ຜູ້ເຄາະຮ້າຍຈາກອຸປະຕິເຫດລະຫວ່າງເຮືອບິນຂອງສາຍການບິນອາເມຣິກັນ ແອຣ໌ໄລນ໌ແລະເຮລິຄັອບເຕີ້ ກອງທັບ ປະກອບມີນັກສະເກັດໄວໜຸ່ມທີ່ເດີນທາງກັບມາຈາກການແຂ່ງຂັນລະດັບຊາດ ພ້ອມກັບແມ່ແລະຄູຝືກ, ນັກສຶກສາຈາກວິທະຍາໄລໃນລັດໂອໄຮໂອ ທີ່ເດີນທາງກັບມາຈາກງານສົບພໍ່ຕູ້ຂອງລາວ, ຊາວຈີນ 2 ຄົນ ແລະ ກຸ່ມນັກລ່າສັດທີ່ເດີນທາງກັບມາຈາກການທ່ອງທ່ຽວແບບມີຜູ້ນໍາພາທ່ຽວໃນລັດ ແຄນຊັສ ອີງຕາມລາຍງານຂອງອົງການຂ່າວເອພີ.
ພວກເຂົາຢູ່ທ່າມກາງນັກເດີນທາງ 60 ຄົນ ແລະ ຈຸບິນ 4 ຄົນ ໃນເຮືອບິນ ຖ້ຽວບິນການຄ້າດັ່ງກ່າວ ເມື່ອຕອນຄໍ່າວັນພຸດຜ່ານມາ. ເມື່ອເຮືອບີນຕໍາກັບເຮລິຄັອບເຕີ້ ແບລັກຮັອກ ຊຶ່ງບັນທຸກທະຫານ 3 ຄົນ ເຈົ້າໜ້າທີ່ກ່າວວ່າ ບໍ່ມີຜູ້ລອດຊີວິດ.
ໃນຂະນະທີ່ການຊອກຫາຊາກສົບຜູ້ເສຍຊີວິດຍັງດຳເນີນຕໍ່ໄປ ໃນວັນພະຫັດວານນີ້. ຊຸມຊົນ ຕ່າງ ໆ ກໍ່ສະແດງຄວາມເສຍໃຈ, ຜູ້ນໍາສາສະໜາໄດ້ຈັດພິທີໄວ້ອາໄລທີ່ຫ້ອງປະຊຸມສະພາເມືອງ ໃນວັນພະຫັດຜ່ານມາ. “ ວິທີດຽວທີ່ເຮົາຈະຜ່ານເລື້ອງນີ້ໄປໄດ້ ຄືຮ່ວມມືກັນ” ກ່າວໂດຍຜູ້ນໍາສາສະໜາ ຄຸນແມ່ ແພເມລາ ຮີວສ໌ ເມສັນ ແຫ່ງໂບດ ເຊັນພອລ ເອເອັມອີ ໃນເມືອງວິຕຈິຕາ.
ສາຍການບິນອາເມຣິກັນແອຣ໌ໄລນ໌ໄດ້ຕັ້ງສາຍດ່ວນແລະສູນຊ່ວຍເຫຼືອໃນວໍຊິງຕັນ ແລະ ວິຕຈິຕາ ເພື່ອໃຫ້ປະຊາຊົນໄດ້ຄົ້ນຫາຂໍ້ມູນກ່ຽວກັບສະມາຊິກຄອບຄົວທີ່ອາດຈະຢູ່ໃນເຮືອບິນລຳດັ່ງກ່າວ.
ນີ້ຄືຂໍ້ມູນທີ່ເຮົາຮູ້ກ່ຽວກັບຜູ້ເສັຍຊີວິດຈາກເຫດການເຮືອບິນຕົກ ໃນຄືນວັນພຸດຜ່ານມາ.
ຈາກສະໂມສອນສະເກັດຕິ້ງຄລັບ ແຫ່ງບອສຕັນ ນາງ ຈິນນາ ຮານ ແລະ ທ້າວ ສະເປນເຊີີຣ໌ ເລນ໌ ເປັນນຶ່ງໃນຜູ້ເສຍຊີວິດຕາມຄຳກ່າວຂອງ ທ່ານ ດັກ ເຊກິເບ ຜູ້ບໍລິຫານຂອງສະໂມສອນສະເກັດຕິ້ງແຫ່ງບອສຕັນ. ແມ່ຂອງພວກເຂົາ ຍານາງ ຈິນ ຮານ ແລະ ຍານາງ ຄຣິສຕິນ ເລນ ລວມເຖິງຄູຝຶກຂອງພວກເຂົາ ທ່ານ ເອຟເກເນຍ ຊິສໂຄວາ ແລະ ທ່ານນາງ ວາດິມ ນາອູມອຟ ກໍເສຍຊີວິດເຊັ່ນກັນ. ນາງ ຮານ໌ ແລະ ທ້າວ ເລນ໌ ຊຶ່ງອາຍຸປະມານ 16 ປີ ກຳລັງເດີນທາງກັບຈາກການແຂ່ງຂັນສະເກັດນໍ້າແຂງຊິງແຊ້ມສະຫະລັດອາເມຣິກາ.
“ ເຮົາເຫັນ ຈິນນາ ເຕີບໃຫຍ່ ຂຶ້ນບ່ອນນີ້ ຈາກເດັກນ້ອຍໂຕນ້ອຍ ໆ ກາຍເປັນເດັກນ້ອຍອາຍຸ 13 ປີ ທີ່ເປັນຜູ້ໃຫຍ່ຂຶ້ນຢ່າງໜ້າປະທັບໃຈ “ ທ່ານ ດັກ ເຊກິເບ ກ່າວ ແລະກ່າວຕໍ່ໄປວ່າ “ ເປັນນັກສະແດງທີ່ເດັ່ນ ເປັນນັກແຂ່ງທີ່ດີທີ່ສຸດ ແລະ ເປັນເດັກນ້ອຍທີ່ດີທີ່ສຸດນອກລານນໍ້າແຂງ.”
ທ້າວ ສະເປນເຊີ ເລນ໌ ຊຶ່ງມາຈາກເມືອງ ແບຣຣິງຕັນ ລັດ ໂຣດໄອແລນ ເຂົ້າຮ່ວມການສະແດງລະດັບມືອາຊີບຄັ້ງທຳອິດ ໃນເດືອນທັນວາກັບບໍລິສັດ Joy Skate Productions ຂອງທ່ານນາງ ເອລິນ ຊແຣນ.
“ ລາວເລີ້ມຄົ້ນພົບຄວາມເຊື່ອມໂຍງກັບຜູ້ຊົມແລະຄວາມສຸກທີ່ລາວສາມາດມອບໃຫ້ກັບຄົນອື່ນຜານພອນສະຫວັນຂອງລາວ” ທ່ານນາງ ຊແຣນ ກ່າວ.
ອ່ານຂ່າວເປັນພາສາອັງກິດ
The victims of a crash between an American Airlines jet and an Army helicopter included teen figure skaters returning from a national meet with their mothers and coaches, an Ohio college student coming from her grandfather's funeral, two Chinese nationals and a group of hunters headed back from a guided trip in Kansas.
They were among 60 travelers and four crew members on board the commercial flight late Wednesday when it collided with the Black Hawk helicopter, which was carrying three soldiers. Officials say there were no survivors.
As the search for remains continued Thursday, communities grieved. Faith leaders held a vigil Thursday in the city council chambers. "The only way we will get through this is together," said the Rev. Pamela Hughes Mason of Wichita's St. Paul AME Church.
American Airlines set up a hotline as well as centers in Washington and Wichita for people searching for information about family members who may have been aboard the downed flight.
Here's what we know about some of the people killed in Wednesday night's crash:
From the Skating Club of Boston Skaters
Jinna Han and Spencer Lane were among those killed, according to Doug Zeghibe, CEO of the Skating Club of Boston. Their mothers, Jin Han and Christine Lane, as well as their coaches Evgenia Shishkova and Vadim Naumov also died. Han and Lane, who was about 16, were returning from the U.S. Figure Skating Championships.
"We watched Jinna just grow up here from just a tiny little tyke into this amazingly mature 13-year-old," he said. "A great performer, a great competitor, and off the ice, a great kid."
Spencer Lane, who was from Barrington, Rhode Island, took part in his first professional show in December with Elin Schran's company, Joy Skate Productions.
"He started to discover this connection with the audience and that joy that he was giving to other people through his gift," Schran said.
ຟໍຣັມສະແດງຄວາມຄິດເຫັນ