ມະຕິສະບັບໜຶ່ງ ທີ່ສະເໜີໂດຍຣັດເຊຍ ໃນວັນຈັນວານນີ້ ຢູທີ່ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ມີການສືບສວນສາກົນ ກ່ຽວກັບອັນທີ່ປາກົດວ່າ ເປັນການກໍ່ວິນາດສະກຳໃນປີກາຍນີ້ ຕໍ່ທໍ່ສົ່ງແກັສ Nord Stream ບໍ່ໄດ້ຮັບການສະໜັບສະໜຸນຈາກສະພາຄວາມໝັ້ນຄົງ
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ມີການໃຫ້ຄໍາຫມັ້ນສັນຍາ ແລະການລົງທືນທີ່ສໍາຄັນ ເພື່ອຫລີກລ້ຽງວິກິດການນ້ໍາໃນທົ່ວໂລກທີ່ກຳລັງເພີ່ມຂຶ້ນ ໃນໄລຍະເລີ່ມຕົ້ນຂອງກອງປະຊຸມໃຫຍ່ ກ່ຽວກັບບັນຫາດັ່ງກ່າວ ໃນວັນພຸດວານນີ້
ບົດລາຍງານນັ້ນ ກ່າວວ່າ ຈຳນວນຂອງພວກເດັກນ້ອຍ ທີ່ໄດ້ຮັບໂຄງການລ້ຽງອາຫານຢູ່ໂຮງຮຽນ ມາບັດນີ້ ໄດ້ກາຍລະດັບກ່ອນໜ້າຂອງໂຣກລະບາດແລ້ວ
ອົງການສະຫະປະຊາຊາດ ກ່າວໃນວັນພະຫັດນີ້ວ່າ ຕົນໄດ້ຈັດຊື້ກຳປັ່ນເພື່ອຂົນ ຖ່າຍນ້ຳມັນຫຼາຍກວ່າລ້ານຖັງ ຈາກກຳປັ່ນບັນທຸກນ້ຳມັນທີ່ຖືກຈອດຖິ້ມໄວ້ ເຊິ່ງເປັນໄພຂົ່ມຂູ່ຕໍ່ແຄມຝັ່ງທະເລແດງຂອງເຢແມນ ແລະການດຳເນີນການກອບກູ້ ໄດ້ຖືກກຳນົດໃສ່ຕົ້ນເດືອນພຶດສະພານີິ້
ມີການຮຽກຮ້ອງສໍາລັບອໍານາດຂອງແມ່ຍິງ ໃນຂະນະທີ່ສິດທິຕ່າງໆຂອງແມ່ຍິງ ຊໍ້າພັດຢູ່ພາຍໃຕ້ການຂົ່ມຂູ່ຢູ່ຫຼາຍຂົງເຂດໃນທົ່ວໂລກ
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ເຕືອນໃນວັນຈັນວານນີ້ໃນການເລີ້ມກອງປະຊຸມພວກແມ່ຍິງທີ່ສຳຄັນວ່າ ໃນລະດັບປັດຈຸບັນ ຄວາມສະເໝີພາບທາງເພດ ໄດ້ຄາດຄິດໄວ້ວ່າ ຍັງຢູ່ 300 ປີຂ້າງໜ້າ
ທ່ານນາງຊິນດີ ແມັກເຄນ ຊຶ່ງເປັນຄົນອາເມຣິກັນ ເຂົ້າຮັບຕຳແໜ່ງເປັນຜູ້ອຳນວຍການບໍລິຫານໂຄງການອາຫານໂລກຫຼື WFP ເວລາຜູ້ບໍລິຫານຄົນປັດຈຸບັນ ທ່ານ ເດວິດ ບິສລີ ອອກຈາກຕຳແໝ່ງໃນເດືອນໜ້ານີ້
ປະເທດຕ່າງໆ ສະໜັບສະໜຸນຕໍ່ການສ້າງສັນຕິພາບທີ່ເປັນທຳ ແລະຍືນຍົງ ໃນຢູເຄຣນ
ລັດຖະມົນຕີການຕ່າງປະເທດຢູເຄຣນ ໃນວັນພຸດວານນີ້ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຢືນຢູ່ຄຽງຂ້າງປະເທດຕົນ ໃນເວລາທີ່ສົງຄາມຣັດເຊຍຕໍ່ປະເທດທ່ານແກ່ຍາວມາໄດ້ 1 ປີ
ຍັດຕິດັ່ງກ່າວຍັງຮຽກຮ້ອງໃຫ້ຍຸຕິການສູ້ລົບກັນ ແລະໃຫ້ຣັດເຊຍຖອນກຳລັງທະຫານຂອງຕົນອອກຈາກດິນແດນຂອງຢູເຄຣນ “ພາຍໃນເຂດແດນທີ່ຮັບຮູ້ໂດຍນານາຊາດ” ໝາຍຄວາມວ່າ ລວມທັງດິນແດນທີ່ຣັດເຊຍອ້າງວ່າ ໄດ້ຜະນວກຫຼືປະກາດຮວມເອົານັ້ນ
ໃນເດືອນພຶດສະພາປີກາຍນີ້, ປັກກິ່ງ ແລະ ມົສກູ ໄດ້ໃຊ້ສິດຍັບຢັ້ງຂອງເຂົາເຈົ້າເພື່ອກີດກັ້ນຮ່າງມະຕິຂອງ ສະຫະລັດ ທີ່ຈະກຳນົດມາດຕະການລົງໂທດໃໝ່ຕໍ່ ພຽງຢາງ
ປະທານາທິບໍດີຊີເຣຍ ອະນຸຍາດໃຫ້ເປີດດ່ານຊາຍແດນຈາກເທີກີ ຕື່ມອີກ 2 ແຫ່ງ ເພື່ອສົ່ງການຊ່ວຍເຫຼືອໄປໃຫ້ປະຊາຊົນຊາວຊີເຣຍ 4 ລ້ານຄົນ ທີ່ຢູ່ນອກເຂດຄວບຄຸມຂອງລັດຖະບານ
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣັສກ່າວ ວ່າ ຂະບວນລົດການຊ່ວຍເຫລືອ ຈຸທຳອິດສຳລັບບັນດາຜູ້ເຄາະຮ້າຍຢູ່ທາງພາກເໜືອຊິເຣຍ ໄດ້ໄປເຖິງໃນວັນພະຫັດວານນີ້
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ກ່າວວ່າ ບັນຫາຂັດແຍ້ງ ການແບ່ງແຍກ ວິກິດການດິນຟ້າອາກາດ ແລະຄວາມບໍ່ສະເໝີພາບທາງດ້ານເສດຖະກິດ ຜັກດັນໃຫ້ໂລກຂອງເຮົາ ໃກ້ເຂົ້າໄປສູ່ໄພພິບັດ
ໃນເດືອນທັນວາ ກຸ່ມຕາລີບານໄດ້ຫ້າມບໍ່ໃຫ້ແມ່ຍິງອັຟການິສຖານ ເຮັດວຽກກັບອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ທັງໆທີ່ໄດ້ເກີດວິກິດການທາງດ້ານມະນຸດສະທຳ ຢ່າງແຜ່ກວ້າງ ຢູ່ໃນປະເທດດັ່ງກ່າວ
ທ່ານນາງອາເມນາ ໂມຮຳເໝັດ ພວກຕາລີບານຕ້ອງໄດ້ຍົກເລີກການຈຳກັດຮັດແຄບຕ່າງໆຕໍ່ແມ່ຍິງ ຖ້າພວກເຂົາຕ້ອງການຢາກໃຫ້ສາກົນຮັບຮູ້
ຊ່ຽວຊານແມ່ຍິງທີ່ຖືກຕ້ອງຕາມກົດໝາຍລະຫວ່າງປະເທດທັງສາມຄົນ ຈະດໍາເນີນການສືບສວນການລະເມີດສິດທິມະນຸດຂອງຜູ້ປະທ້ວງຢ່າງສັນຕິວິທີ ຂອງລັດຖະບານເຕຫະຣ່ານ
ມີພຽງຄະແນນສຽງສ່ວນຫຼາຍຂອງການເຫັນດີ ແລະ ບໍ່ເຫັນດີເທົ່ານັ້ນທີ່ຕ້ອງການໃນຮ່າງມະຕິຂອງ ສະຫະລັດ, ການບໍ່ອອກສຽງແມ່ນຈະບໍ່ຖືກນັບ