ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຫາລືກ່ຽວກັບສິດທິມະນຸດໃນ ເກົາຫຼີເໜືອ


ແຟ້ມຮູບ-ທູດປະຈໍາສະຫະປະຊາຊາດຂອງເກົາຫຼີໃຕ້ ທ່ານ ຫ-ວ່າງ ຈຸນ ກຸກ ກ່າວໃນລະຫວ່າງກອງປະຊຸມສະພາຄວາມໝັ້ນຄົງຢູ່ທີ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ, ວັນທີ 23 ມັງກອນ 2024.
ແຟ້ມຮູບ-ທູດປະຈໍາສະຫະປະຊາຊາດຂອງເກົາຫຼີໃຕ້ ທ່ານ ຫ-ວ່າງ ຈຸນ ກຸກ ກ່າວໃນລະຫວ່າງກອງປະຊຸມສະພາຄວາມໝັ້ນຄົງຢູ່ທີ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ, ວັນທີ 23 ມັງກອນ 2024.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ຈະ​ຈັດ​ກອງ​ປະຊຸມ​ສາທາ​ລະນະ​ໃນ​ກາງ​ເດືອນ​ມິຖຸນາ​ກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ ເກົາຫຼີ​ເໜືອ​ ​ຂະນະ​ທີ່​ເກົາຫຼີ​ໃຕ້ເປັນທານ ວຽນ​ຂອງ​ການປະຊຸມສະພາດັ່ງກ່າວ.

ເອກອັກຄະລັດຖະທູດເກົາຫຼີໃຕ້ ທ່ານ ຫ-ວ່າງ ຈຸນ ກຸກ (Hwang Joon-kook) ກ່າວລະຫວ່າງການປະກາດກອງປະຊຸມໃນວັນຈັນວານນີ້ວ່າ “ບາງປະ ເທດ ມີຂໍ້ສະຫງວນບາງອັນ ກ່ຽວກັບ ບັນຫາສິດທິມະນຸດທີ່ກຳລັງຖືກຫາລືຢູ່ໃນ ສະພາຄວາມໝັ້ນຄົງ,” ເຊິ່ງພວກເຮົາຮູ້ເຫດຜົນຂອງພວກເຂົາເຈົ້າ.

ບັນດາ​ປະ​ເທດຕ່າງໆ​ລວມທັງ ຣັດ​ເຊຍ ​ແລະ ​ຈີນ ພາກັນ​ຄັດຄ້ານຕໍ່​ບັນຫາ​ສິດທິ​ມະນຸດ​ທີ່​ໄດ້ຫາລື​ກັນຢູ່​ໃນ​ສະພາທີ່​ມີ 15 ປະ​ເທດສະ​ມ​າ​ຊິກ,​ ເຊິ່ງມີ​ໜ້າ​ທີ່​ໃນ​ການ​ຮັກສາ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ສາກົນ. ພວກເຂົາເຈົ້າ ແລະປະ ເທດອື່ນໆທີ່ມີຈິດໃຈຄ້າຍຄືກັນນັ້ນ ພາກັນໂຕ້ຖຽງວ່າ ບັນຫາຕ່າງໆທາງດ້ານ ສິດທິມະນຸດ ຄວນໄດ້ຮັບການຈັດການດ້ວຍການກໍານົດໂດຍອົງການສະຫະ ປະຊາຊາດ ເຊັ່ນ: ສະພາສິດທິມະນຸດຢູ່ເຈນີວາ ຫຼື ຄະນະກໍາມາທິການສະມັດ ຊາໃຫຍ່ ທີ່ແກ້ໄຂບັນຫາຕ່າງໆທາງດ້ານສິດທິ.

ພວກເຂົາເຈົ້າສາມາດຮຽກຮ້ອງໃຫ້ມີການລົງຄະແນນສຽງຕາມຂັ້ນຕອນ ເພື່ອພະຍາຍາມຂັດຂວາງການປະຊຸມ, ໃນກໍລະນີນີ້ ມີຢ່າງໜ້ອຍ 9 ໃນ 15 ສະມາຊິກຂອງສະພາ ຈະຕ້ອງສະຫນັບສະຫນູນຕໍ່ກອງປະຊຸມດັ່ງກ່າວນີ້.

ທ່ານ ຫ-ວ່າງ ກ່າວຕໍ່ບັນດານັກຂ່າວຢູ່ໃນການຖະແຫຼງຂ່າວ ກ່ຽວກັບ ການເປັນ ປະທານວຽນໃນເດືອນມິທຸນາຂອງພວກເຂົາເຈົ້າວ່າ ບໍ່ເຫມືອນກັບປະເທດອື່ນໆ, ສະຖານະການສິດທິມະນຸດຂອງເກົາຫຼີເຫນືອ ແມ່ນສ່ວນນຶ່ງໃນວາລະກອງປະ ຊຸມໃຫຍ່ຢ່າງເປັນທາງການຂອງສະພາ.

ທ່ານ​ກ່າວ​ວ່າ “​ນີ້​ແມ່ນເອກະລັກ​ສະ​ເພາະ​ຂອງ​ເກົາຫຼີ​ເໜືອ, ​ແລະ​ມີ​ບາງ​ເຫດຜົນ​ທີ່​ດີ​ສຳລັບ​ພວກເຂົາ. ສະຖານະການທາງດ້ານສິດທິມະນຸດ ແລະດ້ານມະນຸດສະ ທໍາຂອງ ສປປ ເກົາຫຼີ ແມ່ນມີການເຊື່ອມໂຍງພາຍໃນແບບໃກ້ຊິດກັບອາວຸດ ທີ່ຮ້າຍ​ແຮງຕ່າງໆຂອງ ເກົາຫຼີເໜືອ ເຊິ່ງມັນເປັນອາວຸດທີ່ທໍາລາຍລ້າງຂະໜາດ ໃຫຍ່ ແລະການພັດທະນາທາງດ້ານນິວເຄລຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG