ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສະຫະປະຊາຊາດ ກ່າວວ່າ 'ຍຸກແຫ່ງຄວາມວຸ້ນວາຍ' ທີ່ພວມກະຈາຍໄປທົ່ວໂລກ ຕ້ອງສິ້ນສຸດລົງ


ແຟ້ມພາບ - ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ກ່າວຖະແຫລງເມື່ອວັນທີ 23 ມັງກອນ 2024, ຢູ່ທີ່ສຳນັກງານໃຫຍ່ຂອາງສະຫະປະຊາຊາດ.
ແຟ້ມພາບ - ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ກ່າວຖະແຫລງເມື່ອວັນທີ 23 ມັງກອນ 2024, ຢູ່ທີ່ສຳນັກງານໃຫຍ່ຂອາງສະຫະປະຊາຊາດ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣສ ໄດ້ເຕືອນ ໃນວັນພຸດວານນີ້ ທີ່ວ່າ ໂລກໄດ້ກ້າວເຂົ້າສູ່ “ຍຸກແຫ່ງຄວາມວຸ້ນວາຍ” ທີ່ເປັນສາເຫດເຮັດໃຫ້ເກີດຄວາມທຸກຍາກລຳບາກຫຼາຍປະການ ແລະ​ຂັດຂວາງຄວາມກ້າວໜ້າ - ແລະຈະຕ້ອງໄດ້ຫັນປ່ຽນ.

“ມີຄວາມໂກດແຄ້ນແລະຄວາມກຽດຊັງ ແລະສຽງນອງນັນຫຼາຍເກີນໄປຢູ່ໂລກຂອງພວກເຮົາໃນມື້ນີ້” ທ່ານເລຂາທິການໃຫຍ່ ໄດ້ກ່າວຕໍ່ບັນດາປະ​ເທດສະມາ ຊິກທັງຫຼາຍຂະນະທີ່ທ່ານນຳສະເໜີບູລິມະສິດຕ່າງໆຂອງທ່ານສຳລັບປີ 2024. ທ່ານກ່າວອີກວ່າ “ໃນແຕ່ລະມື້ ແລະໃນແຕ່ລະເລື້ອງ ມັນເບິ່ງຄືວ່າ - ມັນແມ່ນສົງຄາມ.”

ທ່ານໄດ້ກ່າວວ່າ ປະຊາຊົນພຽງແຕ່ຢາກໃຫ້ມີສັນຕິພາບ ແລະຄວາມໝັ້ນຄົງ ແລະເພື່ອດຳລົງຊີວິດຂອງພວກເຂົາເຈົ້າ ຢ່າງມີກຽດສັກສີ.

ທ່ານເວົ້າວ່າ “ສຳລັບປະຊາຊົນຫຼາຍລ້ານຄົນທີ່ຕົກຢູ່ໃນບັນຫາຂັດແຍ້ງຢູ່ທົ່ວໂລກນັ້ນ ຊີວິດຂອງພວກເຂົາແມ່ນອັນຕະລາຍທີ່ສຸດ ໃນແຕ່ລະວັນ ອຶດຢາກ ແລະນະຮົກ.”

ທ່ານໄດ້ຊີ້ໃຫ້ເຖິງບັນຫາຂັດແຍ້ງໃນເຂດກາຊາ, ຢູເຄຣນ ແລະຊູດານ ແຕ່ກໍຍັງມີສະຖານະການຕ່າງໆທີ່ຍືດເຍື້ອຍາວນານໃນ ມຽນມາ ເຢເມນ ເຮຕີ ແລະຢູ່ທົ່ວເຂດຊາແຮລ ຂອງອາຟຣິການຳດ້ວຍ.

“ຖ້າຫາກປະເທດທັງຫຼາຍ ປະຕິບັດພັນທະຕ່າງໆຂອງພວກເຂົາເຈົ້າພາຍໃຕ້ກົດບັດຂອງສະຫະປະຊາຊາດ ສິດຂອງໝົດທຸກຄົນທີ່ຈະມີຊີວິດຢ່າງສະຫງົບສຸກ ແລະຢ່າງມີກຽດສັກສີ ຈະໄດ້ຖືກຮັບປະກັນ” ທ່ານກູເຕເຣສ ໄດ້ໃຫ້ຂໍ້ສັງເກດ. ແຕ່ທ່ານໄດ້ກ່າວວ່າ ກົດບັດແມ່ນໄດ້ຖືກຢຽບຢ້ຳເປັນປະຈຳ ຢ່າງບໍ່ຢ້ານກົວຕໍ່ການລົງໂທດ.

U.N. Secretary-General Antonio Guterres warned Wednesday that the world has entered an “age of chaos” that is causing a multitude of suffering and thwarting progress – and must be reversed.

“There is so much anger and hate and noise in our world today,” the secretary-general told member states as he laid out his priorities for 2024. “Every day and at every turn, it seems – it’s war.”

He said people just want peace and security and to live their lives with dignity.

“For millions of people caught up in conflict around the world, life is a deadly, daily, hungry hell,” he said.

He pointed to conflicts in Gaza, Ukraine and Sudan, but also protracted situations in Myanmar, Yemen, Haiti and across Africa’s Sahel.

“If countries fulfilled their obligations under the [U.N.] charter, every person’s right to a life of peace and dignity would be guaranteed,” he noted. But he said the charter is regularly being trampled with impunity.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG