ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ເຈົ້າໜ້າທີ່ ກ່າວວ່າ ລັດຖະບານ ທ່ານ ທຣໍາ ມີແຜນທີ່ຈະຕັດພະນັກງານຂອງອົງການ USAID ລົງເກືອບທັງໝົດ


ບັນດາຜູ້ປະທ້ວງ ແລະສະມາຊິກລັດຖະສະພາ ອອກມາຊຸມນຸມຕໍ່ຕ້ານປະທານາທິບໍດີ ດໍໂນລ ທຣໍາ ແລະ ທ່ານ ອີລອນ ມັສຄ໌, ທີ່ເປັນພັນທະມິດຂອງທ່ານ, ເນື່ອງຈາກທັງສອງທ່ານ ລົບກວນລະບົບຂອງລັດຖະບານກາງ ລວມທັງຍຸບສໍານັກງານເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດ. (AP Photo/J. Scott Applewhite)
ບັນດາຜູ້ປະທ້ວງ ແລະສະມາຊິກລັດຖະສະພາ ອອກມາຊຸມນຸມຕໍ່ຕ້ານປະທານາທິບໍດີ ດໍໂນລ ທຣໍາ ແລະ ທ່ານ ອີລອນ ມັສຄ໌, ທີ່ເປັນພັນທະມິດຂອງທ່ານ, ເນື່ອງຈາກທັງສອງທ່ານ ລົບກວນລະບົບຂອງລັດຖະບານກາງ ລວມທັງຍຸບສໍານັກງານເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດ. (AP Photo/J. Scott Applewhite)

ລັດຖະບານຂອງ ທ່ານ ທຣໍາ ໄດ້ນໍາສະເໜີແຜນການ ໃນວັນພະຫັດວານນີ້ ທີ່ຈະຫຼຸດພະນັກງານສໍາລັບໂຄງການຊ່ວຍເຫຼືອຂອງສະຫະລັດໃນທົ່ວໂລກ ຢ່າງຫຼວງຫຼາຍ, ເຊິ່ງເປັນສ່ວນນຶ່ງຂອງການຍຸບອົງການເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດ, ສົ່ງຜົນເຮັດໃຫ້ພະນັກງານຈາກທັງໝົດຫຼາຍພັນຄົນ ເຫຼືອບໍ່ຮອດ 300 ຄົນເທົ່ານັ້ນ.

ໃນຕອນແລງວານນີ້, ສະມາຄົມພະນັກງານຂອງລັດຖະບານກາງ ໄດ້ຍື່ນຄໍາຟ້ອງຕໍ່ສານລັດຖະບານກາງ ເພື່ອຂໍໃຫ້ຢຸດການປິດອົງການ, ໂດຍໃຫ້ເຫດຜົນວ່າ ປະທານາທິບໍດີ ດໍໂນລ ທຣໍາ ບໍ່ມີສິດອໍານາດໃນການປິດອົງການທີ່ໄດ້ຖືກບັນຍັດໂດຍລັດຖະສະພາ.

ພະນັກງານປັດຈຸບັນຂອງອົງການ USAID ສອງຄົນ ແລະອະດີດເຈົ້າໜ້າທີ່ອາວຸໂສຂອງອົງການ USAID ຄົນນຶ່ງ, ກ່າວຕໍ່ອົງການຂ່າວ AP ກ່ຽວກັບແຜນການຂອງລັດຖະບານ, ເຊິ່ງນໍາສະເໜີໃຫ້ເຈົ້າໜ້າທີ່ອາວຸໂສທີ່ຍັງເຫຼືອຂອງອົງການດັ່ງກ່າວ ໃນວັນພະຫັດວານນີ້. ພວກເຂົາເຈົ້າໃຫ້ສໍາພາດໃນເງື່ອນໄຂທີ່ບໍ່ຂໍເປີດເຜີຍຊື່ ເນື່ອງຈາກລັດຖະບານຂອງ ທ່ານ ທຣຳ ມີຄໍາສັ່ງຫ້າມພະນັກງານອົງການ USAID ເວົ້າກັບບຸກຄົນອື່ນ ທີ່ບໍ່ໄດ້ຢູ່ໃນອົງການຂອງພວກເຂົາເຈົ້າ.

ແຜນການດັ່ງກ່າວ ຈະເຮັດໃຫ້ເຫຼືອພະນັກງານບໍ່ຮອດ 300 ຄົນ ຢູ່ໃນອົງການທີ່ປັດຈຸບັນ ມີຢູ່ 8,000 ຄົນ ທີ່ຖືກຈ້າງໂດຍກົງ ແລະເປັນພະນັກງານສັນຍາຈ້າງ. ພວກເຂົາເຫຼົ່ານີ້, ລວມທັງພະນັກງານຢູ່ຕ່າງປະເທດ ປະມານ 5,000 ຄົນ ທີ່ຖືກຈ້າງຢູ່ໃນທ້ອງຖິ່ນຂອງແຕ່ລະປະເທດ, ເຊິ່ງມີໂຄງການຊ່ວຍຊີວິດຈໍານວນນຶ່ງທີ່ລັດຖະບານກ່າວວ່າ ມີຄວາມຕັ້ງໃຈທີ່ຈະດໍາເນີນຕໍ່ໄປກ່ອນ.

ຍັງບໍ່ເປັນທີ່ຈະແຈ້ງໃນທັນທີວ່າ ການຫຼຸດຈໍານວນພະນັກງານລົງມາບໍ່ຮອດ 300 ຄົນ ຈະເປັນແບບຖາວອນ ຫຼື ຊົ່ວຄາວ, ເຊິ່ງອາດເປັນໄປໄດ້ທີ່ຈະອະນຸຍາດໃຫ້ພະນັກງານກັບຄືນມາເຮັດວຽກ ຫຼັງຈາກສິ່ງທີ່ລັດຖະບານ ທ່ານ ທຣໍາ ກ່າວວ່າ ກໍາລັງທໍາການທົບທວນກ່ຽວກັບໂຄງການຊ່ວຍເຫຼືອ ແລະການພັດທະນາ ທີ່ພວກເຂົາຕ້ອງການຈະໃຫ້ກັບມາດໍາເນີນການຄືນອີກຄັ້ງ.

ໃນຕົ້ນອາທິດນີ້, ລັດຖະບານຂອງ ທ່ານ ທຣໍາ ໄດ້ໃຫ້ເວລາແກ່ພະນັກງານຂອງອົງການ USAID ທີ່ປະຈໍາການໃນຕ່າງປະເທດເກືອບທັງໝົດ ເປັນເວລາ 30 ມື້ ເພື່ອເດີນທາງກັບຄືນມາຍັງ ສະຫະລັດ, ໂດຍເລີ້ມແຕ່ວັນສຸກມື້ນີ້, ເຊິ່ງລັດຖະບານ ຈະຈ່າຍຄ່າເດີນທາງ ແລະຄ່າຍົກຍ້າຍ. ສ່ວນພະນັກງານທີ່ເລືອກຈະຢູ່ເຮັດວຽກຕໍ່ໄປ, ຖ້າຫາກວ່າ ພວກເຂົາເຈົ້າໄດ້ຮັບການຍົກເວັ້ນເນື່ອງຈາກຄວາມຫຍຸ້ງຍາກທີ່ສະເພາະເຈາະຈົງໃດນຶ່ງ, ອາດຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຂອງຕົນເອງ, ອີງຕາມແຈ້ງການຢູ່ໃນເວັບໄຊທ໌ຂອງອົງການ USAID ທີ່ເຜີຍແຜ່ອອກໃນຕອນແລງຂອງວັນພະຫັດວານນີ້.

ໃນລະຫວ່າງເດີນທາງໄປປະເທດ ແອລຊາລວາດໍ ເມື່ອບໍ່ດົນມານີ້, ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານ ມາຣ໌ໂກ ຣູບີໂອ ໄດ້ອະທິບາຍເຖິງອົງການນີ້ວ່າ ຕາມປະຫວັດສາດແລ້ວ ອົງການດັ່ງກ່າວ “ບໍ່ໄດ້ລາຍງານ” ໃດໆຕໍ່ລັດຖະສະພາ ແລະ ທຳນຽບຂາວ, ເຖິງແມ່ນວ່າ ອົງການດັ່ງກ່າວນີ້ ຄວນຮັບຄໍາຊີ້ນຳຕ່າງໆຈາກກະຊວງການຕ່າງປະເທດກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG