ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ສືບຕໍ່ພາລະກິດກອບກູ້ ແລະດໍາເນີນການສືບສວນ ເຫດການອຸບັດຕິເຫດຂອງເຮືອບິນ ໃນນະຄອນຫຼວງວໍຊິງຕັນ


ໃນຮູບພາຍທີ່ສະໜອງໃຫ້ໂດຍໜ່ວຍນາມຝັ່ງສະຫະລັດ, ສະແດງໃຫ້ເຫັນຊາກຫັກເພໃນແມ່ນໍ້າ Potomac ໃກ້ສະໜາມບິນ Reagan Washington National, ວັນທີທີ 30 ມັງກອນ 2025ມ ໃນນະຄອນຫຼວງວໍຊິງຕັນ.
ໃນຮູບພາຍທີ່ສະໜອງໃຫ້ໂດຍໜ່ວຍນາມຝັ່ງສະຫະລັດ, ສະແດງໃຫ້ເຫັນຊາກຫັກເພໃນແມ່ນໍ້າ Potomac ໃກ້ສະໜາມບິນ Reagan Washington National, ວັນທີທີ 30 ມັງກອນ 2025ມ ໃນນະຄອນຫຼວງວໍຊິງຕັນ.

ໃນວັນສຸກມື້ນີ້, ຍັງຄົງ​ມີຄວາມພະ​ຍາ​ຍາມຕໍ່​ໄປ ເພື່ອ​ກູ້​ເອົາ​ເຮືອ​ບິນ​ສອງ​ລຳ​ທີ່​ຕໍາກັນ​ຢູ່​ເທິງອາກາດ ນອກ​ນະ​ຄອນຫຼວງວໍ​ຊິງ​ຕັນ ໃນ​ຕອນແລງຂອງ​ວັນ​ພຸດ​ແລ້ວນີ້, ສົ່ງຜົນ​ເຮັດ​ໃຫ້ມີຜູ້ເສຍຊີວິດ 67 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ຈາກ​ຫຼາຍສໍານັກງານ​ຂອງ​ ສະຫະລັດ ຄົ້ນພົບ​ກ່ອງ​ດຳ​ຈາກ​ເຮືອບິນ​ໂດຍສານ​ຂອງ​ສາຍ​ການ​ບິນ​ອາ​ເມ​ຣິ​ກັນແອລາຍ ທີ່​ແຕກ​ອອກ​ເປັນ​ຫຼາຍ​ຊິ້ນສ່ວນຕົກລົງ​ໃນ​ແມ່​ນ້ຳ Potomac ຫຼັງຈາກຕຳ​ກັບ​ເຮືອບິນ​ເຮ​ລິ​ຄັອບ​ເຕີ້​ກອງທັບ​ສະຫະລັດ ​ໃນ​ເຫດການ​ດັ່ງກ່າວ. ເຈົ້າ​ໜ້າ​ທີ່ຈາກກົມ​ດັບ​ເພີງ​ກ່າວ​ວ່າ ນັກ​ດຳ​ນ້ຳ​ຕັ້ງ​ໃຈ​ທີ່​ຈະ “ກູ້​ເອົາ​ເຮືອ​ບິນ” ແລະຊອກ​ຫາ​ອົງ​ປະ​ກອບຕ່າງໆ​ເພີ້ມ​ເຕີມ.

ເຈົ້າໜ້າທີ່ FBI ຍໍເສດຊາກຫັກເພຂຶ້ນ ລຸນຫຼັງຖ້ຽວບິນຂອງສາຍການບິນ American Airlines, ທີ່ດໍາເນີນການໂດຍສາຍການບິນ PSA, ປະທະກັບເຮລິຄອັບເຕີ້ Black Hawk ໃນຂະນະທີ່ກໍາລັງລົງຈອດຢູ່ທາງແລ່ນສະໜາມບິນແຫ່ງຊາດ Ronald Reagan Washington, ແລະຕົກລົງໃນແມ່ນໍ້າ Potomac, ອາຣ໌ລິງຕັນ, ເວີຈີເນຍ, 30 ມັງກອນ 2025.
ເຈົ້າໜ້າທີ່ FBI ຍໍເສດຊາກຫັກເພຂຶ້ນ ລຸນຫຼັງຖ້ຽວບິນຂອງສາຍການບິນ American Airlines, ທີ່ດໍາເນີນການໂດຍສາຍການບິນ PSA, ປະທະກັບເຮລິຄອັບເຕີ້ Black Hawk ໃນຂະນະທີ່ກໍາລັງລົງຈອດຢູ່ທາງແລ່ນສະໜາມບິນແຫ່ງຊາດ Ronald Reagan Washington, ແລະຕົກລົງໃນແມ່ນໍ້າ Potomac, ອາຣ໌ລິງຕັນ, ເວີຈີເນຍ, 30 ມັງກອນ 2025.

ຄະ​ນະ​ກຳ​ມະ​ການດ້ານ​ຄວາມ​ປອດ​ໄພຂົນ​ສົ່ງ​ແຫ່ງ​ຊາດ ​ຈະ​ລວບລວມເອົາຂໍ້​ມູນ​ການບິນຂອງເຮືອບິນ ແລະ​ເຄື່ອງ​ບັນ​ທຶກ​ລາຍລະອຽດຂອງ​ການ​ບິນ​ໃນຫ້ອງນັກບິນ ເພື່ອ​ຊອກ​ຫາ​ຂໍ້​ມູນ​ຂອງສາເຫດຕ່າງໆທີ່ເຮັດໃຫ້ເຮືອບິນ​ຕົກນັ້ນ.

ບໍ່ມີຜູ້ລອດຊີວິດໃນບັນດາຜູ້ໂດຍສານ ແລະພະນັກງານການບິນ 64 ຄົນ ຈາກຖ້ຽວບິນຂອງສາຍການບິນອາເມຣິກກັນແອລາຍ, ເຊິ່ງດໍາເນີນການໂດຍສາຍການບິນ PSA ທີ່ເປັນສາຂາຍ່ອຍ, ແລະເຈົ້າໜ້າທີ່ການບິນສາມຄົນໃນເຮລິຄັອບເຕີ UH-60 Black Hawk ຂອງກອງທັບ, ອີງຕາມລາຍງານຂອງລັດຖະບານກາງ ແລະລັດຖະບານທ້ອງຖິ່ນ ໃນວັນພະຫັດວານນີ້. ເຮືອບິນທັງສອງລຳ ໄດ້ຕົກລົງໃສ່ແມ່ນ້ຳ Potomac ໃກ້ກັບສະໜາມບິນແຫ່ງຊາດ Ronald Reagan Washington, ຢູ່ນອກຈາກນະຄອນຫຼວງວໍຊິງຕັນ ພຽງເລັກນ້ອຍ, ໃນເມືອງ ອາຣລິງຕັນ, ລັດ ເວີຈີເນຍ, ໃນຕອນແລງຂອງວັນພຸດແລ້ວນີ້, ເຊິ່ງການເກັບກູ້ ຍັງຄົງສືບຕໍ່ດໍາເນີນຢູ່.

ເຈົ້າໜ້າທີ່​ຄວບ​ຄຸມ​ການ​ຈະ​ລາ​ຈອນ​ທາງ​ອາ​ກາດ​ຄົນ​ນຶ່ງທີ່ກໍາລັງປະຕິບັດໜ້າທີ່ຕາມປົກກະຕິ ​ໄດ້​ມອບໜ້າທີ່​ໃຫ້ພະນັກງານ​ສອງ​ຄົນຢູ່​ໃນ​ຫໍຄອຍຂອງ​ສະ​ໜາມ​ບິນ ​ໃນ​ເວ​ລາ​ທີ່​ການ​ຕຳ​ກັນເກີດ​ຂຶ້ນ​, ອີງ​ຕາມລາຍ​ງານຈາກສໍານັກງານການບິນແຫ່ງຊາດຂອງສະຫະລັດ (Federal Aviation Administration)​.

ບົດລາຍງານເປີດເຜີຍວ່າ “ເປັນການກໍານົດຕໍາແໜ່ງທີ່ບໍ່ປົກກະຕິ ສໍາລັບເວລາຂອງມື້ນັ້ນ ແລະປະລິມານຂອງການຈະລາຈອນ.”

ປະ​ທາ​ນາ​ທິ​ບໍ​ດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້​ເຊັນລົງ​ນາມ​ໃນ​ຄຳ​ສັ່ງ​ຝ່າຍບໍລິຫານ​ 2 ສະບັບ ​ໃນ​ຕອນ​ບ່າຍ​ຂອງວັນ​ພະ​ຫັດ​ວານນີ້, ລວມ​ທັງ​ການ​ແຕ່ງ​ຕັ້ງ​ຮອງ​ຜູ້​ບໍ​ລິ​ຫານ​ຂອງ FAA. ຄໍາສັ່ງດ້ານການບິນອີກນຶ່ງສະບັບ ໄດ້ຍົກເລີກແຜນການລິເລີ້ມຄວາມຫຼາກຫຼາຍຂອງລັດຖະບານກາງ.

ໃນຂະນະທີ່ລົງນາມໃນຄໍາສັ່ງຝ່າຍບໍລິຫານຢູ່ຫ້ອງການຮູບຊົງໄຂ່ ຫຼື Ovalຂອງທໍານຽບຂາວ, ທ່ານ ທຣໍາ ໄດ້ກ່າວຊ້ໍາໂດຍບໍ່ມີຫຼັກຖານວ່າ ໂຄງການຄວາມຫຼາກຫຼາຍຂອງລັດຖະບານກາງ ອາດຈະມີສ່ວນເຮັດໃຫ້ເກີດເຫດການດັ່ງກ່າວມານັ້ນ.

ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຂອງສະຫະລັດ ທ່ານ ຊອນ ດັບຟີ (Sean Duffy), ຜູ້ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວ ໃນວັນພະຫັດວານນີ້ ເພື່ອອະທິບາຍກ່ຽວກັບອຸບັດຕິເຫດຂອງເຮືອບິນຕົກ, ທ່ານກ່າວວ່າ ທັງການບິນຂອງເຮືອບິນ ແລະເຮລິຄັອບເຕີ ແມ່ນຢູ່ໃນ “ຮູບແບບມາດຕະຖານຂອງການບິນ” ທີ່ນຳໄປສູ່ການຕໍາກັນ.

ໃນການຖະແຫຼງຂ່າວ, ທ່ານ ທຣໍາ ໄດ້ຮຽກຮ້ອງໃຫ້ພາກັນສະແດງຄວາມສະຫງົບຊ່ວງໄລຍະນຶ່ງໃຫ້ແກ່ຜູ້ເຄາະຮ້າຍ ແລະກ່າວວ່າ ຊັບສິນຕ່າງໆໃນລະດັບທ້ອງຖິ່ນ, ລະດັບລັດ, ແລະລະດັບລັດຖະບານກາງ ແມ່ນຖືກນໍາມາໃຊ້ໃນພາລະກິດການເກັບກູ້ຄັ້ງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG