ຊາວອາເມຣິກັນ ມີຄວາມໝັ້ນໃຈຫຼາຍຂຶ້ນກ່ຽວກັບເສດຖະກິດຂອງສະຫະລັດ ແລະຕະຫຼາດຮຸ້ນ ແລະມີອີກຫຼາຍຄົນຫວັງດີ ກ່ຽວກັບພາວະເງິນເຟີ ແລະ ຄ່າໃຊ້ຈ່າຍຕໍ່ການກູ້ຢືມກຳລັງຫລຸດລົງນັບມື້ ຫຼາຍກວ່າທີ່ພວກເຂົາໄດ້ເຫັນ ມານຶ່ງທົດສະວັດ ຫຼື ຫຼາຍກວ່ານັ້ນ ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີສ.
ຊາວອາເມຣິກັນປະມານ 53 ເປີເຊັນ ໄດ້ຄາດໝາຍວ່າ ເສດຖະກິດຂອງ ສະຫະລັດ ຈະຂະຫຍາຍຕົວຕະຫຼອດໄລຍະຫົກເດືອນ ອີງຕາມການສຳພາດ ທາງໂທລະສັບທີ່ໄດ້ດຳເນີນການໃນສອງອາທິດທຳອິດຂອງເດືອນມັງກອນ ກັບພວກຜູ້ໃຫຍ່ປະມານ 1,000 ຄົນ, ກຸ່ມ Gallup ທີ່ທຳການສຳຫຼວດ ໄດ້ກ່າວ. ນັ້ນແມ່ນຫຼາຍກວ່າການສຳຫຼວດໃດໆຂອງຕົນ ນັບແຕ່ປີ 2005 ເປັນຕົ້ນມາ. ປະມານ 61 ເປີເຊັນຂອງກຸ່ມຄົນດັ່ງກ່າວ ເຫັນຮຸ້ນຂອງພວກເຂົາ ສູງຂຶ້ນ - ຫຼາຍທີ່ສຸດນັບຕັ້ງແຕ່ Gallup ໄດ້ເລີ້ມຕັ້ງຄຳຖາມດັ່ງກ່າວໃນປີ 2001.
ປະຊາຊົນປະມານ 52 ເປີເຊັນ ທີ່ເຂົ້າຮ່ວມໃນການສຳຫຼວດ ເຫັນວ່າ ພາວະເງິນເຟີ້ ກຳລັງຈະສູງຂຶ້ນໃນຫຼາຍເດືອນຂ້າງໜ້າ ແຕ່ເປັນຈຳນວນຄົນ ສ່ວນນ້ອຍໆທີ່ມີທັດສະນະແນວນັ້ນ ນັບຕັ້ງແຕ່ປີ 2003, ແລະ 33 ເປີເຊັນ ເປັນສະຖິຕິທີ່ຫ່າງຫຼາຍ-ໂດຍທີ່ພວກເຂົາໄດ້ກ່າວວ່າ ຄາດວ່າພາວະເງິນເຟີ້ ຈະຫລຸດລົງ. ປະມານ 41 ເປີເຊັນ ຄາດວ່າ ອັດຕາດອກເບ້ຍທັງຫຼາຍ ຈະຫລຸດລົງ, ຫຼາຍກວ່າ 35 ເປີເຊັນ ຄາດວ່າ ຄ່າໃຊ້ຈ່າຍການກູ້ຢືມເງິນຈະສູງ ຂຶ້ນກວ່າເກົ່າ.
ແນວໂນ້ມຂອງເສດຖະກິດແມ່ນຢູ່ໃນທາງບວກໂດຍສ່ວນໃຫຍ່ທີ່ສອດຄ່ອງກັບ ບັນດານັກເສດຖະສາດຫຼາຍຄົນ ແລະບັນດານັກວາງນະໂຍບາຍ ຢູ່ທີ່ທະນາ ຄານກາງ ຜູ້ທີ່ໄດ້ຍົກອັດຕາດອກເບ້ຍຂຶ້ນໃນປີ 2022 ແລະ 2023 ເພື່ອຕໍ່ສູ້ ກັບພາວະເງິນເຟີ້ທີ່ສູງຂຶ້ນ ແລະໄດ້ເລີ້ມຕັດອັດຕາດອກເບ້ຍລົງເມື່ອທ້າຍປີນີ້ ຂະນະທີ່ພາວະເງິນເຟີ້ດີຂຶ້ນ ແລະຕະຫຼາດແຮງງານກໍຜ່ອນຄາຍ.
ບັນດາຜູ້ວາງນະໂຍບາຍຂອງລັດຖະບານກາງສ່ວນຫຼາຍ ເຫັນເສດຖະກິດຂອງ ສະຫະລັດ ຂະຫຍາຍຕົວປະມານ 2.1 ເປີເຊັນ ໃນປີນີ້, ຊ້າລົງໃນລະດັບຫຼາຍ ກວ່າ 2.8 ເປີເຊັນໃນປີ 2024 ແຕ່ຢູ່ສູງກວ່າແນວໂນ້ມໄລຍະຍາວ; ທີ່ພວກ ເຂົາເຈົ້າເຫັນໃນພາວະເງິນເຟີ້ ເຊິ່ງໄດ້ຖືກວັດແທັກ 2.6 ເປີເຊັນ ໃນເດືອນ ທັນວາ ດ້ວຍເກນວັດຕາມທີ່ຕົນຕ້ອງການ, ອັນເປັນການວັດຂອງການປ່ຽນແປງ ໃນເປີເຊັນຂອງດັດສະນີລາຄາການໃຊ້ຈ່າຍສ່ວນຕົວຂອງບຸກຄົນໄລຍະ 12 ເດືອນ ທີ່ຕົງລົງເຖິງ 2.5 ເປີເຊັນໃນປີ ແລະອັດຕາການຫວ່າງງານ ເຊິ່ງດຽວນີ້ ຢູ່ທີ່ 4.1 ເປີເຊັນ ໂດຍກຳລັງສູງຂຶ້ນ 4.3 ເປີເຊັນພາຍໃນທ້າຍປີນີ້.
ຊາວອາເມຣິກັນ ກໍເຫັນດີກ່ຽວກັບແນວໂນ້ມສຳລັບວຽກງານ ໂດຍມີ 38 ເປີເຊັນ ທີ່ເຫັນວ່າ ອັດຕາການຫວ່າງງານສູງຂຶ້ນ ແລະອັດຕາສ່ວນຂອງວຽກ ງານທີ່ເທົ່າທຽມກັນ ກໍເຫັນວ່າ ຫລຸດລົງເຊັ່ນກັນ.
ແຕ່ໂດຍລວມແລ້ວ ທ່ານແຈັຟຟຣີ ໂຈນສ໌ ບັນນາທິການຜູ້ອາວຸໂສໃນການສຳ ຫຼວດຂອງ Gallup ກ່າວວ່າ ແນວໂນ້ມໃນທາງບວກທີ່ກຳລັງຂຶ້ນ ດ້ວຍການ ຂັບເຄື່ອນໂດຍສ່ວນໃຫຍ່ ແຕ່ບໍ່ພຽງເທົ່ານັ້ນ ໂດຍຄວາມຄາດໝາຍທີ່ສູງຕ່າງໆ ດ້ານເສດຖະກິດຂອງພັກຣີພັບບລີກັນ ສຳລັບແນວໂນ້ມພາຍໃຕ້ປະທານາທິ ບໍດີສັກກັດພັກຣີພັບບລີກັນ.
Americans are more bullish on the U.S. economy and the stock market and more hopeful about falling inflation and borrowing costs than they have been in a decade or more, including in the heyday of Donald Trump's first presidency, a Gallup poll showed on Monday.
Some 53% of Americans predicted the U.S. economy will grow over the next six months, based on telephone interviews conducted in the first two weeks of January with about 1,000 adults, Gallup said. That's more than in any of its polls since 2005. Some 61% see stocks rising - the most since Gallup began asking the question in 2001.
About 52% of those polled see inflation rising in coming months, but that's the smallest chunk with that view since 2003, and 33% -- a record by a large margin -- said they expect inflation to drop. Some 41% expect interest rates to fall, more than the 35% that expect higher borrowing costs.
The positive economic outlook is largely in line with that of many economists and policymakers at the Federal Reserve, who raised interest rates in 2022 and 2023 to fight high inflation and began cutting them late last year as inflation improved and the labor market cooled.
Most Fed policymakers see the U.S. economy growing around 2.1% this year, slower than the 2.8% pace in 2024 but above its longer-term trend; they see inflation, which measured 2.6% in December by their preferred gauge, the 12-month change in the personal consumption expenditures price index, falling to 2.5% this year, and the unemployment rate, now 4.1%, rising to 4.3% by the end of this year.
Americans did disagree over the outlook for jobs, with 38% seeing a rise in the unemployment rate, and an equal proportion seeing a decline.
But overall, says Gallup poll senior editor Jeffrey Jones, optimism is on the upswing, driven in large part -- but not solely -- by high Republican expectations for economic prospects under a Republican president.
ຟໍຣັມສະແດງຄວາມຄິດເຫັນ