ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກມະນຸດສະທຳ ຮຽກຮ້ອງໃຫ້ຢຸດຍິງ ຢູ່ເຂດກາຊາ ຢ່າງຮີບດ່ວນ ເນື່ອງຈາກສະຖານະການ ເລີ້ມ 'ຮ້າຍແຮງຫຼາຍຂຶ້ນ'


ຊາວປາແລັສໄຕນ໌ ຍ່າງຜ່ານບ້ານເຮືອນທີ່ຖືກທຳລາຍ,​ ທ່າມກາງການຕໍ່ສູ້ກັນທີ່ຍັງດຳເນີນຢູ່ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ, ໃນສູນອົບພະຍົບ ຈາບາເລຍ, ໃນພາກເໜືອຂອງເຂດກາຊາ, ວັນທີ 22 ກຸມພາ 2024.
ຊາວປາແລັສໄຕນ໌ ຍ່າງຜ່ານບ້ານເຮືອນທີ່ຖືກທຳລາຍ,​ ທ່າມກາງການຕໍ່ສູ້ກັນທີ່ຍັງດຳເນີນຢູ່ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ, ໃນສູນອົບພະຍົບ ຈາບາເລຍ, ໃນພາກເໜືອຂອງເຂດກາຊາ, ວັນທີ 22 ກຸມພາ 2024.

ທູດພິເສດຕາເວັນອອກກາງຂອງອົງການສະຫະປະຊາຊາດ ກ່າວຕໍ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຫຼັງຈາກການຢ້ຽມຢາມເຂດກາຊາ ໃນອາທິດນີ້ວ່າ ສິ່ງທີ່ທ່ານເຫັນນັ້ນແມ່ນ “ເປັນໜ້າຕົກໃຈ ແລະບໍ່ຍືນຍົງ” ແລະ ສະຖານະການດ້ານມະນຸດສະທຳນັ້ນແມ່ນ “ຮ້າຍແຮງຫຼາຍ.”

"ຂ້າພະເຈົ້າບໍ່ສາມາດເນັ້ນຍໍ້າໄດ້ພຽງພໍວ່າພວກເຮົາຕ້ອງການຂໍ້ຕົກລົງອັນຮີບດ່ວນທີ່ຈະນຳໄປສູ່ການຢຸດຍິງດ້ານມະນຸດສະທໍາແລະການປ່ອຍຕົວປະກັນ," ທ່ານ ທໍ ເວນເນັສແລນ (Tor Wennesland) ກ່າວຕໍ່ສະພາໃນວັນພະຫັດວານນີ້ ຈາກນະຄອນ ເຈຣູຊາແລັມ (Jerusalem).

​ໃນ​ວັນ​ອັງຄານທີ່ຜ່ານມາ ສະພາຂອງ 15 ປະ​ເທດ ​ລົ້ມແຫຼວໃນການລົງ​ມະຕິຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ດ້ານ​ມະນຸດສະທຳ​ໃນ​ທັນທີ ​ເນື່ອງ​ຈາກ​ມີ​ການ​ຄັດຄ້ານ​ຈາກ​ສະຫະລັດ. ສະມາຊິກສະພາ 13 ທ່ານ ສະຫນັບສະຫນູນຂໍ້ຄວາມທີ່ສະເຫນີໂດຍ ອາລຈີເຣຍ (Algeria), ໃນຂະນະທີ່ອັງກິດບໍ່ອອກສຽງ.

ທ່ານ ເວນເນັສແລນ (Wennesland) ກ່າວ​ວ່າ ການ​ປະຕິບັດ​ງານ​ດ້ານ​ມະນຸດ ສະທຳ​ຢູ່​ເຂດ ກາຊາ ພົບ​ກັບ​ອຸປະສັກ​ຫລາຍ​ຢ່າງ ​ໂດຍ​ມີຈຳນວນ​ລົດ​ບັນທຸກການ​ຊ່ວຍ​ເຫລືອ ​ຕ່ຳ​ກວ່າ​ເປົ້າ​ໝາຍ 500 ຄັນ​ຕໍ່​ມື້.

"ພວກເຮົາຕ້ອງການມາດຕະການຄວາມປອດໄພເພີ່ມເຕີມ, ຄວາມປອດໄພ ແລະເຄື່ອງມື ແລະຈຸດເຂົ້າເຖິງເພື່ອຂະຫຍາຍການຊ່ວຍເຫຼືອ ຫຼາຍກວ່າເກົ່າ, ໂດຍສະເພາະໃນພາກເຫນືອ," ທ່ານກ່າວ, ແລະກ່າວຕື່ມວ່າການຂາດແຄນອາຫານ, ນ້ໍາ, ຢາປົວພະຍາດ ແລະທີ່ພັກອາໄສ ແບບກະທັນຫັ້ນ ໄດ້ເຮັດໃຫ້ເກີດຄວາມສິ້ນຫວັງ ທີ່ນຳໄປສູ່ "ການພັງລົງຂອງກົດຫມາຍແລະຄວາມເປັນລະບຽບຮຽບຮ້ອຍ."

ອິສຣາແອລ ປະຕິເສດວ່າ ຕົນກຳລັງຂັດຂວາງ ຫຼືຈຳກັດການສະໜອງການຊ່ວຍເຫຼືອ ແລະໄດ້ກ່າວຫາກຸ່ມ ຮາມາສ ຫັນປ່ຽນການຊ່ວຍເຫຼືອ ໃນບາງກໍລະນີ.

ທ່ານ ເວນເນັສແລນ (Wennesland) ຍັງ​ໄດ້​ຮຽກຮ້ອງ​ເຖິງ​ຄວາມ​ປອດ​ໄພ​ຂອງ​ຂະ​ບວນລົດ ​ແລະ ສະຖານທີ່ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ, ​ເນື່ອງຈາກ​ມີ​ການ​ໂຈມ​ຕີ​ຫຼາຍ​ຄັ້ງ ​ໃສ່​ບ່ອນ​ລີ້​ໄພ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ແລະ​ຂະ​ບວນລົດ​ຊ່ວຍ​ເຫຼືອ​ໄດ້​ຖືກ​ໂຈມຕີໃສ່ໂດຍ​ກອງທັບ​ເຮືອ​ຂອງອິສຣາ​ແອ​ລ​ ໃນ​ຕົ້ນ​ເດືອນ​ນີ້. ສະຫະ​ປະຊາ​ຊາດ​ໄດ້​ສູນ​ເສຍເຈົ້າໜ້າທີ່ 160 ຄົນ ​ເຊິ່ງເປັນ​ຈຳນວນທີ່​ຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG