ທີມອາເມຣິກັນຟຸດບອລ ຟີລາແດລເຟຍ ອີໂກລສ໌ ຄຸມເກມກັບທີມ ຊີຟ ໄດ້ດີ ກວ່າ ໃນການແຂ່ງຂັນຊິງແຊ້ມ Super Bowl ໂດຍສະກັດກັ້ນຄູ່ແຂ່ງທີມ ແຄນສັດສ໌ ຊີຕີ ຊີຟ ໃນການເຮັດຄະແນນໄດ້ ແລະສາມາດເຮັດຄະແນນ 40 ຕໍ່ 22 ເມື່ອວັນອາທິດວານນີ້ ທີ່ນະຄອນ ນິວ ອອຣລີນສ໌ ເຊິ່ງໄດ້ປະຕິເສດ ທີມຊີຟ ໃນການຄວ້າແຊ້ມເປັນສະໄໝທີສາມຕິດຕໍ່ກັນ ແລະເປັນການລ້າງແຄ້ນ ສຳລັບການເສຍໄຊ ແກ່ທີມດັ່ງກ່າວ ໃນເກມຊິງແຊ້ມເມື່ອງສອງປີກ່ອນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.
ທີມອີໂກລສ໌ ສາມາດບຸກຜ່ານເຂົ້າໄປດ້ານຫຼັງຂອງແຖວກອງຫຼັງຂອງທີມຊີຟສ໌ ໄດ້ຢ່າງງ່າຍດາຍ ແລ້ວຢຸດຢັ້ງ ຄົວເຕີແບັກ ທ້າວ ແພດທຣິກ ມາໂຮມສ໌ ຂອງທີມຊີຟສ໌ ຈຶ່ງສາມາດແລ່ນຕຳລາວ ເຮັດໃຫ້ບານຫລຸດມື ໃນເວລາທີ່ເຫຼືອ ຢູ່ພຽງ 10 ນາທີ ກ່ອນເກມຈະສິ້ນສຸດລົງ ແລະຕັດຄວາມຫວັງຂອງການຮຶດ ສູ້ຄືນໄດ້.
ໃນເມືອງນິວ ອອຣລີນສ ບ່ອນທີ່ດົນຕີແຈດສ໌ (jazz) ໄດ້ກຳເນີດຂຶ້ນນັ້ນ, ເຊິ່ງ ຄົວເຕີແບັກຂອງທີມອີໂກລສ໌ ທ້າວ ເຈເລນ ເຮີຕສ໌ ໄດ້ເປັນໂຕວາງແຜນເກມ ໂດຍການດຳເນີນເກມດ້ວຍຂາແລະແຂນສອງເບື້ອງຂອງລາວ ຕາມແບບຈັງ ຫວະຂອງເພງແຈດສ໌ ແລ້ວເຮັດຄະແນນໄດ້ ຫຼື ເທິດຈ໌ດາວ ທັງໝົດສາມຄັ້ງ ທີ່ນຳໄປສູ່ການໄດ້ຮັບກຽດເປັນ ນັກຫຼິ້ນທີ່ດີເດັ່ນ ຫຼື MVP.
“ມັນເປັນການເດີນທາງທີ່ຍາວນານ ມີການເດີນທາງທັງຂຶ້ນແລະລົງ, ສູງແລະ ຕ່ຳ” ທ້າວ ເຮີຕສ໌ ຜູ້ຊະນະ Super Bowl ຄັ້ງທຳອິດ ໄດ້ກ່າວຕໍ່ບັນດານັກ ຂ່າວ.
ລາວເວົ້າອີກວ່າ “ເຈົ້າຕ້ອງສາມາດໃຊ້ປະສົບການທັງຫຼາຍເຫຼົ່ານີ້ ທີ່ເຈົ້າໄດ້ຮັບ ໃນເມື່ອກ່ອນ ເພາະວ່າ ພວກມັນທັງໝົດລ້ວນແຕ່ເປັນປັດໄຈໃນການສ້າງ ອະນາຄົດ.”
ທ້າວເຮີຕສ໌ ສິ້ນສຸດເກມດ້ວຍການແກວ່ງບານໃຫ້ຜູ້ຮັບໄດ້ເຖິງ 17 ໃນ 22 ຄັ້ງ ລວມໄລຍະໄດ້ 202 ແມັດ ແລະແລ່ນບານ 11 ຄັ້ງ ລວມໄລຍະໄດ້ 66 ແມັດ ແລະຄວາມຜິດພາດຄັ້ງດຽວຂອງລາວ ແມ່ນຢູ່ໃນຕັ້ງທຳອິດ ເມື່ອເວລາ ລາວແກວ່ງບານກໍຖືກຄູ່ແຂ່ງຮັບໄດ້ ເຊິ່ງໃນທີ່ສຸດແລ້ວກໍພິສູດໃຫ້ເຫັນວ່າ ບໍ່ສົ່ງ ຜົນຕໍ່ເກມເລີຍ.
ຄັ້ງນີ້ ເປັນເທື່ອທີສອງຂອງທີມອີໂກລສ໌ ທີ່ໄດ້ເຂົ້າຮອບໄປຊິງເອົາ Super Bowl ຫຼັງຈາກທີ່ໄດ້ເອົາຊະນະທີມ ນິວ ອິງແລນ ເພທຣີອັອດ (New England Patriot) ໃນປີ 2018 ແລະ ຕົນໄດ້ຫລິ້ນຕໍ່ໜ້າຜູ້ຊົມທີ່ເຕັມສະໜາມ ເຊິ່ງລວມມີ ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ, ດາຣາດັງນັກຮ້ອງ ນາງ ເທເລີຣ ສວິຟຕ໌ ແລະດາຣາຜູ້ມີຊື່ສຽງຫຼາຍໆຄົນ.
ມັນເປັນຂີດໝາຍຄັ້ງທຳອິດ ທີ່ປະທານທິບໍດີທີ່ດຳລົງຕຳແໜ່ງໃນປັດຈຸບັນ ໄດ້ເຂົ້າມາຊົມການແຂ່ງຂັນ Super Bowl ແລະ ທ່ານທຣຳ ໄດ້ຊົມຕັ້ງທຳອິດ ຢູ່ທີ່ ສະໜາມທີ່ຍິ່ງໃຫຍ່ໃນຮົ່ມ ຫຼື Superdome ກ່ອນທີ່ທ່ານຈະອອກໄປ.
ໄຊຊະນະນີ້ ເປັນການລ້າງແຄ້ນທີ່ແສນຫວານ ສຳລັບທີມອີໂກລສ໌ ຫຼັງຈາກ ທີ່ພວກເຂົາໄດ້ຖືກຫັກອົກ ເມື່ອພ່າຍແພ້ໃຫ້ແກ່ທີມ ຊີຟສ໌ 38 ຕໍ່ 35 ໃນນະຄອນ ຟີນິກສ໌ ລັດອາຣິໂຊນາ ເມື່ອສອງປີກ່ອນ.
ອ່ານຂ່າວນີ້ໃນພາສາອັງກິດ
The Philadelphia Eagles dominated the Chiefs 40-22 in Sunday's Super Bowl in New Orleans to deny Kansas City in their bid for a third consecutive title and exact brutal revenge for their loss to the team in the NFL title game two years ago.
The Eagles bullied the Chiefs behind a defensive effort that overwhelmed Chiefs quarterback Patrick Mahomes, culminating with a strip sack with less than 10 minutes to play that ended any hopes of a comeback.
In the city where jazz was born, versatile Eagles quarterback Jalen Hurts was a masterful conductor, making music with his legs and his arm to score three total touchdowns en route to earning Super Bowl MVP honors.
"It's been a long journey, a journey with ups and downs, highs and lows," first-time Super Bowl champion Hurts told reporters.
"You've got to be able to use these experiences that you’ve had in the past because they're all formative for the future."
Hurts finished 17-of-22 for 221 passing yards and rushed for 72 more on 11 carries, his only misstep a first half interception that ultimately proved harmless.
It was the Eagles' second Super Bowl title after they beat the New England Patriots in 2018 and it played out before a sold-out crowd that included U.S. President Donald Trump, pop superstar Taylor Swift and a bevy of other A-list celebrities.
It marked the first time a sitting president had attended a Super Bowl and Trump watched the first half of the game at the Superdome before leaving.
The win spelled sweet revenge for the Eagles after their heartbreaking 38-35 defeat to the Chiefs in Phoenix two years ago.
ຟໍຣັມສະແດງຄວາມຄິດເຫັນ