ນັກວິເຄາະຫຼາຍທ່ານປະເມີນວ່າ ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດຄົນໃໝ່ ໄດ້ວາງຍຸດທະສາດກ່ຽວກັບພາກພື້ນເອເຊຍຕາເວັນອອກສຽງໃຕ້ ແລະເອເຊຍຕາເວັນອອກ ໃຫ້ເປັນໄປໃນລັກສະນະຕໍ່ຕ້ານຈີນດ້ວຍການຍົກລະດັບຄວາມເຂັ້ມງວດຂອງນະໂຍບາຍສະຫະລັດເອງ ເພື່ອຫວັງສົ່ງເສີມສັນຕິພາບໃນພາກພື້ນດັ່ງກ່າວ ພ້ອມກັບຮັກສາຜົນປະໂຫຍດສູງສຸດຂອງອາເມຣິກາ ນໍາດ້ວຍ.
ໃນມື້ທຳອິດທີ່ ທ່ານ ຣູບີໂອ ເຂົ້າຮັບຕໍາແໜ່ງຢ່າງເປັນທາງການ ເມື່ອວັນທີ 21 ມັງກອນ 2025 ອະດີດສະມາຊິກສະພາສູງສັງກັດພັກຣີພັບລີກັນ ຈາກລັດ ຟລໍຣີດາ. ທ່ານໄດ້ກ່າວໃນໄລຍະການພົບກັບທີມພະນັກງານຂອງທ່ານ ພາຍຫຼັງທີ່ໄດ້ສາບານຕົນ ວ່າ “ວຽກຂອງພວກເຮົາທີດຳເນີນການຢູ່ທົ່ວໂລກ ກໍ່ຄືການເຮັດໃຫ້ໝັ້ນໃຈວ່າ ເຮົາມີນະໂຍບາຍຕ່າງປະເທດທີ່ສົ່ງເສີມຜົນປະໂຫຍດແຫ່ງຊາດຂອງສະຫະລັດ.”
ທ່ານ ຣູບີໂອ ກ່າວຕື່ມວ່າ “ນະໂຍບາຍທີ່ສຳຄັນທີ່ສຸດກໍ່ຄື ການສົ່ງເສີມສັນຕິພາບ ແລະການຫຼີກລ້ຽງຄວາມຂັດແຍ້ງ.”
ມາກຄ໌ ເຄນເນດີ ຜູ້ອຳນວຍການ ສະຖານບັນ ວາບາ ເພື່ອຍຸດທະສາດ ການແຂ່ງຂັນ ( Wahba Institute for Strategic Competition) ຂອງສູນ Wilson Center ໃຫ້ຄວາມເຫັນກັບອົງການຂ່າວ ວີໂອເອ ໃນວັນທີ 23 ມັງກອນ ວ່າ “ນະໂຍບາຍວ່າດ້ວຍເອເຊຍຕາເວັນອອກສຽງໃຕ້ ຂອງລັດຖະມົນຕີ ຣູບີໂອ ຈະແນ່ໃສ່ເລື້ອງການຕ້ານຈີນດ້ວຍການເພິ່ງຄວາມຫຼາກຫຼາຍຂອງຕ່ອງໂສ້ການອຸປະທານ ແລະຄວາມເປັນຮຸ້ນສ່ວນທາງຄວາມໝັ້ນຄົງ ແລະທາງການຄ້າຂອງສະຫະລັດທີ່ແຂງແກ່ນກ່ວາເກົ່າ.”
ຂະນະດຽວກັນ ໂຈເຊຟ ດິທຣານິ ຊຶ່ງເຄີຍເປັນຜູ້ແທນພິເສດໃນການປະຊຸມ 6 ຝ່າຍວ່າດ້ວຍການຫຼຸດອາວຸດນິວເຄລຍ ກັບເກົາຫຼີເໜືອໃນຊ່ວງລັດຖະບານຂອງ ທ່ານ ຈອດຈ໌ ດັບເບີລຍູ ບຸຊ ໃຫ້ຄວາມເຫັນວ່າ ໃນເລື້ອງຂອງເກົາຫຼີເໜືອກັບຣັດເຊຍນັ້ນ “ຣູບີໂອຈະຂໍຈີນຄືກັບທ່ານທຣໍາທີ່ເຄີຍເຮັດມາໃຫ້ຊ່ວຍໂອ້ລົມກັບເກົາຫຼີເໜືອ ໃຫ້ກັບມາເຈລະຈາກັບສະຫະລັດອີກຄັ້ງນຶ່ງ” ຊຶ່ງຖ້າເກີດຂື້ນຈິງແລະປະສົບຜົນສຳເລັດຂຶ້ນມາ ບໍ່ວ່າຈະມີຈີນມາຮ່ວມນໍາຫຼືບໍ່ນັ້ນ ສະຫະລັດ ກໍ່ອາດຈະຊ່ວຍດຶງເກົາຫຼີເໜືອ ໃຫ້ອອກຫ່າງຈາກຣັດເຊຍໄດ້.”
ອະດີດສະມາຊິກສະພາສູງຈາກລັດຟລໍຣີດາ ທີ່ເຕີບໃຫຍ່ຢູ່ນະຄອນໄມອາມີ ໂດຍພໍ່ແລະແມ່ ເປັນຜູ້ອົບພະຍົບຈາກຄິວບາ ແລະ ສະແດງຈຸດຢືນຄຽດຊັງລັດຖະບານຄອມມູນິດ ມາຕະຫຼອດອາຊີບການເມືອງຂອງທ່ານ.
ນັກວິເຄາະເຊື່ອວ່າ ປະເດັນທີ່ບວກກັບສອງເສົາຫຼັກດ້ານນະໂຍບາຍຕ່າງປະເທດຂອງປະທານາທິບໍດີ ດໍໂນລ ທຣໍາ ຊຶ່ງກໍ່ຄື ອາເມຣິກາມາກ່ອນ ແລະ ການສ້າງສັນຕິພາບດ້ວຍການສະແດງຄວາມແຂງແກ່ນ ຊຶ່ງຈະເຮັດໃຫ້ສະຫະລັດດຳເນີນຍຸດທະສາດຮຸນແຮງກັບປະເທດເກົາຫຼີເໜືອ ແລະຈີນ ແລະ ຕໍ່ກິດຈະກຳຕ່າງ ໆ ຂອງປະເທດເຫຼົ່ານີ້ ທີ່ເກີດຂຶ້ນໃນພາກພື້ນເອເຊຍນໍາດ້ວຍ.
ຕົວຢ່າງໃນເລື້ອງນີ້ກໍ່ຄືດັ່ງເມື່ອວັນສຸກທີ່ຜ່ານມາ ທ່ານ ຣູບີໂອ ສົ່ງສັນຍານອອກມາລະຫວ່າງການໂອ້ລົມທາງໂທລະສັບ ກັບລັດຖະມົນຕີການຕ່າງປະເທດຈີນ ທ່ານ ຫວັງ ອີ້ ໂດຍກ່າວຢໍ້າວ່າ “ລັດຖະບານທຣໍາ ຈະກ້າວເຂົ້າຫາຄວາມສຳພັນສະຫະລັດ-ຈີນ ໃນແບບທີ່ສົ່ງເສີມຜົນປະໂຫຍດຂອງສະຫະລັດ” ແລະ “ພັນທະຂອງສະຫະລັດທີ່ມີຕໍ່ພັນທະມິດຂອງເຮົາໃນພາກພື້ນ” ແລະ ຍັງສະແດງ “ຄວາມກັງວົນຢ່າງຫຼາຍ ຕໍ່ທ່າທີຂົ່ມຂູ່ໄຕ້ຫວັນ ແລະປະເທດອື່ນ ໆ ໃນທະເລຈີນໃຕ້ຂອງຈີນ” ນໍາດ້ວຍ.”
ໃນສ່ວນຂອງການດຳເນີນນະໂຍບາຍທີ່ຫຼີກລ້ຽງຄວາມຂັດແຍ້ງນັ້ນ ທ່ານ ແກຣີ ມົວຣ໌ ອະດີດ ຜູ້ປະສານງານທຳນຽບຂາວດ້ານການຄວບຄຸມອາວຸດ ແລະອາວຸດທໍາລາຍລ້າງສູງ ໃນລັດຖະບານ ທ່ານ ບາຣັກ ໂອບາມາ ເຫັນວ່າ ທ່ານ ຣູບີໂອ ຄວນຈະສະໜັບສະໜູນການດຳເນີນແຜນການທູດແບບສ່ວນໂຕຂອງ ທຣໍາກັບກິມ ຈົງ ອຶນ ຜູ້ນໍາເກົາຫຼີເໜືອ.
ແລະເມື່ອໂອ້ລົມກັນທາງໂທລະສັບ ກັບ ໂຊ ເທ ຍຸລ ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ເມື່ອອາທິດຜ່ານມາ ທ່ານ ຣູບີໂອ ໄດ້ເໜັ້ນໜັກເຖິງປະເດັນທີ່ວ່າ ຄວາມເປັນພັນທະມິດນັ້ນ ຄືພື້ນຖານສຳຄັນຂອງສັນຕິພາບໃນມະຫາສະມຸດເກົາຫຼີ ແລະ ທົ່ວພາກພື້ນອິນໂດ-ປາຊິຟິກ.
ລາຍງານກ່າວວ່າ ລັດຖະມົນຕີການຕ່າງປະເທດສະຫະລັດ ໄດ້ໂອ້ລົມກັບ ທ່ານ ອິວາຍະ ທາເຄຊິ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນເລື້ອງຄວາມສຳພັນຂອງເກົາຫຼີເໜືອກັບຣັດເຊຍ ລະຫວ່າງການປະຊຸມ ໃນນະຄອນຫຼວງວໍຊິງຕັນ.
ນັກວິເຄາະກ່າວວ່າ ການຊຸກຍູ້ຂອງນະຄອນຫຼວງ ວໍຊິງຕັນ ໃຫ້ປະເທດຕ່າງ ໆ ໃນພາກພື້ນດັ່ງກ່າວ ເຮັດໃຫ້ສອດຄ່ອງໄກ້ຊິດກັບສະຫະລັດຫຼາຍຂຶ້ນ ທີ່ອາດຈະນໍາມາຊຶ່ງສະຖານະການເຄັ່ງຕຶງແດ່ ໂດຍສະເພາະເມື່ອຫວຽດນາມ, ກຳປູເຈຍ ແລະ ມຽນມ້າ ເບິ່ງຄືວ່າ ຈະເຂົ້າຂ້າງຈີນຫຼາຍກ່ວາ.
ໂຣເບີຕຣ໌ ແມກມານ ຜູ້ຊ່ຽວຊານດ້ານຄວາມສຳພັນລະຫວ່າງປະເທດ ຈາກມະຫາວິທະຍາໄລລັດໂອໄຮໂອ (Ohio State University) ກ່າວວ່າ ຈຸດຢືນທີ່ໜັກແໜັ້ນຂອງທ່ານ ຣູບີໂອ ໃນເລື້ອງຈີນ ອາດຈະເຮັດໃຫ້ ອິນໂດເນເຊຍ “ຕົກຢູ່ໃນສະພາບຫຍຸ້ງຍາກລຳບາກເນື່ອງຈາກ ລັດຖະບານ ຈາກາຕ້າ ບໍ່ຍອມເຂົ້າຮ່ວມການຕໍ່ຕ້ານຈີນ ແລະ ຖ້າສະຫະລັດກົດດັນອິນໂດເນເຊຍ ໃຫ້ເຄື່ອນໄຫວມາທາງຕົນ ກໍ່ອາດຈະເຮັດໃຫ້ເກີດພາວະຂັດແຍ້ງຂຶ້ນໄດ້.”
ນອກຈາກນັ້ນ ທ່ານ ເສັ່ງ ແວນລີ ຜູ້ຊ່ວຍຄະນະບໍດິ Techo Sen School of Government and International Relations ທີ່ມະຫາວິທະຍາໄລແຫ່ງກຳປູເຈຍ ກ່າວວ່າ ວໍຊິງຕັນຄວນຈະກົດດັນກໍາປູເຈຍໜັກຂຶ້ນໃນເລື້ອງສິດທິມະນຸດ ບັນຫາດ້ານປະຊາທິປະໄຕ ແລະ ການຈຳກັດກິດຈະກຳພາກປະຊາສັງຄົມ ລວມເຖິງເລື້ອງຄວາມສຳພັນທີ່ໄກ້ຊິດກັບຈີນ.
ຟໍຣັມສະແດງຄວາມຄິດເຫັນ