ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໃຊ້ສິດໃນການຍັບຍັ້ງ ເພື່ອຍົກເລີກການຕິດຕາມກວດກາ ການລົງໂທດຂອງ ສປຊ ຕໍ່ເກົາຫຼີເໜືອ


ນັກທ່ອງທ່ຽວ ເບິ່ງຝ່າຍເໜືອ ຈາກສາລາ Imjingak ໃນເມືອງ ພາຈູ (Paju) ຂອງເກົາຫຼີໃຕ້, ວັນທີ 11 ສິງຫາ 2019.ຣັດເຊຍ ຄັດຄ້ານມະຕິຂອງອົງການສະຫະປະຊາຊາດ ໃນວັນທີ 28 ມີນາ 2024 ໃນການເຄື່ອນໄຫວເພື່ອຍົກເລີກການຕິດຕາມກວດກາການລົງໂທດຕໍ່ພັນທະມິດ ເກົາຫຼີເໜືອຂອງຕົນ.
ນັກທ່ອງທ່ຽວ ເບິ່ງຝ່າຍເໜືອ ຈາກສາລາ Imjingak ໃນເມືອງ ພາຈູ (Paju) ຂອງເກົາຫຼີໃຕ້, ວັນທີ 11 ສິງຫາ 2019.ຣັດເຊຍ ຄັດຄ້ານມະຕິຂອງອົງການສະຫະປະຊາຊາດ ໃນວັນທີ 28 ມີນາ 2024 ໃນການເຄື່ອນໄຫວເພື່ອຍົກເລີກການຕິດຕາມກວດກາການລົງໂທດຕໍ່ພັນທະມິດ ເກົາຫຼີເໜືອຂອງຕົນ.

ຣັດ​ເຊຍ​ໄດ້​ໃຊ້ສິດໃນ​ການ​ຍັບຍັ້ງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດຂອງຕົນ ​ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ຢຸດຕິ​ການ​ຕິດຕາມ​ກວດກາ​ການ​ລົງ​ໂທດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ຕໍ່​ເກົາຫລີ​ເໜືອ ຫລັງ​ຈາກບັນດາຜູ້​ຕິດຕາມ​ກວດກາ​ໄດ້ລາຍ​ງານ ​ກ່ຽວ​ກັບ​ການ​ລະ​ເມີດ​ຂອງ​ມົສກູ.

‘‘ການລົງຄະແນນສຽງໃນມື້ນີ້ ມີແຕ່ຈະສົ່ງເສີມໃຫ້ ສປປ ເກົາຫຼີ ດຳເນີນການໂດຍບໍ່ຕ້ອງຮັບໂທດຕໍ່ໄປ, ຍ້ອນວ່າ ສປປ ເກົາຫຼີ ທຳລາຍຄວາມໝັ້ນຄົງຂອງໂລກ ດ້ວຍການພັດທະນາຂີປະນາວຸດໄລຍະໄກ ແລະ ຄວາມພະຍາຍາມຫຼີກລ້ຽງການລົງໂທດ’’, ທ່ານ ໂຣເບີດ ວູດ ທູດພິເສດສະຫະລັດ ກ່າວ.

ສປປ ເກົາຫຼີ ແມ່ນຕົວຫຍໍ້ຂອງຊື່ທາງການຂອງເກົາຫຼີເໜືອ, ເຊິ່ງກໍຄືສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ.

​ໃນ​ຂະນະ​ທີ່​ວຽກ​ງານ​ຂອງ​ຜູ້​ຕິດຕາມ​ກວດກາ​ຈະ​ຢຸດລົງ, ການ​ລົງ​ໂທດ​ຍັງ​ມີ​ຜົນ​ສັກສິດຢູ່, ​ແລະ ຄະນະ​ກຳມະການ​ລົງ​ໂທດຂອງ​ສະພາ​ຄວາມ​ໝັ້ນຄົງ​ ຈະຍັງ​ສືບ​ຕໍ່​ກວດກາ​ການ​ດຳເນີນການດັ່ງກ່າວຕໍ່ໄປ.

ສະມາຊິກສະພາຫຼາຍທ່ານກ່າວວ່າ ເຫດຜົນທີ່ຣັດເຊຍຕ້ອງການໃຫ້ຄະນະຜູ້ຊ່ຽວຊານຖືກຍຸບລົງ ແມ່ນຍ້ອນວ່າ ໃນບົດລາຍງານຫຼ້າສຸດໃນເດືອນກຸມພາທີ່ຜ່ານມາ ໄດ້ໃຫ້ລາຍລະອຽດກ່ຽວກັບການຫ້າມການໂອນອຸປະກອນການທະຫານ ແລະລະເບີດຈາກເກົາຫຼີເໜືອໄປ ຣັດເຊຍ ເພື່ອໃຊ້ໃນສົງຄາມຢູ່ໃນຢູເຄຣນ. ມົສກູ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG