ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ອິ​ສ​ຣາ​ແອ​ລ ຮຽກ​ຮ້ອງ ສ​ປ​ຊ ໃຫ້​ກຳ​ນົດ​ກຸ່ມ​ຮາ​ມາ​ສ ເປັນ​ອົງ​ການ​ກໍ່​ການ​ຮ້າຍ


ທ່ານ ອ​ິ​ສ​ຣາ​ແອ​ລ ແຄັດ​ສ໌, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊີ້​ມື​ໃສ່​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ຕົວ​ປະ​ກັນ​ທີ່​ນັ່ງ​ຟັງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 11 ມີ​ນາ 2024.
ທ່ານ ອ​ິ​ສ​ຣາ​ແອ​ລ ແຄັດ​ສ໌, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊີ້​ມື​ໃສ່​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ຕົວ​ປະ​ກັນ​ທີ່​ນັ່ງ​ຟັງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 11 ມີ​ນາ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ອິ​ສ​ຣາ​ແອ​ລ ​ໃນ​ວັນ​ຈັນ​ວານນີ້ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກຳ​ນົດ​ກຸ່ມ ຮາ​ມາ​ສ ເປັນ​ອົງ​ການ​ກໍ່​ການ​ຮ້າຍ ແລະ ວາງ “ມາດ​ຕະ​ການ​ລົງ​ໂທ​ດ​ຢ່າງ​ໜັກໃສ່​ພວກ​ເຂົາ.”

ທ່ານ ອິ​ສ​ຣາ​ແອ​ລ ແຄັດ​ສ໌ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທຳ​ການ​ກົດ​ດັນ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້​ຕໍ່​ອົງ​ການ​ຮາ​ມາ​ສ ເພື່ອໃຫ້​ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ລັກ​ພາ​ຕົວ​ໄປ​ຢ່າງ​ກະ​ທັນ​ຫັນ ແລະ ໂດຍບໍ່​ມີ​ເງື່ອນ​ໄຂ.”

ສະ​ພາ​ດັ່ງ​ກ່າວ​ຈະ​ຕ້ອງ​ໄດ້​ຕົກ​ລົງ​ກັນ​ໃນ​ການ​ລົງ​ຍັດຕິ​ເພື່ອ​ເອົາ​ບາດ​ກ້າວ​ເຊັ່ນນັ້ນ. ໃນ​ປັດ​ຈຸ​ບັນ​ນີ້, ສະ​ມາ​ຊິກ​ຂອງ​ສະ​ພາຫຼາຍ​ປະ​ເທດ, ລວມ​ທັງ ສະ​ຫະ​ລັດ, ອັງ​ກິດ ແລະ ຍີ່​ປຸ່ນ, ແມ່ນ​ໄດ້​ກຳ​ນົດ​ກຸ່ມ​ຮາ​ມາ​ສ​ ໃຫ້ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ພາຍ​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ທ່ານ ແຄັດ​ສ໌ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ສະ​ມາ​ຊິກ 15 ປະ​ເທດ ​ທີ່​ຖືກ​ຂໍໃຫ້​ຈັດ​ຂຶ້ນ​ໂດຍ ສະ​ຫະ​ລັດ, ຝ​ຣັ່ງ ແລະ ອັງ​ກິດ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ລາຍ​ງານ​ໂດຍ​ທ່ານ​ນາງ ປ​ຣາ​ມິ​ລາ ແພັດ​ເທັນ, ທູດ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ທາງ​ເພດ​ໃນ​ບັນຫາ​ຂັດ​ແຍ້ງ.

ທ່າ​ນ​ນາງ ແພັດ​ເທັນ ແລະ ກຸ່ມ​ຂອງ​ນັກ​ຊ່ຽວ​ຊານ​ດ້ານ​ເທັກ​ນິກ 9 ຄົນ​ໄດ້​ດຳ​ເນີນ​ພາ​ລະ​ກິດ​ສອງ​ອາ​ທິດ ຢູ່​ໃນ ອິ​ສ​ຣາ​ແອ​ລ ຈາກວັນ​ທີ 29 ມັງ​ກອນ ຫາ 14 ກຸມ​ພາ ແລະ ໄດ້​ພົບ​ເຫັນ “ຂໍ້​ມູນ​ທີ່​ຊັດ​ເຈນ ແລະ ໜ້າ​ເຊື່ອ​ຖື” ວ່າ​ກຸ່ມ​ຮາ​ມາ​ສ ໄດ້​ດຳ​ເນີນ​ການ​ກໍ່​ຄວາມ​ຮຸນ​ແຮງ​ທາງ​ເພ​ດ, ລວມ​ທັງ​ການ​ຂົ່ມ​ຂືນຕໍ່​ຜູ້​ເຄາະ​ຮ້າຍ​ຂອງ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 7 ຕຸ​ລາ ໃນ​ອິ​ສ​ຣາ​ແອ​ລ.

ມີປະຊາຊົນຢ່າງໜ້ອຍ 1,200 ຄົນໄດ້ຖືກຂ້າຕາຍໃນມື້ນັ້ນ ພວກຜູ້ເຄາະຮ້ານບາງສ່ວນໄດ້ຖືກທຳຮ້າຍທາງເພດກ່ອນທີພວກເຂົາຈະເສຍຊີວິດ.

ລາຍງານຂອງທ່ານນາງແພັດເທັນ ຍັງໄດ້ສະຫລຸບວ່າ ຄວາມຮຸນແຮງນັ້ນ ອາດຍັງສືບຕໍ່ໄປຕໍ່ພວກໂຕປະກັນທີ່ຢູ່ໃນການຈັບກຸມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG