ຈາກພວກເຂົາໄດ້ປຽບພວກເຮົາອີຫຼີ.”

ທ່ານກ່າວຕື່ມວ່າ “ພວກເຂົາບໍ່ເອົາລົດຂອງພວກເຮົາ, ພວກເຂົາບໍ່ເອົາຜະລິດ ຕະພັນດ້ານກະສິກໍາຂອງພວກເຮົາ, ພວກເຂົາເກືອບບໍ່ເອົາຫຍັງ ແຕ່ພວກເຮົາ ຊໍ້າພັດເອົາທຸກສິ່ງຈາກພວກເຂົາເຈົ້າ.” ການເກັບພາສີຕໍ່ ການາດາ, ເມັກຊິໂກ ແລະ ຈີນ, ມີການລະບຸໄວ້ໃນສາມຄໍາສັ່ງຝ່າຍບໍລິຫານ, ແລະມີຜົນບັງຄັບໃຊ້ ເລີ້ມແຕ່ເວລາ 12:01 ໂມງ ຂອງຕອນເຊົ້າວັນອັງຄານມື້ອື່ນນີ້ເປັນຕົ້ນໄປ.

ບັນດານັກເສດຖະສາດກ່າວວ່າ ແຜນການຂອງປະທານາທິບໍດີຈາກພັກຣີພັບ ບລີກັນທີ່ຈະເກັບພາສີ 25 ເປີເຊັນ ຕໍ່ ການາດາ ແລະ ເມັກຊິໂກ ພ້ອມທັງ ອັດຕາພາສີ 10 ເປີເຊັນ ຕໍ່ ຈີນ, ເຊິ່ງເປັນ 3 ປະເທດຄູ່ຄ້າທີ່ໃຫຍ່ທີ່ສຸດຂອງ ສະຫະລັດ, ຈະເຮັດໃຫ້ການເຕີບໃຫຍ່ຂະຫຍາຍໂຕຂອງລະບົບເສດຖະກິດໂລກ ຊ້າລົງ ພ້ອມທັງສົ່ງຜົນເຮັດໃຫ້ລາຄາສິນຄ້າສໍາລັບຊາວອາເມຣິກັນ ເພີ້ມສູງຂຶ້ນ.

ທ່ານ ທຣໍາ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງກໍາຈັດກ່ຽວກັບບັນຫາຄົນ​ເຂົ້າ​ເມືອງ ​ແລະ​ການ​ຄ້າ​ຢາ​ເສບ​ຕິດ, ​ພ້ອມທັງຜັກດັນອຸດສາຫະກຳ​ພາຍ​ໃນ​ປະ​ເທດ.

ທ່ານກ່າວວ່າ “ພວກເຮົາອາດຈະໄດ້ຮັບຄວາມເຈັບປວດໄລຍະສັ້ນ, ແລະປະຊາ ຊົນກໍເຂົ້າໃຈດີ. ແຕ່ໃນໄລຍະຍາວ, ສະຫະລັດ ຈະຖືກເອົາປຽບໂດຍເກືອບ ທຸກໆປະເທດໃນໂລກ.”

ປະຕິກິລິຍາຂອງຕະຫຼາດການເງິນໃນວັນຈັນມື້ນີ້ ສະທ້ອນໃຫ້ເຫັນເຖິງຄວາມ ກັງວົນກ່ຽວກັບການຫຼຸດລົງຈາກສົງຄາມທາງການຄ້າ. ຮຸ້ນໃນອະນາຄົດຂອງ ສະຫະລັດ ຫຼຸດລົງປະມານ 2 ເປິເຊັນ. ຮຸ້ນໃນທົ່ວເອເຊຍ, ລວມທັງຫຸ້ນຂອງ ໂຕກຽວ, ໂຊລ ແລະ ຊິດນີ ກໍຫຼຸດລົງເຊັ່ນກັນ ໂດຍຫຼຸດລົງປະມານ 2 ເປີເຊັນ. ຮຸ້ນ ຈີນ ທີ່ຈົດທະບຽນຢູ່ໃນຮ່ອງກົງ ຫຼຸດລົງ 0.8 ເປີເຊັນ, ໃນຂະນະທີ່ຕະຫຼາດຂອງ ຈີນ ແຜ່ນດິນໃຫຍ່ ໄດ້ປິດການເຮັດວຽກສໍາລັບວັນ ພັກປີໃໝ່ ຂອງພວກເຂົາ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

WASHINGTON, Feb 3 (Reuters) - President Donald Trump said the sweeping tariffs that he has imposed on Mexico, Canada and China may cause "short term" pain for Americans as global stock markets tumbled on concerns the levies will spark an economically damaging trade war.

Trump said he would talk on Monday with the leaders of Canada and Mexico, which have announced retaliatory tariffs of their own, but downplayed expectations that they would change his mind.

"I don't expect anything dramatic," Trump told reporters as he returned to Washington from his Mar-a-Lago estate in Florida. "They owe us a lot of money, and I'm sure they're going to pay."

He also said tariffs on the European Union would go ahead, but did not say when. European leaders meet in Brussels on Monday and are expected to discuss tariffs in the wake of Trump's comments.

"It will definitely happen with the European Union. I can tell you that because they've really taken advantage of us," Trump told reporters on Sunday.

"They don't take our cars, they don't take our farm products. They take almost nothing and we take everything from them."

The tariffs on Canada, Mexico and China, outlined in three executive orders, are due to take effect 12:01 a.m. ET on Tuesday.

Economists said the Republican president's plan to impose 25% tariffs on Canada and Mexico and 10% tariffs on China - the United States' three largest trading partners - will slow global growth and drive prices higher for Americans.

Trump says they are needed to curb immigration and narcotics trafficking and spur domestic industries.

"We may have short term some little pain, and people understand that. But long term, the United States has been ripped off by virtually every country in the world," he said.

Financial market reaction on Monday reflected concerns about the fallout from a trade war. U.S. stock futures , fell around 2%. Shares across Asia, including Tokyo , Seoul and Sydney also slid around 2%. Chinese stocks listed in Hong Kong fell 0.8%, while the mainland China market was shut for Lunar New Year holidays.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG