ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ເມຶືອງໃນລັດຄາລິຟໍເນຍ ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ລັດ ໃນການປົກປ້ອງຄົນເຂົ້າເມືອງທີ່ຜິດກົດໝາຍ


ເມຶືອງໃນລັດຄາລິຟໍເນຍ ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ລັດ ໃນການປົກປ້ອງຄົນເຂົ້າເມືອງທີ່ຜິດກົດໝາຍ.

ບັນດາເຈົ້າໜ້າທີ່ລາດຕະເວນຊາຍແດນຂອງ ສະຫະລັດ ກໍາລັງກັກຂັງຜູ້ອົບພະຍົບທີ່ບໍ່ມີເອກະສານ ເຊິ່ງເປັນສ່ວນນຶ່ງຂອງການປາບປາມການເຂົ້າເມືອງຜິດກົດໝາຍຂອງປະທານາທິບໍດີ ດໍໂນລ ທຣໍາ. ການ​ຈັບ​ກຸມ​ທັງຫຼາຍເຫຼົ່ານັ້ນ​ ແມ່ນ​ຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ ເຊິ່ງເປັນບ່ອນ​ທີ່​ເມືອງ​ນຶ່ງ ​ພະຍາຍາມບໍ່ຮ່ວມມືກັບທາງການ​ລັດ ​ແລະມາ​ຮ່ວມ​ມື​ກັບ​ອົງການ​ຄົນ​ເຂົ້າ​ເມືອງ​ຂອງ​ລັດຖະບານ​ກາງ.

ລັດຄາລິຟໍເນຍ ເປັນລັດທີ່ຈຳກັດການຮ່ວມມືຂອງເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນ ກັບເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງລັດຖະບານກາງ, ໂດຍຫ້າມບໍ່ໃຫ້ເຮັດໜ້າທີ່ເປັນເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຫຼື ຈັບກຸມສະເພາະແຕ່ຜູ້ທີ່ລະເມີດກົດໝາຍແພ່ງດ້ານຄົນເຂົ້າເມືອງເທົ່ານັ້ນ.

ພາຍໃນລັດທີ່ຮ້ອງຕົນເອງວ່າເປັນ “ເມືອງທີ່ເປັນສະຖານທີ່ຫລົບໄພ ສໍາລັບຜູ້ຄົນທີ່ເຂົ້າເມືອງຜິດກົດໝາຍ ເພື່ອປ້ອງກັນການກໍ່ອາຊະຍາກໍາ.”

ເຈົ້າເມືອງ Huntington Beach, ທ່ານ ແພັດ ເບີນສ໌ (Pat Burns) ກ່າວວ່າ ການຮ່ວມມືກັບໜ່ວຍງານບັງຄັບໃຊ້ກົດໝາຍດ້ານຄົນເຂົ້າເມືອງຂອງລັດຖະບານກາງ ຈະເຮັດໃຫ້ເມືອງຂອງທ່ານ ປອດໄພຫຼາຍຂຶ້ນ.

ທ່ານ ແພັດ ເບີນສ໌, ເຈົ້າເມືອງ Huntington Beach ກ່າວວ່າ:

“ຖ້າບຸກຄົນໃດບໍ່ມີເອກະສານ ກະທໍາອັນໃດນຶ່ງທີ່ມີລັກສະນະເປັນການກໍ່ອາຊະຍາກໍາ, ໂດຍສະເພາະ ອາດຊະຍາກໍາທີ່ຮ້າຍແຮງນັ້ນ, ຂ້າພະເຈົ້າຕ້ອງການໃຫ້ພວກເຂົາທໍາການຍົກຍ້າຍອອກໄປ, ແລະຂ້າພະເຈົ້າຢາກໃຫ້ພວກເຮົາມີການບັງຄັບໃຊ້ກົດໝາຍທຸກລະດັບ ເພື່ອເຮັດໃຫ້ຊຸມຊົນຂອງພວກເຮົາມີຄວາມປອດໄພຫຼາຍທີ່ສຸດ. ແລະຖ້າພວກທ່ານຫາກເອົາການເຊື່ອມໂຍງເຫຼົ່ານັ້ນ ອອກໄປ, ລະດັບຂອງການບັງຄັບໃຊ້ກົດໝາຍນັ້ນອອກໄປ, ພວກເຮົາອາດຈະປ່ອຍບາງຄົນ ທີ່ພວກເຮົາບໍ່ຕ້ອງການໃຫ້ກັບຄືນມາສູ່ຊຸມຊົນຂອງພວກເຮົາອີກ.”

ທ່ານນາງ ມາຍ ໂດ (Mai Do) ຈາກສະຖາບັນຄົ້ນຄວ້າ Harbor, ເຊິ່ງເປັນສະຖາບັນທີ່ສະໜອງການຄົ້ນຄວ້າ ແລະສະໜັບສະໜູນດ້ານນະໂຍບາຍໃຫ້ແກ່ອົງການທ້ອງຖິ່ນຕ່າງໆທີ່ສົ່ງເສີມຜູ້ອົບພະຍົບ. ທ່ານນາງກ່າວວ່າ ບໍ່ມີຫຼັກຖານໃດໆທີ່ສະແດງໃຫ້ເຫັນວ່າ ເມືອງທີ່ເປັນສະຖານທີ່ຫລົບໄພທັງຫຼາຍ ຈະມີຄວາມປອດໄພໜ້ອຍລົງ.

ທ່ານນາງ ມາຍ ໂດ, ຈາກສະຖາບັນຄົ້ນຄວ້າ Harbor ກ່າວວ່າ:

“ລຸນຫຼັງການສຶກສາຄົ້ນຄວ້າຫຼາຍຄັ້ງ ໄດ້ພິສູດໃຫ້ເຫັນວ່າ ສະຖານທີ່ຫລົບໄພບໍ່ພຽງແຕ່ບໍ່ເຮັດໃຫ້ອັດຕາການກໍ່ອາຊະຍາກໍາເພີ້ມຂຶ້ນເທົ່ານັ້ນ, ໃນຄວາມຈິງແລ້ວ, ສະຖານທີ່ແຫ່ງນີ້ ຫຼຸດຜ່ອນອາດຊະຍາກໍາ, ແລະດັ່ງນັ້ນ ສໍາລັບນັກການເມືອງຂອງເມືອງ Huntington Beach ທີ່ພະຍາຍາມລົງທຶນເພື່ອສົ່ງເສີມນະໂຍບາຍຕໍ່ຕ້ານສະຖານທີ່ຫລົບໄພນີ້ ໄດ້ສະແດງໃຫ້ພວກເຮົາເຫັນວ່າ ພວກເຂົາບໍ່ໄດ້ລົງທຶນໃນການສົ່ງເສີມຄວາມປອດໄພທາງດ້ານສັງຄົມ.”

ເຈົ້າຂອງຮ້ານອາຫານຢູ່ໃນທ້ອງຖິ່ນ ທ່ານ ຊາຣ໌ລີ ຊາບລາ (Charlie Zablah) ສະໜັບສະໜູນການເປັນເມືອງທີ່ບໍ່ມີສະຖານທີ່ຫລົບໄພຂອງ Huntington Beach.

ທ່ານ ຊາບລາ, ກ່າວວ່າ:

“ການຂ້າມຊາຍແດນ ແລ້ວມານະທີ່ນີ້ ແບບຜິດກົດໝາຍ, ຖືວ່າພວກເຈົ້າໄດ້ກະທຳຜິດແລ້ວ. ພວກເຈົ້າຝ່າຝືນກົດໝາຍ, ແລະນັ້ນ ເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້. ຂ້າພະເຈົ້າມາທີ່ນີ້ດ້ ວຍວິທີທາງທີ່ຖືກຕ້ອງຕາມກົດໝາຍ. ຂ້າພະເຈົ້າໄດ້ເຮັດໃນສິ່ງທີ່ຖືກຕ້ອງ, ຂ້າພະເຈົ້າຢືນລໍຖ້າຢູ່ແຖວເພື່ອຈ່າຍຄ່າທໍານຽມ. ຂ້າພະເຈົ້າຈ່າຍຄ່າທໍານຽມ. ແລະມັນກໍໃຊ້ເວລາ 12 ປີ ເພື່ອເຮັດໃຫ້ຂ້າພະເຈົ້າກາຍມາເປັນພົນລະເມືອງຂອງສະຫະລັດ.”

ການປະກົດໂຕໃນສະຫະລັດຢ່າງຜິດກົດໝາຍ ຖືເປັນການລະເມີດກົດໝາຍແພ່ງ, ບໍ່ແມ່ນການກະທຳຜິດທາງອາຍາ. ການ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ເປັນ​ໂທດສະຖານເບົາ. ການ​ກັບເຂົ້າ​ໄປປະ​ເທດ​ຄືນ​ແບບ​ຜິດ​ກົດໝາຍ​ຫຼັງ​ຈາກຖືກເນລະເທພ​ ແມ່ນຄວາມຜິດທາງອາຍາ ຕ້ອງຖືກໂທດຂັງ​ຄຸກເປັນເວລາ​ 2 ປີ.

ຄຳ​ສັ່ງຝ່າຍ​ບໍລິຫານຂອງ​ປະທານາທິບໍດີ ​ໂດ​ໂນລ ທຣຳ ທີ່ມີຊື່ວ່າ ການ​ປົກ​ປ້ອງ​ປະຊາຊົນ​ອາ​ເມ​ຣິ​ກັນ​ຈາກ​ການ​ຮຸກ​ຮານ ຈະ​ຕັດເງິນ​ທຶນ​ຂອງ​ລັດຖະບານ​ກາງ​ທີ່ຈັດສັນໄປຍັງເຂດອໍານາດການປົກຄອງ​ທີ່​ເປັນສະຖານທີ່ຫລົບໄພທັງໝົດ. ຍັງ​ບໍ່​ທັນຈະ​ແຈ້ງ​ວ່າ ​ເງິນ​ທຶນ​ຂອງ​ລັດຖະບານ​ກາງ ​ຈະ​ຖືກ​ຕັດ​ຢູ່​ໃນ​ເຂດ​ປົກຄອງ ​ໃດແດ່, ລວມທັງ​ລັດຄາລິຟໍເນຍນໍາອີກດ້ວຍ.

ສາດສະດາຈານ ແອນນີ ຫຼາຍ (Annie Lai) ຈາກມະຫາວິທະຍາໄລດ້ານກົດໝາຍ ເອີວິນ ແຫ່ງລັດຄາລິຟໍເນຍ ກ່າວວ່າ ການເຮັດໃຫ້ຕົນເອງເປັນເມືອງທີ່ບໍ່ມີສະຖານທີ່ຫລົບໄພ ເປັນພຽງສັນຍາລັກຂອງການເຄື່ອນໄຫວສ່ວນໃຫຍ່ ສໍາລັບເມືອງ Huntington Beach, ເນື່ອງຈາກເມືອງນີ້ ບໍ່ໄດ້ຄວບຄຸມເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໃນທ້ອງຖິ່ນ.

ສາດສະດາຈານ ແອນນີ ຫຼາຍ, ຈາກມະຫາວິທະຍາໄລດ້ານກົດໝາຍ ເອີວິນ ແຫ່ງລັດຄາລິຟໍເນຍ ກ່າວວ່າ:

“ການປະກາດໂດຍເມືອງແຫ່ງນີ້ ຈະມີຜົນກະທົບທີ່ຈໍາກັດ, ໂດຍທົ່ວໄປແລ້ວ ເນື່ອງຈາກເມືອງແຫ່ງນີ້ ບໍ່ມີຄຸກຂອງຕົນເອງ. ໜ່ວຍງານທີ່ຄວບຄຸມຄຸກ ແມ່ນກົມຕໍາຫຼວດຂອງເຂດ Orange ຄາວຕີ, ເຊິ່ງເປັນຜູ້ມີອໍານາດຕັດສິນ ຕ່າງຫາກ.”

ເມື່ອລັດຄາລິຟໍເນຍ ປະກາດໃຊ້ກົດໝາຍວ່າດ້ວຍສະຖານທີ່ຫລົບໄພໃນປີ 2017, ລັດຖະບານ ທ່ານ ທຣໍາ ສະໄໝທຳອິດ ໄດ້ໂຕ້ແຍ້ງຢູ່ໃນສານວ່າ ກົດໝາຍດັ່ງກ່າວ ຖືກແຊກແຊງດ້ວຍໜ່ວຍງານກວດຄົນເຂົ້າເມືອງທີ່ບັງຄັບໃຊ້ກົດໝາຍຂອງລັດຖະບານກາງ. ສານ​ອຸທອນ ​ໄດ້ທໍາການ​ຕັດສິນ​ໃຫ້​ລັດ ເປັນຝ່າຍຊະນະ, ​ແລະສານ​ສູງ​ສຸດ​ຂອງ​ສະຫະລັດ​ ໄດ້​ອອກມາປະຕິ​ເສດ​ທີ່​ຈະ​ພິຈາລະນາ​ຄະດີດັ່ງກ່າວນີ້.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

U.S. Border Patrol agents are detaining undocumented migrants as part of President Donald Trump’s crackdown on illegal immigration. Many of those arrests have been in California, where one city is trying to break with the state and cooperate with federal immigration agencies. Genia Dulot reports from Huntington Beach.

California is a state that limits local police cooperation with federal immigration enforcement, barring them from acting as immigration agents or making arrests solely on civil immigration violations.

Within this so-called sanctuary state, the city of Huntington Beach has declared itself a “non-sanctuary city for illegal immigration for the prevention of crime.”

Mayor Pat Burns says cooperating with federal immigration enforcement makes his city safer.

Pat Burns, Huntington Beach Mayor.

“If an undocumented person commits some kind of crime, especially heinous crime, I want them removed, and I want us to have every level of law enforcement to keep our community as safe as possible. And if you take that link out, that level of law enforcement out, we might be releasing somebody who we don’t want back into our community.”

Mai Do is with the Harbor Institute, which provides research and policy support to local pro-immigrant organizations. She says there is no evidence that sanctuary cities are less safe.

Mai Do, Harbor Institute Research.

“Study after study has proven that sanctuary cities not only don’t increase crime, they actually reduce crime, and so for Huntington Beach politicians to be invested in trying to promote this anti-sanctuary policy actually shows that they are not invested in promoting public safety.”

Local restaurant owner Charlie Zablah backs Huntington Beach being a non-sanctuary city.

Charlie Zablah, Charlie’s Gyros Owner.

“By crossing the borders and coming here illegally, you already committed a crime. You broke the law, and that’s not acceptable. I came here the legal way. I did the right thing, right. I waited in line. I paid my dues. Took me 12 years to become a citizen.”

Unlawful presence in the U.S. is a civil violation, not a criminal offense. Illegal entry is a misdemeanor. Re-entering the country illegally after being removed is a felony punishable by up to two years in prison.

President Donald Trump’s executive order called Protecting the American People Against Invasion would deny federal funds to all sanctuary jurisdictions. It is not yet clear what federal funds would be cut to which jurisdictions, including California.

Making itself a non-sanctuary city is a largely symbolic move for Huntington Beach, since they don’t control local law enforcement, says University of California, Irvine law professor Annie Lai.

Annie Lai, University of California Law Professor.

“This declaration by the city is going to have limited impact because // The cities don’t have their own jails, generally. The entity that controls the jails is the Orange County Sheriff's Department. That’s a different decision-maker.

When California enacted its sanctuary law in 2017, the first Trump administration argued in court that it interfered with immigration authorities enforcing federal law. A circuit court of appeals ruled for the state, and the U.S. Supreme Court declined to review the case.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG