ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ອົງການ WHO ກ່າວວ່າ ລະບົບສາທາລະນະສຸກ ໃນຂົງເຂດກາຊາ ກໍາລັງພັງທະລາຍລົງ


ແຟ້ມຮູບ-ພະນັກງານ ພາກັນມາກວດກາເບິ່ງຄວາມເສຍຫາຍຢູ່ໃນຫ້ອງ ລຸນຫຼັງການຖິ້ມລະເບີດຂອງອິສຣາແອລໃກ້ກັບໂຮງໝໍນາສເຊີ ໃນບໍລິເວນ ຄານຢູນິສ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 17 ທັນວາ 2023.
ແຟ້ມຮູບ-ພະນັກງານ ພາກັນມາກວດກາເບິ່ງຄວາມເສຍຫາຍຢູ່ໃນຫ້ອງ ລຸນຫຼັງການຖິ້ມລະເບີດຂອງອິສຣາແອລໃກ້ກັບໂຮງໝໍນາສເຊີ ໃນບໍລິເວນ ຄານຢູນິສ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ, ວັນທີ 17 ທັນວາ 2023.

ເຈົ້າ​ໜ້າ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ຜູ້​ນຶ່ງ ​ທີ່​ຫາ​ກໍ​ກັບ​ຄືນ​ມາ ​ຈາກ​ແຫຼມ​ກາຊາກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ລະ​ບົບ​ສາທາລະນະສຸກຢູ່ໃນຂົງເຂດດັ່ງກ່າວ ກໍາລັງ​ຊຸດ​ໂຊມ​ລົງ​ຢ່າງ​ວ່ອງ​ໄວ, ແລະປັດຈຸບັນນີ້ ກໍມີຄວາມຕ້ອງການພະ​ນັກ​ງານ ພ້ອມທັງການສະໜອງ​ເຄື່ອງ​ຊ່ວຍ​ເຫຼືອ ແລະ​ການ​ເຂົ້າ​ເຖິງເພີ້ມຂຶ້ນ ​ຢ່າງຮີບ​ດ່ວນ.

ທ່ານຊີນ ເຄຊີ (Sean Casey), ເຈົ້າໜ້າທີ່ສຸກເສີນດ້ານສາທາລະນະສຸກຂອງອົງການອະ​ນາ​ໄມ​ໂລກ​ຫຼື WHO ກ່າວຕໍ່ບັນດານັກຂ່າວຢູ່ອົງການສະຫະປະຊາຊາດວ່າ "ຂ້າພະເຈົ້າໄດ້ເຫັນລະບົບສາທາລະນະສຸກພັງທະລາຍລົງຢູ່ຕໍ່ໜ້າຕໍ່ຕາຂອງຂ້າພະເຈົ້າເລີຍ."

ທ່ານ ເຄຊີ ໃຊ້ເວລາ 5 ອາທິດໃນເຂດກາຊາ, ເຊິ່ງເລີ້ມຕົ້ນດໍາເນີນງານຢູ່ທີ່ນັ້ນໃນຊ່ວງຕົ້ນເດືອນທັນວາຜ່ານມາ, ແລະເພິ່ນກໍໄດ້ພົບກັບຜູ້ຊ່ຽວຊານທາງດ້ານການແພດຫຼາຍທ່ານ ພ້ອມດ້ວຍຄົນເຈັບຈໍານວນຫຼາຍໃນທົ່ວພາກພື້ນ.

ທ່ານກ່າວວ່າ "ຂ້າພະເຈົ້າໄດ້ເຫັນຄົນເຈັບ ຢູ່ໂຮງໝໍທີ່ມີບາດແຜຖືກ​ໄໝ້ຮ້າຍແຮງ ໃນທຸກໆມື້, ມີກະດູກແຕກແບບເປີດ, ລໍຖ້າເປັນເວລາຫຼາຍຊົ່ວໂມງ ຫຼື ຫຼາຍມື້ ເພື່ອຮັບການປິ່ນປົວ, ແລະພວກເຂົາເຈົ້າກໍມັກຈະຂໍອາຫານ ແລະນໍ້າດື່ມນໍາຂ້າພະເຈົ້າ."

ຊາວປາແລັສໄຕນ໌ທີ່ໄດ້ຮັບບາດເຈັບຈາກການຖິ້ມລະເບີດຂອງອິສຣາແອລຢູ່ໃນແຫຼມກາຊາ ກໍາລັງໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍຣາຟາ, ວັນທີ 16 ມັງກອນ 2024.
ຊາວປາແລັສໄຕນ໌ທີ່ໄດ້ຮັບບາດເຈັບຈາກການຖິ້ມລະເບີດຂອງອິສຣາແອລຢູ່ໃນແຫຼມກາຊາ ກໍາລັງໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍຣາຟາ, ວັນທີ 16 ມັງກອນ 2024.

ທ່ານ ເຄຊີ ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຢຸດ​ຍິງ​ແມ່ນ​ຄວາມ​ຈຳ​ເປັນ​ທີ່​ສຳ​ຄັນ​ທີ່​ສຸດ, ແຕ່​ການ​ເຂົ້າ​ເຖິງ, ຄວາມ​ສາ​ມາດ​ໃນການເຄື່ອນ​ຍ້າຍ​ປະ​ຊາ​ຊົນ ແລະ ອຸ​ປະ​ກອນ​ບັນ​ເທົາ​ທຸກ​ເພື່ອຄວາມ​ປອດ​ໄພ ແລະ ວ່ອງ​ໄວ​ຢູ່​ໃນ​ເຂດກາຊານັ້ນ ຍັງ​ຈະ​ຊ່ວຍຫຼຸດ​ຜ່ອນຄວາມ​ທຸກ​ທໍ​ລະ​ມານ​ໄດ້ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG