ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ນາງ ບີອອນເຊ ຊະນະລາງວັນສູງສຸດ ຂອງ ແກຣມມີ ເປັນຄັ້ງທຳອິດ ດ້ວຍເພງ ຊື່ວ່າ 'Cowboy Carter'


ນາງບີອອນເຊ ຮັບລາງວັນ ອາລບ້ຳ ດີເດັ່ນ ປະເພດເພງລູກທົ່ງ ຫຼື country ໃນຊື່ເພງ 'Cowboy Carter' ໃນງານມອບລາງວັນຄັ້ງທີ 67 ປະຈຳປີ ຂອງ Grammy Awards ເມື່ອວັນອາທິດ ທີ 2 ກຸມພາ 2025, ທີ່ນະຄອນ ລອສ ແອນເຈີເລສ. (AP Photo/Chris Pizzello)
ນາງບີອອນເຊ ຮັບລາງວັນ ອາລບ້ຳ ດີເດັ່ນ ປະເພດເພງລູກທົ່ງ ຫຼື country ໃນຊື່ເພງ 'Cowboy Carter' ໃນງານມອບລາງວັນຄັ້ງທີ 67 ປະຈຳປີ ຂອງ Grammy Awards ເມື່ອວັນອາທິດ ທີ 2 ກຸມພາ 2025, ທີ່ນະຄອນ ລອສ ແອນເຈີເລສ. (AP Photo/Chris Pizzello)

ນາງ ບີອອນເຊ ໄດ້ຮັບລາງວັນສູງສຸດຢູ່ທີ່ງານມອບລາງວັນເພງຂອງ Grammy Awards ເມື່ອວັນອາທິດວານນີ້ ໂດຍໄດ້ຮັບລາງວັນ ອາລະບ້ຳແຫ່ງປີ ເປັນເທື່ອທຳອິດ ໃນອາຊີບຂອງນາງ ດ້ວຍການບັນທຶກເພງປະເພດ ລູກທົ່ງ ຫຼື country ທີ່ເອີ້ນວ່າ “Cowboy Carter” ຢູ່ທີ່ພິທີການ ທີ່ມີການນຳສົ່ງຈົດໝາຍຮັກໄປໃຫ້ນະຄອນລອສ ແອນເຈີເລສ ທີ່ຖືກໄຟປ່າ ເຜົາຜານຢ່າງຮ້າຍແຮງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ນັກຮ້ອງດາລາດັງ ລະດັບສຸບເປີສະຕາຣ ຄົນນີ້ ເອົາຊະນະ ນາງ ເທເລີ ສວິຟ, ນາງ ບີລລີ ອ​າຍລິສ ແລະສິລະປິນ​ຄົນອື່ນໆ ທີ່ໄດ້ຮັບລາງວັນດັ່ງກ່າວ ທີ່ບໍ່ ເຄີຍໄດ້ຮັບ ທັ້ງໆທີ່ນາງໄດ້ຮັບຫຼາຍໆລາງວັນຂອງ ແກຣມມີ ຕະຫຼອດຊີວິດ ຫຼາຍກວ່າສິລະປິນຄົນອື່ນໆ​ກໍ​ຕາມ.

“ຂ້ອຍພຽງຮູ້ສຶກເຕັມໃຈຫຼາຍ ແລະມີກຽດຢ່າງສູງ. ມັນເປັນເວລາຫຼາຍ, ຫຼາຍປີ ມາແລ້ວ” ນາງບີອອນເຊ ໄດ້ກ່າວຢູ່ເທິງເວທີ ໂດຍມີລູກສາວຂອງນາງ Blue Ivy Carter ຢືນຢູ່ຄຽງຂ້າງ.

ໄຊຊະນະຂອງນາງ ບີອອນເຊ ມີຂຶ້ນໃນການຖືກສະເໜີຊື່ເປັນຄັ້ງທີຫ້າ ໃນຂະ ແໜງ ອາລະບ້ຳ. ນາງ ໄດ້ຮັບລວມທັງໝົດສາມລາງວັນ ໃນວັນອາທິດວານ​ນີ້ ໂດຍໃນອາຊີບຂອງນາງ ກໍໄດ້ຮັບທັງໝົດ 35 ລາງວັນ.

ສ່ວນນັກແຣັປ ຫຼື rapper ເຄັນດຣິກ ລາມາຣ ໄດ້ຮັບບັນທຶກ ແລະເພງແຫ່ງ ປີ ສຳລັບເພງຊື່ວ່າ “Not Like Us” ເຊິ່ງເປັນເພງໃນການປະທະກັນກັບ ນັກແຣັປຊາວການາດາ ແລະນັກຮ້ອງ ເດຣກ. ທ້າວລາມາຣ ຜູ້ທີ່ກວາດເອົາ ຫ້າລາງວັນໃນຫຼາຍຂະແໜ່ງ ທີ່ລາວໄດ້ຄອບງຳຢູ່ນັ້ນ ເຊິ່ງລາວໄດ້ອຸດທິດ ໄຊຊະນະຂອງລາວ ໃຫ້ແກ່​ນະ​ຄອນ ລອສ ແອນເຈີເລສ ບ່ອນທີ່ພິທີດັ່ງກ່າວ ຖືກຈັດຂຶ້ນ.

ທ້າວລາມາຣ ກ່າວວ່າ “ທີ່ນີ້ ເປັນທີ່ຢູ່ອາໄສຂອງຂ້ອຍທີ່ໄດ້ຢຶດໝັ້ນຂ້ອຍໄວ້ ນັບແຕ່ຂ້ອຍຍັງເປັນໄວໜຸ່ມນ້ອຍຢູ່.” ແລະກ່າວຕໍ່ໄປອີກວ່າ “ພວກເຮົາຈະຟື້ນຟູ ເມືອງແຫ່ງນີ້.”

ເພງຊື່ວ່າ “Pink Pony Club” ຂອງນັກຮ້ອງ Chappell Roan ໄດ້ຖືກສະ ເໜີຊື່ໃຫ້ເປັນສິລະປິນໃໝ່ດີເດັ່ນ ແລະໄດ້ໃຊ້ເວລາຂອງນາງຢູ່ເທິງເວທີ ເພື່ອ ຮຽກຮ້ອງບໍລິສັດບັນທຶກທັງຫຼາຍ ຈ່າຍເງິນໃຫ້ບັນດານັກຕົນຕີທັງຫຼາຍ ຄ່າຄອງຊີບພ້ອມດ້ວຍສະຫວັດດີການດ້ານການຮັກສາສຸຂະພາບ. ນາງໄດ້ທົບ ທວນຄືນເຖິງເວລາເມື່ອນາງຮູ້ສຶກ “ໄຮ້ຄວາມເປັນມະນຸດ” ທີ່ບໍ່ມີປະກັນສຸຂະ ພາບ. ນາງກ່າວວ່າ “ບໍລິສັດບັນທຶກທັງຫຼາຍ ພວກເຮົາໄດ້ທ່ານແລ້ວ ແຕ່ທ່ານ ບໍ່ໄດ້ພວກເຮົາ?”

ນາງ ສວິຟ ຜູ້ທີ່ໄດ້ຊະນະອາລະບ້ຳແຫ່ງປີ ສີ່ຄັ້ງທີ່ຫຼາຍເປັນປະຫວັດການ ແລະ ໄດ້ຖືກສະເໜີຊື່ ສຳລັບອາລະບ້ຳ ຊື່ວ່າ “The Tourtured Poets Department” ໄດ້ຜ່າຍແພ້ໃນຄັ້ງນີ້. ນາງໄດ້ຂຶ້ນເວທີອີກຄັ້ງນຶ່ງ ເພື່ອມອບ ລາງວັນແກຣມມີ ສຳລັບ ອາລະບ້ຳລູກທົ່ງດີເດັ່ນ ທີ່ເປັນກຽດແກ່ ນາງ ບີອອນເຊ.

Beyonce scored the top prize at music's Grammy Awards on Sunday, taking album of the year for the first time in her career with her country record "Cowboy Carter," at a ceremony that delivered a love letter to wildfire-ravaged Los Angeles.

The superstar singer triumphed over Taylor Swift, Billie Eilish and others to claim the trophy that had eluded her even as she collected more lifetime Grammys than any other artist.

"I just feel very full and very honored. It's been many, many years," Beyonce said on stage, standing next to her daughter Blue Ivy Carter.

Beyonce's win came on her fifth nomination in the album category. She earned three trophies in total on Sunday, bringing her career haul to 35.

Rapper Kendrick Lamar claimed record and song of the year for "Not Like Us," a diss track in his feud with Canadian rapper and singer Drake. Lamar, who swept the five categories he was nominated for, dedicated his wins to Los Angeles, where the ceremony was held.

"This is my neck of the woods that's held me down since I was a young pup," he said, adding "we are going to restore the city."

"Pink Pony Club" singer Chappell Roan was named best new artist and used her time on stage to urge record labels to pay musicians a living wage with healthcare benefits. She recalled a time when she felt "dehumanized" to not have health insurance. "Labels - we got you, but do you got us?" she said.

Swift, who has won album of the year a record four times and was nominated for "The Tortured Poets Department," was shut out this time. She took the stage once to present the Grammy for best country album, an honor that went to Beyonce.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG