ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກຮ້ອງໃຫ້ກຸຸ່ມຮູຕີ ຢຸດຕິການໂຈມຕີ ໃນທະເລແດງ


ກຳປັ່ນພິຄາດ Arleigh Burke-class USS Carney ຕິດລູກສອນໄຟນຳວິຖີ ຕອບໂຕ້ຕໍ່ການໂຈມຕີດ້ວຍລູກສອນໄຟຂອງຮູຕີ ແລະເຮືອບິນບໍ່ມີຄົນຂັບຕ່າງໆ ໄປພ້ອມໆກັນ ຢູ່ໃນທະເລແດງ, ເມື່ອວັນທີ 19 ຕຸລາ 2023
ກຳປັ່ນພິຄາດ Arleigh Burke-class USS Carney ຕິດລູກສອນໄຟນຳວິຖີ ຕອບໂຕ້ຕໍ່ການໂຈມຕີດ້ວຍລູກສອນໄຟຂອງຮູຕີ ແລະເຮືອບິນບໍ່ມີຄົນຂັບຕ່າງໆ ໄປພ້ອມໆກັນ ຢູ່ໃນທະເລແດງ, ເມື່ອວັນທີ 19 ຕຸລາ 2023

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ປະນາມ​ການ​ໂຈມ​ຕີ​ຂອງ​ພວກ​ກະບົດ ຮູຕີ ທີ່ຕັ້ງ​ຢູ່​ໃນ​ເຢ​ເມນ ​ໃສ່​ກຳ​ປັ່ນ​ທີ່​ແລ່ນ​ຜ່ານ​ທະ​ເລ​ແດງ ​ແລະ​ຮຽກຮ້ອງ​ໃຫ້​ຢຸດ​ເຊົາ​ໃນ​ທັນທີ.

“ການ​ໂຈມ​ຕີ​ ຊ້ຳ​ແລ້ວ​ຊ້ຳ​ອີກຂອງ ກຸ່ມຮູຕີ ​ຕໍ່ການຂົນສົ່ງລະຫວ່າງປະເທດ ບໍ່​ພຽງ​ແຕ່​ເປັນ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ໝັ້ນຄົງ​ເທົ່າ​ນັ້ນ ແຕ່ຍັງ​ເປັນ​ໄພ​ຂົ່ມ​ຂູ່​ດ້ານ​ເສດ​ຖະ​ກິດ, ​ລາ​ຄາ​ສະ​ບຽງ​ອາ​ຫານ, ຢາ​ປົວ​ພະ​ຍາດ ແລະ​ພະ​ລັງ​ງານ ທີ່ເພີ້ມຂຶ້ນ”, ທ່ານ​ນາງ ລິນດາ ໂທມັສ ກຣີນຟີລດ໌ (Linda Thomas-Greenfield) ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະຫະລັດ ກ່າວ.

​ໃນຍັດ​ຕິຂອງສະພາ​ ​ທີ່​ຮ່າງ​ຂຶ້ນ​ໂດຍ​ສະຫະລັດ ​ແລະ​ຍີ່ປຸ່ນ, ບັນດາ​ສະມາຊິກ​ໄດ້​ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ໂຈມ​ຕີທັນທີ, ​ໂດຍ​ກ່າວ​ວ່າ ການໂຈມຕີດັ່ງກ່າວຂັດ ຂວາງ​ການ​ຄ້າ​ໂລກ ​ແລະ "ບ່ອນທຳລາຍ​ສິດ​ທິແລະເສລີພາບ​ໃນ​ການ​ເດີນ​ເຮືອ, ຕະຫຼອດຈົນເຖິງ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ."

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນເພື່ອຕອບໂຕ້ ຕໍ່ການໂຈມຕີຫຼາຍໆຄັ້ງ ໂດຍໃຊ້ລູກສອນໄຟ, ເຮືອບິນບໍ່ມີຄົນຂັບ ແລະພວກຫົວຮຸນແຮງ ແລ່ນ​ເຮືອເຂົ້າໄປໃກ້ກຳປັ່ນ ເຊິ່ງໄດ້ຂັດຂວາງການເດີນທາງທາງທະເລ ຜ່ານທາງນ້ຳທີ່ສຳຄັນ ທີ່ເຊື່ອມຕໍ່ທະເລອາຣັບ ແລະທະເລເມດິເຕີເຣນຽນ.

11 ຈາກທັງໝົດ 15 ປະ​ເທດສະມາຊິກ ​ສະ​ຫນັບ​ສະ​ຫນູນ​ມະ​ຕິດັ່ງກ່າວ​, ແລະບໍ່​ມີ​ການ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​, ແຕ່​ຣັດ​ເຊຍ​, ຈີນ​, ອາລຈີເຣຍ ແລະ​ໂມ​ຊໍາ​ບິກ​ ງົດອອກສຽງ​.

​“ນີ້ບໍ່ແມ່ນ​ຄຳ​ຖາມ​ທີ່​ຈະ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ເຮືອ​ ຢູ່​ທະ​ເລ​ແດງ ​ແຕ່​ແມ່ນ​ຄວາມ​ພະຍາຍາມ​ທີ່ຈະສ້າງຄວາມຖືກຕ້ອງໃຫ້ກັບການດຳເນີນການຂອງກຸ່ມພັນທະມິດນີ້ ເພື່ອໃຫ້ເຂົ້າໃຈເຖິງບັນຫາທີ່ເກີດຂຶ້ນ ແລະ ບັນລຸຜົນສຳເລັດຈາກ​ສະພາ​ຄວາມ​ໝັ້ນຄົງ ດ້ວຍພອນທີ່ເປີດກວ້າງ," ເອກ​ອັກຄະ​ລັດຖະທູດຣັດ​ເຊຍປະຈຳສະຫະປະຊາຊາດ ທ່ານວາສຊີລີ ເນເບນເຊຍ (Vassily Nebenzia) ກ່າວ​, ໂດຍອ້າງເຖິງ ກຸ່ມພັນທະມິດທາງ​ທະ​ເລ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ທີ່ໄດ້ຖືກ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ປົກ​ປ້ອງ​ກຳ​ປັ່ນ​ໃນທະ​ເລ​ແດງ​ຈາກ​ກຸ່ມ ຮູຕີ.

ອົງການ​ການ​ເດີນ​ທະ​ເລ​ສາກົນ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ປະມານ 15% ຂອງ​ການ​ຄ້າທາງເຮືອໃນ​ທົ່ວ​ໂລກ ​ໄດ້​ຜ່ານ​ທະ​ເລ​ແດງ, ​ເຮັດ​ໃຫ້​ມັນ​ ເປັນ​ເສັ້ນ ທາງ ການ​ຂົນ​ສົ່ງ​ທີ່​ສຳຄັນ. ນັບຕັ້ງແຕ່ພວກຮູຕີ ເລີ່ມແນເປົ້າໝາຍໄປໃສ່ກຳປັ່ນ ໃນວັນທີ 19 ພະຈິກ, ຜູ້ຂົນສົ່ງສິນຄ້າໄດ້ຫຼີກລ້ຽງທະເລແດງ, ໂດຍເລືອກເສັ້ນ ທາງທີ່ຍາວກວ່າ ຜ່ານແຫຼມ ກູດໂຮບ ຂອງອາຟຣິກາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG