ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ກ່າວວ່າ ພວກເດັກນ້ອຍຖືກປະຕິເສດ ບໍ່ໃຫ້ເຂົ້າເຖິງການຊ່ວຍເຫຼືອ ຢູ່ເຂດເກີດສົງຄາມໃນທົ່ວໂລກ


ແຟ້ມພາບ - ເດັກນ້ອຍຜູ້ຊາຍຊາວປາແລສໄຕນ໌ ສະແດງປະຕິກິລິຍາ ຢູ່ໃກ້ສະຖານທີ່ຖືກໂຈມຕີທາງອາກາດໃສ່ເຮືອນຫຼັງນຶ່ງ ໃນເມືອງຣາຟາ, ເຂດແຫຼມກາຊາ, ວັນທີ 24 ມີນາ 2024.
ແຟ້ມພາບ - ເດັກນ້ອຍຜູ້ຊາຍຊາວປາແລສໄຕນ໌ ສະແດງປະຕິກິລິຍາ ຢູ່ໃກ້ສະຖານທີ່ຖືກໂຈມຕີທາງອາກາດໃສ່ເຮືອນຫຼັງນຶ່ງ ໃນເມືອງຣາຟາ, ເຂດແຫຼມກາຊາ, ວັນທີ 24 ມີນາ 2024.

ພວກເດັກນ້ອຍກຳລັງຖືກປະຕິເສດບໍ່ໃຫ້ເຂົ້າເຖິງການຊ່ວຍເຫຼືອດ້ານມະນຸດສະທຳທີ່ຈະຊ່ວຍຊີວິດຂອງພວກເຂົາເຈົ້າ ໃນເຂດທີ່ມີບັນຫາຂັດແຍ້ງຢູ່ທົ່ວໂລກ ໂດຍການບໍ່ຄຳນຶງເຖິງກົດໝາຍສາກົນແຕ່ຢ່າງໃດເລີຍ ເຈົ້າໜ້າທີ່ອາວຸໂສຂອງ ອົງການສະຫະປະຊາຊາດໄດ້ກ່າວໃນວັນພຸດວານນີ້.

“ຂ້າພະເຈົ້າຈະໃຫ້ຄວາມຈະແຈ້ງແທ້ໆ: ສົນທິສັນຍາເຈນີວາ ແລະສັນທິສັນຍາ ກ່ຽວກັບສິດຂອງພວກເດັກນ້ອຍ ມີບົດບັນຍັດສຳຄັນທີ່ຕ້ອງອຳນວຍຄວາມສະ ດວກໃນການບັນເທົາທຸກທາງດ້ານມະນຸດສະທຳແກ່ພວກເດັກນ້ອຍທີ່ຕ້ອງການ ຄວາມຊ່ວຍເຫຼືອ” ທ່ານນາງ ເວີຈີເນຍ ແກມບາ ທູດພິເສດກ່ຽວກັບພວກເດັກ ນ້ອຍແລະການຂັດແຍ້ງດ້ວຍອາວຸດຂອງສະຫະປະຊາຊາດ ໄດ້ກ່າວຕໍ່ກອງປະ ຊຸມຂອງສະພາຄວາມໝັ້ນຄົງ.

ທ່ານນາງເວົ້າວ່າ “ການປະຕິເສດບໍ່ໃຫ້ເຂົ້າເຖິງການຊ່ວຍເຫຼືອດ້ານມະນຸດສະທຳ ແກ່ພວກເດັກນ້ອຍ ແລະການໂຈມຕີຕໍ່ພວກຄົນງານດ້ານມະນຸດສະທຳທີ່ໃຫ້ ການຊ່ວຍເຫຼືອພວກເດັກນ້ອຍ ຍັງເປັນການຖືກຫ້າມພາຍໃຕ້ກົດໝາຍດ້ານມະ ນຸດສະທຳສາກົນ.”

ຫ້ອງການຂອງທ່ານນາງໄດ້ຢັ້ງຢືນ ຫຼາຍກໍລະນີຂອງການປະຕິເສດການຊ່ວຍ ເຫຼືອເຊັ່ນນັ້ນໃນປີ 2022, ທ່ານນາງກ່າວວ່າຢູ່ໃນດິນແດນຂອງປາແລັສໄຕນ໌ ທີ່ຖືກປິດ​ລ້ອມ, ເຢເມນ, ອັຟການິສຖານ ແລະ ມາລີ ມີຈຳນວນສູງທີ່ສຸດ. ທ່ານນາງແກມບາ ໄດ້ກ່າວວ່າ ຂໍ້ມູນສຳລັບລາຍງານຂອງສຳນັກງານຂອງ ທ່ານນາງ ທີ່ໃກ້ຈະອອກມາ ສະແດງໃຫ້ເຫັນແນວໂນ້ມໃນທາງລົບໄດ້ເກີດ ຂຶ້ນຢ່າງຕໍ່ເນື່ອງ.

ທ່ານນາງເວົ້າວ່າ “ບາງສະຖານະການປະ​ກອບ​ມີການກີດກັ້ນຕາມອຳເພີໃຈ ໃນລະດັບທີ່ສູງ ແລະ/ຫຼື ການປະຕິເສດຕໍ່ການເຂົ້າເຖິງການຊ່ວຍເຫຼືອດ້ານມະ ນຸດສະທຳແກ່ພວກເດັກນ້ອຍຢ່າງສິ້ນເຊີງ, ລວມທັງສະຖານະການຕ່າງໆເຊັ່ນ ຢູ່ໃນເຂດແດນຂອງຊາວປາແລັສໄຕນ໌ ທີ່ຖືກປິດ​ລ້ອມ ແລະ ຢູ່ໃນເຮຕີ ຍົກ​ຕົວ​ຢ່າງສອງແຫ່ງນີ້.”

Children are being denied access to lifesaving humanitarian assistance in conflict zones around the world in a blatant disregard for international law, a senior U.N. official said Wednesday.

“Let me be very clear: The Geneva Conventions and the Convention on the Rights of the Child contain key provisions requiring the facilitation of humanitarian relief to children in need,” Virginia Gamba, the U.N. envoy on children and armed conflict, told a meeting of the Security Council.

“The denial of humanitarian access to children and attacks against humanitarian workers assisting children are also prohibited under international humanitarian law,” she said.

Her office verified nearly 4,000 such denial of aid cases in 2022, she said, with the Occupied Palestinian Territory, Yemen, Afghanistan and Mali having the highest number. Gamba said the data for her office’s upcoming report shows the negative trend continuing.

“Some situations involve high levels of arbitrary impediments and/or outright denial of humanitarian access to children, including in situations such as in the Occupied Palestinian Territory, and in Haiti to name but two,” she said.

FILE - Displaced Sudanese children stand in the courtyard of a school where their families took refuge near Gadaref, Sudan, on March 6, 2024.
FILE - Displaced Sudanese children stand in the courtyard of a school where their families took refuge near Gadaref, Sudan, on March 6, 2024.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG