ມະຫາເສດຖີພັນລ້ານ ທ່ານ ອີລອນ ມັສກ໌ (Elon Musk), ຜູ້ທີ່ເປັນຫົວໜ້າ ໃນການຫຼຸດວຽກງານລັດຖະບານກາງ ຂອງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ, ໄດ້ໃຫ້ຂ່າວຂໍ້ມູນຂ່າວຫຼ້າສຸດກ່ຽວກັບຄວາມພະຍາຍາມດັ່ງກ່າວ ໃນຕອນເຊົ້າຂອງວັນຈັນມື້ນີ້, ໂດຍກ່າວວ່າ ກໍາລັງປະຕິບັດງານເພື່ອປິດອົງ ການການຊ່ວຍເຫຼືອລະຫວ່າງປະເທດຂອງສະຫະລັດ ຫຼື USAID.
ໃນວັນຈັນມື້ນີ້, ທ່ານ ມັສກ໌, ຜູ້ທີ່ທັງເປັນ CEO ຂອງ Tesla, ເຊິ່ງເປັນການ ເປີດຂອບເຂດໃໝ່ ແລະ SpaceX, ໄດ້ຫາລືກ່ຽວກັບພະແນກປະສິດທິພາບ ຂອງລັດຖະບານ ຫຼື DOGE, ໃນການສົນທະນາຜ່ານສື່ສັງຄົມ X ທີ່ລາວເປັນ ເຈົ້າຂອງເຊັ່ນກັນ. ທ່ານ ທຣໍາ ໄດ້ມອບໝາຍໃຫ້ ທ່ານ ມັສກ໌ ເປັນຜູ້ນໍາຄະນະ ກໍາມະການໃນການຕັດຄ່າໃຊ້ຈ່າຍຂອງລັດຖະບານກາງລົງ.
ການສົນທະນາດັ່ງກ່າວ, ເຊິ່ງລວມມີອະດີດຜູ້ສະໝັກ ເພື່ອລົງແຂ່ງຂັນເອົາຕໍາ ແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ, ທ່ານ ວິເວກ ຣາມາສວາມີ (Vivek Ramaswamy) ແລະສະມາຊິກສະພາສູງຈາກພັກຣີພັບບລີກັນ ທ່ານນາງ ໂຈນີ ເອີນທ໌ (Joni Ernst) ແລະ ທ່ານ ໄມຄ໌ ລີ (Mike Lee) ກໍໄດ້ເຂົ້າ ຮ່ວມເຊັ່ນກັນ, ເຊິ່ງເລີ້ມຕົ້ນໂດຍ ທ່ານ ມັສກ໌ ກ່າວວ່າ ພວກທ່ານກໍາລັງເຮັດ ວຽກເພື່ອປິດອົງການເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດ ຫຼື USAID.
ທ່ານ ມັສກ໌ ກ່າວວ່າ “ມັນເກີນກວ່າການແກ້ໄຂແລ້ວ,” ແລະກ່າວຕື່ມວ່າປະທາ ນາທິບໍດີ ທຣໍາ ເຫັນດີວ່າ ມັນຄວນຈະຖືກປິດລົງ.
ສາມແຫຼ່ງຂ່າວລະບຸໃນວັນອາທິດວານນີ້ກ່ຽວກັບລາຍງານຂອງອົງການຂ່າວ Reuters ວ່າ ລັດຖະບານ ທ່ານ ທຣໍາ ໄດ້ທໍາການປົດ 2 ຕໍາແໜ່ງດ້ານ ຄວາມປອດໄພສູງສຸດຂອງອົງການ USAID ໃນຊ່ວງທ້າຍອາທິດແລ້ວນີ້ ລຸນຫຼັງພວກເຂົາພະຍາຍາມຂັດຂວາງຜູ້ຕາງໜ້າຈາກກົມ DOGE ຂອງ ທ່ານ ມັສກ໌ ເພື່ອບໍ່ໃຫ້ເຂົ້າຫາພາກສ່ວນທີ່ຖືກຈໍາກັດຂອງອາຄານ.
ອົງການ USAID ແມ່ນຜູ້ໃຫ້ທຶນແຕ່ຜູ້ດຽວທີ່ໃຫຍ່ທີ່ສຸດໃນໂລກ. ໃນງົບປະມານ ປີ 2023, ສະຫະລັດ ໄດ້ທໍາການຈັດສັນຄວາມຊ່ວຍເຫຼືອໃນມູນຄ່າ 72 ຕື້ໂດລາຢູ່ໃນທົ່ວໂລກເກືອບທຸກໆບັນຫາ ນັບແຕ່ບັນຫາດ້ານສຸຂະພາບຂອງແມ່ຍິງ ທີ່ອາໄສຢູ່ໃນຂົງເຂດທີ່ມີຄວາມຂັດແຍ້ງ ໄປຈົນຮອດການສະໜອງນ້ຳສະອາດ, ການປິ່ນປົວເຊື້ອ HIV/AIDS, ຄວາມໝັ້ນຄົງດ້ານພະລັງງານ ແລະວຽກງານຕ້ານການສໍ້ລາດບັງຫຼວງ. ອົງການ USAID ສະໜອງການຊ່ວຍເຫຼືອດ້ານມະ ນຸດສະທໍາຈໍານວນ 42 ເປີເຊັນ ຈາກທັງໝົດທີ່ອົງການສະຫະປະຊາຊາດຕິດ ຕາມກວດກາໃນປີ 2024.
ເວັບໄຊທ໌ຂອງອົງການ USAID ເບິ່ງຄືວ່າ ຍັງຄົງໃຊ້ງານບໍ່ໄດ້ໃນວັນເສົາແລ້ວ ນີ້ ແລະຜູ້ໃຊ້ບາງສ່ວນຍັງບໍ່ສາມາດເຂົ້າເຖິງໄດ້ໃນວັນອາທິດວານນີ້, ເຊິ່ງອົງ ການ USAID ມີພະນັກງານຫຼາຍກວ່າ 10,000 ຄົນ.
ທ່ານ ທຣໍາ ໄດ້ສັ່ງໃຫ້ໂຈະການຊ່ວຍເຫຼືອຈາກຕ່າງປະເທດສ່ວນໃຫຍ່ຂອງ ສະຫະລັດ ຢູ່ໃນທົ່ວໂລກ, ເຊິ່ງເປັນສ່ວນນຶ່ງຂອງນະໂຍບາຍ “ອາເມຣິກາ ຕ້ອງມາກ່ອນ ຫຼື America First” ຂອງທ່ານ ທີ່ກໍາລັງສົ່ງຜົນກະທົບໄປ ໃນທົ່ວໂລກ. ໂຮງໝໍສະໜາມຢູ່ໃນສູນອົບພະຍົບຂອງ ໄທ, ການເກັບກູ້ ລະເບີດຝັງດິນໃນຂົງເຂດສົງຄາມ, ແລະຢາຕ່າງໆເພື່ອປິ່ນປົວປະຊາຊົນຫຼາຍ ລ້ານຄົນທີ່ປະສົບກັບພະຍາດເຊັ່ນ ເຊື້ອ HIV, ແມ່ນຢູ່ໃນບັນດາໂຄງການ ທີ່ມີຄວາມສ່ຽງຕໍ່ການກໍາຈັດດັ່ງກ່າວນັ້ນ.
ເມື່ອເວົ້າເຖິງການຕັດຄ່າໃຊ້ຈ່າຍ ແລະການສໍ້ໂກງຢ່າງກ້ວາງຂວາງຂອງ ສະຫະລັດ, ທ່ານ ມັສກ໌ ຄາດຄະເນວ່າ ລັດຖະບານຂອງ ທ່ານ ທຣໍາ ສາມາດຕັດການຂາດດຸນຂອງ ສະຫະລັດ ໃນປີໜ້າໄດ້ ຈໍານວນ 1 ພັນຕື້ໂດລາ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
Billionaire Elon Musk, who is heading U.S. President Donald Trump's drive to shrink the federal government, gave an update on the effort early Monday, saying work is underway to shut down the U.S. foreign aid agency USAID.
Musk, who is also CEO of Tesla (TSLA.O), opens new tab and SpaceX, discussed the Department of Government Efficiency (DOGE) in a social media talk on Monday on X, which he also owns. Trump has assigned Musk to lead a federal cost-cutting panel.
The conversation, which included former Republican presidential candidate Vivek Ramaswamy and Republican Senators Joni Ernst and Mike Lee, began with Musk saying they were working to shut down the United States Agency for International Development (USAID).
"It's beyond repair," Musk said, adding that President Trump agrees it should be shut down.
On Sunday Reuters reported the Trump administration removed two top security officials at USAID during the weekend after they tried to stop representatives from Musk's Department of Government Efficiency (DOGE) from gaining access to restricted parts of the building, three sources said.
USAID is the world's largest single donor. In fiscal year 2023, the U.S. disbursed $72 billion of assistance worldwide on everything from women's health in conflict zones to access to clean water, HIV/AIDS treatments, energy security and anti-corruption work. It provided 42% of all humanitarian aid tracked by the United Nations in 2024.
The website of USAID appeared to still be offline on Saturday and some users could not access it on Sunday. USAID has a staff of more than 10,000 people.
Trump has ordered a global freeze on most U.S. foreign aid as part of his "America First" policy which is already sending shockwaves around the world. Field hospitals in Thai refugee camps, landmine clearance in war zones, and drugs to treat millions suffering from diseases such as HIV are among the programs at risk of elimination.
Speaking more broadly about cutting U.S. expenses and fraud, Musk estimated the Trump administration can cut $1 trillion from the U.S. deficit next year.
ຟໍຣັມສະແດງຄວາມຄິດເຫັນ