ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂ່າວ ສະ​ຫະ​ລັດ ຖືກ​ຂັງ​ຄຸກ 400 ວັນ​ໃນ ຣັດ​ເຊຍ


ນັກ​ຂ່າວ​ໜັງ​ສື​ພິມ Wall Street Journal ທ່ານ ເອ​ແວນ ເກີ​ສ​ໂຄວິດ​ຈ໌ ຢືນ​ຢູ່​ໃນ​ຄອກ​ແກ້ວ​ໃນ​ຫ້ອງ​ສານ​ເມືອງ ມົ​ສ​ກູ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 14 ທັນ​ວາ 2023.
ນັກ​ຂ່າວ​ໜັງ​ສື​ພິມ Wall Street Journal ທ່ານ ເອ​ແວນ ເກີ​ສ​ໂຄວິດ​ຈ໌ ຢືນ​ຢູ່​ໃນ​ຄອກ​ແກ້ວ​ໃນ​ຫ້ອງ​ສານ​ເມືອງ ມົ​ສ​ກູ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 14 ທັນ​ວາ 2023.

400 ວັນ ​ແມ່ນ​ຄວາມ​ດົນ​ທີ່​ນັກ​ຂ່າວ​ຊາວ ອາ​ເມ​ຣິ​ກັນ ທ່ານ ເອ​ແວນ ເກີ​ສ​ໂຄວິ​ດ​ຈ໌ ຖືກ​ຂັງ​ໃນ​ຄຸກໃນ ຣັດ​ເຊຍ.

ອົງ​ການ​ບໍ​ລິ​ການ​ດ້ານ​ຄວາມ​ປອດ​ໄພ​ລັດ​ຖະ​ບານ​ກາງ​ຂອງ ຣັດ​ເຊຍ ໄດ້​ຄວບ​ຄຸມ​ຕົວ​ລາວ​ໃນ​ເວ​ລາ​ທີ່​ລາວ​ເຮັດ​ວຽກ​ໃຫ້​ໜັງ​ສື​ພິມຂອງສະ​ຫະ​ລັດ Wall Street Journal ໃນ​ເມືອງ ເຢ​ກາ​ເຕ​ຣິນ​ເບີກ ແລະ ໄດ້​ກ່າວ​ຫາ​ລາວໃນຂໍ້ຫາກ່ຽວ​ກັບການ​ສອດ​ແນ​ມ.

ທາງໜັງ​ສື​ພິມ​ ແລະ ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ຂໍ້​ກ່າວ​ຫາ​ຕໍ່​ນັກ​ຂ່າວ​ຄົນ​ດັ່ງ​ກ່າວ ​ທີ່​ດຽວນີ້​ມີ​ອາ​ຍຸ 32 ປີ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທ່ານ​ນາງ ລິນ​ດາ ທອມ​ມາ​ສ-ກ​ຣີນ​ຟີ​ລ​ດ໌ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ ​ຢູ່​ງານ​ທີ່​ຖືກ​ຈັດ​ຂຶ້ນ​ໂດຍ ສະ​ຫະ​ລັດ ໃນ​ຄືນ​ກ່ອນ​ວັນ​ເສ​ລີ​ພາບ​ໃນ​ການ​ນຳ​ສະ​ເໜີ​ຂ່າວ​ໂລກ ທີ່​ບັນ​ດາ​ນັກ​ຂ່າວ​ມັກ​ຈະ​ຖືກ​ຈັບ​ຢ່າງບໍ່​ຖືກ​ຕ້ອງ​ສຳ​ລັບ “ການບອກ​ຄວາມ​ຈິງ​ພຽງ​ເທົ່າ​ນັ້ນ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ “ນັ້ນ​ແມ່ນ​ຄວາມ​ຜິດ​ທາງ​ອາ​ຍາ​ຂອງ​ ທ່ານ ເອ​ແວນ. ລາຍ​ງານ​ຂໍ້​ເທັດ​ຈິງກ່ຽວ​ກັບສົງ​ຄາມ​ທີ່​ຜິດ​ກົດ​ໝາຍ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ.”

ຣັດ​ເຊຍ​ ໄດ້​ເປີດ​ການ​ບຸກ​ລຸກ​ເຕັມ​ອັດ​ຕາ​ໃນ ຢູ​ເຄ​ຣນ ເມື່ອ​ເດືອນ​ມີ​ນາ 2022. ທ່ານ ເກີ​ສ​ໂຄວິ​ດ​ຈ໌ ໄດ້​ຖືກ​ຈັບ​ນຶ່ງວັນຫຼັງ​ຈາກ​ໄດ້​ເປີດ​ເຜີຍ​ລາຍ​ງານກ່ຽວ​ກັບ ວິ​ທີ​ທີ່​ສົງ​ຄາມ​ດັ່ງ​ກ່າວ​ໄດ້​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ຂອງ ຣັດ​ເຊຍ.

ທ່ານ​ນາງ ທອມ​ມາ​ສ-ກ​ຣີນ​ຟີ​ລ​ດ໌ ໄດ້​ກ່າວ​ວ່າ ​ລັດ​ຖະ​ບາ​ນ​ທ່ານ ໄບ​ເດັນ ຈະ​ບໍ່​ຢູ່​ລ້າໆ​ຈົນ​ກວ່າ​ທ່ານ ເກີ​ສ​ໂຄວິດ​ຈ໌ ໄດ້​ກັບ​ມາ​ລວມ​ຕົວ​ກັບ​ຄອບ​ຄົວ​ຂອງ​ລາວ​ຄືນ. ພໍ່​ແມ່​ ແລະ ນ້ອງ​ສາວ​ຂອງ​ລາວ ​ກໍ​ໄດ້​ໄປ​ຮ່ວມ​ງານ​ດັ່ງ​ກ່າວ​ນັ້ນ.

ທ່ານ​ນາງ ມາ​ເຣຍ​ນາ ແຄັດ​ຊາ​ໂຣ​ວາ, ຜູ້​ລາຍ​ງານ​ພິ​ເສດ​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບສະ​ຖາ​ນະ​ການ​ສິດ​ທິ​ມະ​ນຸດ​ໃນສະ​ຫະ​ພັນ ຣັດ​ເຊຍ, ໄດ້​ກ່າວ​ໃນ​ການ​ເຕົ້າ​ໂຮມ​ກັນ​ຜ່ານ​ທາງວິ​ດີ​ໂອ​ຈາກ​ປະ​ເທດ ບຸ​ລ​ກາ​ເຣຍ ວ່າ ​ທ່ານ​ນາງ​ມີ​ຄວາມ​ເປັນ​ຫ່ວງຫຼາຍ​ທີ່ ທ່ານ ເກີ​ສ​ໂຄວິດ​ຈ໌ ຖືກ​ຂັງ​ດົນ​ກວ່າ​ນຶ່ງ​ປີ​ ໂດຍ​ປາ​ສະ​ຈາກ​ການ​ດຳ​ເນີນ​ຄະ​ດີ ຫຼື ຫຼັກ​ຖານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG