ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າສິດທິມະນຸດຂອງ ສປຊ ເຕືອນວ່າ ການຈຳກັດການຊ່ວຍເຫຼືອຂອງອິສຣາແອລ ອາດເປັນອາດຊະຍາກຳສົງຄາມ


ແຟ້ມຮູບ - ເດັກຊາຍຊາວປາແລັສໄຕນ໌ ອາຍຸ 10 ປີ,​ ທ້າວ ຢາຊານ-ອັລ-ກາຟານາ,​ ຜູ້ທີ່ເກີດມາພ້ອມກັບໂຣກສະໜອງພິການ,​ນອນຢູ່ໂຮງໝໍໃນເມືອງ ຣາຟາ,​ ເຂດກາຊາ, ວັນທີ 3 ມີນາ 2024. ທ້າວ ຢາຊານ ໄດ້ເສຍຊີວິດຍ້ອນສິ່ງທີ່ທ່ານໝໍບອກວ່າ ເປັນອາການສູນເສຍກ້າມຊິ້ນທີ່ຮ້າຍແຮງທີ່ສຸດ ເຊິ່ງມີສາເຫດມາຈາກການຂາດອາຫານ.
ແຟ້ມຮູບ - ເດັກຊາຍຊາວປາແລັສໄຕນ໌ ອາຍຸ 10 ປີ,​ ທ້າວ ຢາຊານ-ອັລ-ກາຟານາ,​ ຜູ້ທີ່ເກີດມາພ້ອມກັບໂຣກສະໜອງພິການ,​ນອນຢູ່ໂຮງໝໍໃນເມືອງ ຣາຟາ,​ ເຂດກາຊາ, ວັນທີ 3 ມີນາ 2024. ທ້າວ ຢາຊານ ໄດ້ເສຍຊີວິດຍ້ອນສິ່ງທີ່ທ່ານໝໍບອກວ່າ ເປັນອາການສູນເສຍກ້າມຊິ້ນທີ່ຮ້າຍແຮງທີ່ສຸດ ເຊິ່ງມີສາເຫດມາຈາກການຂາດອາຫານ.

ຂ້າຫຼວງໃຫຍ່ເພື່ອສິດທິມະນຸດຂອງອົງການສະຫະປະຊາຊາດ ກ່າວໃນວັນອັງຄານວານນີ້ວ່າ ຄວາມອຶດຢາກທີ່ກຳລັງແຜ່ລາມຢູ່ໃນເຂດ ກາຊາ ເປັນຜົນມາຈາກການຈຳກັດການເຂົ້າ ແລະແຈກຢາຍເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳຂອງອິສຣາແອລ ແລະທ່ານກ່າວເຕືອນວ່າ ສິ່ງນີ້ອາດທຽບເທົ່າກັບອາດຊະຍາກຳສົງຄາມ.

ທ່ານ ໂວລເກີ ເທີກ (Volker Türk) ກ່າວໃນຖະແຫຼງການ ​ວ່າ “ຂອບ​ເຂດ​ຂອງຂໍ້ຈຳກັດໃນການເຂົ້າໄປເຂດກາຊາ ພ້ອມກັບພຶດຕະກຳທີ່ອິສຣາແອລ ຍັງສືບຕໍ່ປະຕິບັດໃນການສູ້ລົບ ອາດທຽບເທົ່າກັບການ​ນຳ​ໃຊ້​ຄວາມ​ອຶດ​ຫີວ​ເປັນ​ວິ​ທີ​ການ​ເຮັດສົງ​ຄາມ, ເຊິ່ງ​ແມ່ນ​ ອາດ​ຊະ​ຍາ​ກຳ​ສົງ​ຄາມ”.

ຄໍາ​ເຫັນ​ຂອງ​ທ່ານ ​ມີ​ຂຶ້ນ​ນຶ່ງ​ມື້​ຫລັງ​ຈາກ​ລາຍ​ງານ​ທີ່ໄດ້ຮັບການ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ຫະ​ປະ​ຊາ​ຊາດ ໄດ້ລະບຸ​ວ່າ ຊາວ​ປາ​ແລັດ​ສະ​ໄຕ​ນ໌ 1.1 ລ້ານ​ຄົນ​ໃນ​ເຂດ​ກາ​ຊາ ກຳ​ລັງ​ປະ​ເຊີນ​ກັບ​ຄວາມ​ອຶດ​ຢາກຢ່າງ​ຮ້າຍ​ແຮງ. ບົດລາຍງານການແບ່ງປະເພດຄວາມໝັ້ນຄົງທາງດ້ານອາຫານແບບຄົບວົງຈອນ ຫຼື IPC ລະບຸວ່າ ຄວາມອຶດຢາກສາມາດເກີດຂື້ນໄດ້ທຸກເວລາ ໃນອີກບໍ່ເທົ່າໃດອາທິດທີ່ຈະມາເຖິງ, ໂດຍ ປະຊາຊົນ ປະມານ 210,000 ຄົນ ໃນພາກເຫນືອຂອງ ເຂດກາຊາ ຈະປະເຊີນກັບໄພອັນຕະລາຍທີ່ຮ້າຍແຮງທີ່ສຸດ.

"ອິສຣາແອລ, ໃນຖານະເປັນຜູ້ມີອໍານາດທີ່ເຂົ້າຍຶດຄອງ, ມີພັນທະທີ່ຈະຕ້ອງຮັບປະກັນວ່າ ມີການສະຫນອງສະບຽງອາຫານ ແລະການປິ່ນປົວທາງການແພດ ໃຫ້ແກ່ປະຊາກອນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງພວກເຂົາເຈົ້າ ແລະເພື່ອອໍານວຍຄວາມສະດວກໃນການເຮັດວຽກຂອງອົງການຈັດຕັ້ງດ້ານມະນຸດສະທໍາ ເພື່ອໃຫ້ການຊ່ວຍເຫຼືອດັ່ງກ່າວ," ທ່ານຂ້າຫຼວງໃຫຍ່ ກ່າວ.

ທ່ານ​ກ່າວ​ວ່າ ອິສຣາ​ແອ​ລ​ ຍັງ​ຕ້ອງ​ຮັບປະກັນ ອີກ​ວ່າ ຊາວກາຊາ ສາມາດ​ເຂົ້າ​ເຖິງ​ການ​ຊ່ວຍ​ເຫລືອ​ໄດ້ຢ່າງ​ປອດ​ໄພ ​ແລະ ມີ​ກຽດສັກສີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG