ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ກ່າວ​ວ່າ​ການ​ໂຈມ​ຕີ ອີ​ຣັກ ອາດ​ສ້າງ​ຄວາມ​ບໍ່​ໝັ້ນ​ຄົງ ແລະ ຂັດ​ຂວາງ​ຄວາມ​ກ້າວ​ໜ້າ​ຂອງ​ປະ​ເທດ​ດັ່ງ​ກ່າວ


ສະ​ມາ​ຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ຊີ​ໄອ້ ອີ​ຣັກ ເຂົ້າ​ຮ່ວມ​ພິ​ທີ​ສົ່ງ​ສະ​ການ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ກຸມ​ທີ່​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ສະ​ຫະ​ລັດ, ນະ​ຄອນຫຼວງ ແບກ​ແດັດ, ອີ​ຣັກ, 4 ກຸມ​ພາ 2024.
ສະ​ມາ​ຊິກ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ຊີ​ໄອ້ ອີ​ຣັກ ເຂົ້າ​ຮ່ວມ​ພິ​ທີ​ສົ່ງ​ສະ​ການ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ກຸມ​ທີ່​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ສະ​ຫະ​ລັດ, ນະ​ຄອນຫຼວງ ແບກ​ແດັດ, ອີ​ຣັກ, 4 ກຸມ​ພາ 2024.

ທູດ​ພິ​ເສດ​ລະ​ດັບ​ສູງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ ອີ​ຣັກ ເມື່ອ​ວັນ​ອັງ​ຄານ​ວານນີ້​ໄດ້​ຮຽກ​ຮ້ອງ​ໃຫ້​ຢຸດ​ການ​ໂຈມ​ຕີ​ທັງ​ໝົດ​, ໂດຍ​ເຕືອນ​ວ່າ​ເຂົາ​ເຈົ້າ​ອາດ​ທຳ​ລາຍ “ຄວາມ​ໝັ້ນ​ຄົງ​ທີ່​ຫາ​ມາ​ໄດ້​ຍາກ” ແລະ ຄວາມ​ສຳ​ເລັດ​ອື່ນໆ​ຂອງ​ປະ​ເທດ​ນັ້ນ​ຖ້າ​ເຂົາ​ເຈົ້າ​ຍັງ​ສືບ​ຕໍ່.

ທູດ​ພິ​ເສດ ທ່ານ​ນາງ ຈີ​ນີ​ນ ເຮັນ​ນິ​ສ-ປ​ລາ​ສ​ແຊດ ໄດ້​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ວ່າ “ການ​ໂຈມ​ຕີ​ພວກນີ້ ​ໄດ້ເກີດ​ຂຶ້ນ​ຈາກ​ພາຍ​ໃນ ແລະ ຢູ່ນອກ​ເຂດ​ຊາຍ​ແດນ​ຂອ​ງ​ປະ​ເທດ.”

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ກອງ​ກຳ​ລັງ​ ສະ​ຫະ​ລັດ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ແມ້ນ​ຢຳ​ໃສ່​ສະ​ຖານ​ທີ່​ສາມ​ແຫ່ງ​ໃນ ອີ​ຣັກ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ກຳ​ຈັດ​ແຫຼ່ງ​ຕ່າງໆ​ຂອງ​ການ​ໂຈມ​ຕີ​ເກືອບ 170 ຄັ້ງ​ໂດຍ​ພວກ​ທະ​ຫານ​ບ້ານ ​ທີ່​ຖືກ​ໜູນຫຼັງ​ໂດຍ ອີ​ຣ່ານ ໃສ່​ເຈົ້າ​ໜ້າ​ທີ່ກອງ​ທັບ ສະ​ຫະ​ລັດ ໃນ​ພາກ​ພື້ນ. ມີ​ທະ​ຫານ​ບ້ານ​ແບບ​ນັ້ນຫຼາຍ​ກຸ່ມ​ປະ​ຕິ​ບັດ​ການ​ໃນ ອີ​ຣັກ.

ສະ​ຫະ​ລັດ ຍັງ​ໄດ້​ໂຈມ​ຕີ 4 ສະ​ຖານ​ທີ່​ໃນ​ປະ​ເທດ ຊີ​ເຣຍ ທີ່​ຢູ່​ໃກ້​ຄຽງ. ໂດຍ​ລວມ​ແລ້ວ, ທຳ​ນຽບ​ຫ້າ​ແຈ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ທຳ​ລາຍຫຼາຍກວ່າ 80 ເປົ້າ​ໝາຍ.

ທ່ານ​ນາງ ເຮັ​ນ​ນິ​ສ-ປ​ລາ​ສ​ແຊດ ໄດ້​ກ່າວ​ວ່າ “ແທນ​ທີ່​ຈະ​ສະ​ແດງ​ແສນ​ຍາ​ນຸ​ພາບ, ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ຄວນ​ເພັ່ງ​ເລັງ​ໃສ່​ການ​ປ້ອງ​ກັນ ອີ​ຣັກ ຈາກ​ການ​ຖືກ​ດຶງ​ເຂົ້າ​ໄປ​ໃນ​ຄວາມ​ຂັດ​ແຍ້ງ​ທີ່ກວ້າງ​ຂວາງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG