ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ ສປຊ ແຕ່ງຕັ້ງ ຄະນະກຳມະການ ເພື່ອທົບທວນຄືນ ອົງການບັນເທົາທຸກ ແລະວຽກງານຂອງສະຫະປະຊາຊາດ ຫຼື UNRWA


ຄົນງານຜູ້ນຶ່ງນັ່ງພັກຜ່ອນ ຂະນະທີ່ພວກຊາວປາແລັສໄຕນ໌ທີ່ຖືກພັດພາກຈາກຖິ່ນຖານ ຮັບອາຫານຊ່ວຍເຫຼືອ ຢູ່ທີ່ສູນກາງຂອງອົງການບັນເທົາທຸກແລະວຽກງານຂອງສະຫະປະຊາຊາດ ສຳລັບພວກອົບພະຍົບຊາວປາແລັສໄຕນ໌ (UNRWA) ໃນເມືອງຣາຟາ ຢູ່ເຂດພາກໃຕ້ຂອງແຫຼມກາຊາ ເມື່ອວັນທີ 28 ມັງກອນ 2024.
ຄົນງານຜູ້ນຶ່ງນັ່ງພັກຜ່ອນ ຂະນະທີ່ພວກຊາວປາແລັສໄຕນ໌ທີ່ຖືກພັດພາກຈາກຖິ່ນຖານ ຮັບອາຫານຊ່ວຍເຫຼືອ ຢູ່ທີ່ສູນກາງຂອງອົງການບັນເທົາທຸກແລະວຽກງານຂອງສະຫະປະຊາຊາດ ສຳລັບພວກອົບພະຍົບຊາວປາແລັສໄຕນ໌ (UNRWA) ໃນເມືອງຣາຟາ ຢູ່ເຂດພາກໃຕ້ຂອງແຫຼມກາຊາ ເມື່ອວັນທີ 28 ມັງກອນ 2024.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທານແອນໂຕນີໂອ ກູເຕເຣສ ໄດ້ແຕ່ງຕັ້ງອະດີດລັດຖະມົນຕີການຕ່າງປະເທດຂອງຝຣັ່ງ ໃຫ້ເປັນຫົວໜ້ານຳພາການທົບທວນຄືນຢ່າງເປັນອິດສະຫຼະ ໃນເລື້ອງການຊ່ວຍເຫຼືອພວກອົບພະຍົບຊາວປາແລັສໄຕນ໌ ຂອງອົງການສະຫະປະຊາຊາດ ຊຶ່ງມີສ່ວນພົວພັນໃນເລື້ອງນອງນັນ ແລະກຳລັງປະເຊີນກັບການສູນເສຍທຶນບໍລິຈາກຫຼາຍກວ່າ 400 ລ້ານໂດລາ.

“ທ່ານເລຂາທິການໃຫຍ່ ໃນການປຶກສາຫາລື ກັບຫົວໜ້າອົງການຊ່ວຍເຫຼືອບັນ ເທົາທຸກແລະວຽກງານຂອງສະຫະປະຊາຊາດ ຫຼື UNRWA ທ່ານຟີລິປ ລາສຊາຣີນີ, ກໍໄດ້ແຕ່ງຕັ້ງກຸ່ມທົບທວນຄືນ ທີ່ເປັນອິດສະຫຼະ ເພື່ອປະເມີນເບິ່ງວ່າ ອົງການເຮັດທຸກສິ່ງທຸກຢ່າງພາຍໃນອຳນາດຂອງຕົນ ເພື່ອຮັບປະກັນວ່າ ເປັນ ກາງ ແລະຕອບໂຕ້ຕໍ່ຂໍ້ກ່າວຫາກ່ຽວກັບການລະເມີດຢ່າງຮ້າຍແຮງທີ່ໄດ້ກະທຳລົງໄປຫຼືບໍ່” ໂຄສົກຂອງສະຫະປະຊາຊາດ ທ່ານສແຕັບຟານ ດູຈາຣິກ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້.

ອະດີດລັດຖົນຕີການຕ່າງປະເທດ ທ່ານນາງແຄຕເທີຣີນ ໂຄໂລນນາ ຈະນຳພາກຸ່ມດັ່ງກ່າວ ຊຶ່ງຈະເລີ້ມເຮັດວຽກໃນວັນທີ 14 ກຸມພາ ແລະຈະຍື່ນບົດລາຍງານຂັ້ນ​ຕົ້ນໃຫ້ແກ່ທ່ານກູເຕເຣສ ໃນທ້າຍເດືອນມີນາ. ບົດລາຍງານຂັ້ນສຸດທ້າຍສຳ ລັບສາທາລະນະ ກໍຈະຕິດຕາມມາ ໃນທ້າຍເດືອນເມສາ.

ທ່ານດູຈາຣິກ ໄດ້ກ່າວວ່າ ທ່ານນາງໂຄໂລນນາ ຈະເຮັດວຽກກັບສາມອົງການຄົ້ນຄວ້າ ເຊັ່ນ ສະຖາບັນ ຣາອູລ ວອລເລນເບີກ ໃນສະວີດເດັນ, ສະຖາບັນ

ຄຣິສຕຽນ ມິແຊລເສັນ ໃນນໍເວ ແລະສະຖາບັນເພື່ອສິດທິມະນຸດຂອງເດັນມາກ.

ອົງການ UNRWA ໄດ້ຢູ່ພາຍໃຕ້ການກວດສອບຢ່າງໜັກ ນັບຕັ້ງແຕ່ ອົງການສະຫະປະຊາຊາດ ໄດ້ເປີດເຜີຍເມື່ອວັນທີ 26 ມັງກອນ ວ່າ ສິ່ງທີ່ອິສຣາແອລ ໄດ້ສະໜອງໃຫ້ຕົນ ດ້ວຍຂໍ້ມູນທີ່ກ່າວຫາວ່າ ພວກພະນັກງານຂອງຕົນຫຼາຍສິບຄົນ ໄດ້ມີສ່ວນພົວພັນໃນການໂຈມຕີກໍ່ການຮ້າຍເມື່ອວັນທີ 7 ຕຸລາຢູ່ໃນອິສຣາ ແອລ. ອົງການສະຫະປະຊາຊາດ ຈຶ່ງໄດ້ປົດພວກພະນັກງານດັ່ງກ່າວ ເກົ້າຄົນອອກໃນທັນທີ, ນຶ່ງໃນນັ້ນໄດ້ຖືກຢືນຢັນວ່າ ເສຍຊີວິດແລ້ວ ແລະບັນດາເຈົ້າໜ້າທີ່ກຳລັງຊີ້ແຈງກ່ຽວກັບຕົວຕົນຂອງອີກສອງຄົນ.

ລັດຖະມົນຕີການຕ່າງປະເທດຂອງອິສຣາແອລ ທ່ານອິສຣາແອລ ເຄຕສ໌ ໄດ້ມີຄວາມຍິນດີກັບການຈັດຕັ້ງກຸ່ມທົບທວນຄືນ ຢູ່ໃນຂໍ້ຄວາມທີ່ຂຽນລົງໃນສື່ສັງຄົມ X. ທ່ານໄດ້ກ່າວວ່າ ອິສຣາແອລ ຈະຍື່ນຫຼັກຖານທັງໝົດທີ່ “ເຜີຍແບຄວາມສຳ ພັນຂອງອົງການ UNRWA ກັບການກໍ່ການຮ້າຍ” ໃຫ້ແກ່ກຸ່ມດັ່ງກ່າວ ແລະທ່ານໄດ້ຮຽກຮ້ອງໃຫ້ທ່ານລາສຊາຣີນີ ລາອອກຈາກຕຳແໜ່ງ.

U.N. Secretary-General Antonio Guterres has appointed a former French foreign minister to head up an independent review of the U.N. agency that assists Palestinian refugees, which is embroiled in a scandal and facing the loss of more than $400 million in donor contributions.

“The secretary-general, in consultation with UNRWA commissioner-general Philippe Lazzarini, has appointed an independent review group to assess whether the agency is doing everything within its power to ensure neutrality and to respond to allegations of serious breaches that have been made,” U.N. spokesman Stephane Dujarric told reporters Monday.

Former French Foreign Minister Catherine Colonna will lead the group, which will start work on February 14 and submit a preliminary report to Guterres in late March. A final public report will follow toward the end of April.

Dujarric said Colonna will work with three research organizations — the Raoul Wallenberg Institute in Sweden, the Christian Michelsen Institute in Norway, and the Danish Institute for Human Rights.

The U.N. Relief and Works Agency, UNRWA, has come under intense scrutiny since the U.N. revealed on January 26, that Israel had provided it with information alleging that a dozen of its staffers were involved in the deadly October 7 terror attacks inside Israel. The U.N. immediately fired nine of them, one was confirmed dead, and officials are clarifying the identity of two others.

Israeli Foreign Minister Israel Katz welcomed the establishment of the review group in a message on X. He said Israel will submit all evidence “highlighting UNRWA’s ties to terrorism” to the group, and he called for Lazzarini’s resignation.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG