ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ຜູ້​ແທນ​ ສ​ປ​ຊ ກ່າວ​ວ່າ​ ​ມີ​ຂໍ້​ມູນ​ທີ່​ຊ​ັດ​ເຈນ ແລະ ໜ້າ​ເຊື່ອ​ຖື​ໄດ້​ ວ່າ ພວກ​ຮາ​ມາ​ສ ໄດ້​ທຳ​ການ​ລະ​ເມີດ​ທາງ​ເພດ​ຕໍ່​ພວກແມ່​ຍິງ


ຜູ້​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊ​ຊາດ ໃນ​ນະ​ຄອນ ນິວຢອກ, 4 ທັນ​ວາ 2023.
ຜູ້​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊ​ຊາດ ໃນ​ນະ​ຄອນ ນິວຢອກ, 4 ທັນ​ວາ 2023.

ຄະ​ນະ​ຜູ້​ແທນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ອິ​ສ​ຣາ​ແອ​ລ ເພື່ອ​ຊອກ​ຫາ​ລາຍ​ງານ​ທີ່​ວ່າ ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໄດ້​ຂົ່ມ​ຂືນ ແລະ ລະ​ເມີດ​ທາງ​ເພດພວກ​ແມ່​ຍິງ​ ໃນ​ລະ​ຫວ່າງ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມານັ້ນ​ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ຮັບ​ “ຂໍ້​ມູນ​ທີ່​ຊັດ​ເຈນ ແລະ ໜ້າ​ເຊື່ອ​ຖື” ວ່າ​ ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ​ ໄດ້​ເກີດ​ຂຶ້ນ ແລະ ອາດ​ດຳ​ເນີນ​ຕໍ່​ໄປ​ໃນ​ລະ​ຫວ່າງ​ການ​ຈັບ​ກຸມ.

ທ່ານ​ນາງ ປ​ຣາ​ມີ​ລາ ແພັດ​ເທັນ, ທູດ​ພິ​ເສດ​ຂອງ​ເລ​ທິ​ການ​ໃຫຍ່​ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບຄວາມ​ຮຸນ​ແຮງ​ທາງ​ເພດໃນ​ຄວາມ​ຂັດ​ແຍ້ງ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ໄດ້​ພົບ​ເຫັນ​ຂໍ້​ມູນ​ທີ່​ຊັດ​ເຈນ ແລະ ໜ້າ​ເຊື່ອ​ຖື​ວ່າ​ ຄວາມ​ຮຸນ​ແຮງ​ທາງ​ເພດ, ລວມ​ທັງ​ການ​ຂົ່ມ​ຂືນ, ການ​ທໍ​ລະ​ມານ​ທາງ​ເພດ, ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ, ຄວາມ​ໄຮ້​ມະ​ນຸດ ແລະ ການກະທຳ​ທີ່​ຊົ່ວ​ຮ້າຍ​ໄດ້​ຖືກ​ປະ​ຕິ​ບັດ​ຕໍ່​ຜູ້​ທີ່​ຖືກ​ຈັບ​ຕົວ​ໄປ.”

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຍັງ​ມີ​ເຫດ​ຜົນ​ທີ່​ດີ​ທີ່​ຈະ​ເຊື່ອ​ວ່າ ຄວາມ​ຮຸນ​ແຮງ​ເຊັ່ນ​ນັ້ນ ​ອາດ​ດຳ​ເນີນ​ຢູ່​ ຕໍ່​ຜູ້​ທີ່​ກຳ​ລັງ​ຖືກ​ຈັບ.”

​ກຸ່ມ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ເຕັກ​ນິກ 9 ຄົນ​ ໄດ້ເດີ​ນ​ທາງ​ໄປ ອິ​ສ​ຣາ​ແອ​ລ ຈາກວັນ​ທີ 29 ຫາ 14 ກຸມ​ພາທີ່​ຜ່າ​ນ​ມາ. ເຂົາ​ເຈົ້າ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ຫຼາຍ​ຄົນ​ຢູ່​ບັນ​ດາ​ກະ​ຊວງ​ທີ່​ສຳ​ຄັນ​ຂອງ ອິ​ສ​ຣາ​ແອ​ລ, ສູນ​ກາງ​ນິ​ຕິ​ເວດ​ສາດ​ແຫ່ງ​ຊາດ ແລະ ຖານ​ທັບ​ແຫ່ງ​ນຶ່ງ. ເຂົາ​ເຈົ້າ​ຍັງ​ໄດ້​ເດີນ​ທາງ​ໄປ​ສີ່​ສະ​ຖານ​ທີ່​ບ່ອນ​ທີ່​ຄວາມ​ຮຸນ​ແຮງ​ທາງ​ເພດຖືກ​ລາຍ​ງານ​ ໃນ​ວັນ​ທີ 7 ຕຸ​ລາ, ລວມ​ທັງ​ສະ​ຖານ​ທີ່​ຂອງ​ບຸນມະຫາກຳ​ເພງ ໂນ​ວາ, ບ່ອນ​ທີ່​ປະ​ຊາ​ຊົນ​ໄວ​ໜຸ່ມ​ຖືກ​ຂ້າ​ຕາຍ ແລະ ລັກ​ພາ​ຕົວໄປ.

ນອ​ກ​ຈາກ​ນັ້ນ, ບັນ​ດາ​ນັກ​ຊ່ຽວຊານ​ກໍ​ໄດ້​ທົບ​ທວນ​ພາບ​ຖ່າຍຫຼາຍກວ່າ 5,000 ໃບ ແລະ ວິ​ດີ​ໂອ​ປະ​ມານ 50 ຊົ່ວ​ໂມງ ກ່ຽວ​ກັບ ການ​ໂຈມ​ຕີ, ເຊິ່ງ​ສ່ວນຫຼາຍ​ມາ​ຈາກ​ກ້ອງ GoPro ຂອງ​ສ​ະ​ມາ​ຊິ​ກຸ່ມ​ຮາ​ມາ​ສ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG