ມະຫາເສດຖີ ອີລອນ ມັສຄ໌ ກ່າວວ່າ ຕົນບໍ່ມີຄວາມສົນໃຈເຂົ້າຊື້ສື່ສັງຄົມອອນ ໄລນ໌ ຕິກຕ໊ອກ (TikTok) ທີ່ສະຫະລັດ ພະຍາຍາມຫ້າມແອັປພລີເຄຊັ້ນ ດັ່ງກ່າວ ເນື່ອງຈາກຄວາມກັງວົນດ້ານຄວາມໝັ້ນຄົງແຫ່ງຊາດ ອີງຕາມລາຍ ງານຂອງອົງການຂ່າວຣອຍເຕີສ.
ທ່ານມັສຄ໌ ໃຫ້ຄວາມເຫັນເມື່ອຕົ້ນເດືອນມັງກອນ ເຊິ່ງໄດ້ຮັບການເຜີຍແຜ່ເມື່ອ ວັນເສົາທີ່ຜ່ານມາ ໃນການປະຊຸມຂອງ ກຸ່ມ ເດິ ແວລຕ໌ (The WELT Group) ອັນເປັນສ່ວນນຶ່ງຂອງບໍລິສັດສື່ສັນຊາດເຢຍຣະມັນ ແອັກແຊລ ສະປຣິງ ແອັສອີ (Axel Springer SE) ທີ່ທ່ານມັສຄ໌ ກ່າວວ່າຕົນບໍ່ໄດ້ ຍື່ນຂໍ້ສະເໜີຊື້ ຕິກຕ໊ອກ ເພາະບໍ່ໄດ້ໃຊ້ແອັປດັ່ງກ່າວດ້ວຍຕົນເອງ ແລະບໍ່ຄຸ້ນ ເຄີຍກັບຮູບແບບຂອງແອັປ ຍອດນິຍົມໃນອາເມຣິການີ້.
ທ່ານມັສ໌ ເຊິ່ງເຂົ້າຊື້ສື່ສັງຄົມອອນໄລນ໌ ທວິດເຕີຣ (Twitter) ກ່ອນຈະປ່ຽນຊື່ ເປັນ ແອັກສ໌ (X) ເມື່ອເຂົ້າເປັນເຈົ້າຂອງແພລັດຟອມດັ່ງກ່າວ ທ່ານບອກວ່າ ເປັນເລື້ອງຍາກທີ່ຕົນຈະເຂົ້າຊື້ກິດຈະການ ແລະທ່ານ “ມັກຈະສ້າງບໍລິສັດ ຂຶ້ນມາເອງຕັ້ງແຕ່ຕົ້ນ.”
ຫລັງເຂົ້າດຳລົງຕຳແໜ່ງຜູ້ນຳສະຫະລັດ ທ່ານ ທຣຳ ໄດ້ລົງນາມຄຳສັ່ງຝ່າຍ ບໍລິຫານ ຂະຫຍາຍເວລາການຫ້າມແອັປດັ່ງກ່າວ ແລະຊຸກຍູ້ໃຫ້ສະຫະນລັດ ເຂົ້າຊື້ກິດຈະການໃນລັກສະນະຮ່ວມທຶນ ລວມທັງທີ່ຫາກໍລົງນາມໃນຄຳສັ່ງ ຝ່າຍບໍລິຫານ ເພື່ອນຳໄປສູ່ການຈັດຕັ້ງ ‘ກອງທຶນຄວາມໝັ້ນຄົງແຫ່ງຊາດ’ ເຊິ່ງອາດໃຊ້ເຂົ້າຊື້ຮຸ້ນຂອງຕິກຕ໊ອກ ຫາກສາມາດຫາບໍລິສັດ ອາເມຣິກັນມາ ຊື້ກິດຈະການຂອງສື່ສັງຄົມອອນໄລນ໌ຂອງຈີນແຫ່ງນີ້ໄດ້.
ການຊ່ອຍເຫຼືອຕິກຕ໊ອກຂອງທ່ານທຣຳ ສະທ້ອນເຖິງການປ່ຽນຈຸດຢືນຂອງທ່ານ ເມື່ອດຳລົງຕຳແໜ່ງຜູ້ນຳສະໄໝທຳອິດ, ໂດຍໃນປີ 2020 ທ່ານທຣຳ ຕັ້ງເປົ້າ ຫ້າມແອັປນີ້ ເນື່ອງຈາກຄວາມກັງວົນວ່າ ບໍລິສັດ ຈະແລກປ່ຽນຂໍ້ມູນສ່ວນຕົວ ຂອງຊາວອາເມຣິກັນ ໃຫ້ລັດຖະບານປັກກິ່ງ. ແຕ່ບັດຈຸບັນ ທ່ານທຣຳ ໃຫ້ຄວາມເຊື່ອຖື ຫຼືເຄຣດິດ ແອັປ ຕິກຕ໊ອກ ໃນການຊ່ອຍໃຫ້ທ່ານຊະນະໃຈ ຜູ້ມີສິດອອກສຽງຄົນລຸ້ນໃໝ່ຊາວອາເມຣິກັນ ໃນການເລືອກຕັ້ງປີ 2024.
ຟໍຣັມສະແດງຄວາມຄິດເຫັນ