ຄະນະລັດຖະມຸນຕີຕ່າງປະເທດອາຊ່ຽນ ຈະປະຊຸມກັນໃນວັນອັງຄານມື້ອື່ນ ທີ່ກຸງ Jakarta ເພື່ອຫາທາງແກ້ໄຂບັນຫາ ລະຫວ່າງໄທແລະກໍາປູເຈຍ.
ເຈົ້າໜ້າທີ່ກ່າວວ່າ ກັບຕັນແລະນາຍຊ່າງ ປະຈໍາເຮືອທ່ອງທ່ຽວ ທີ່ຫລົ້ມໃນອ່າວຮາລອງ ໄດ້ຝ່າຝືນກົດລະບຽບ ວ່າດ້ວຍຄວາມປອດໄພໃນການເດີນເຮືອ.
ຕຶກອາຄານລັດຖະບານຫລາຍຫລັງ ຖືກຈູດເຜົາ ໃນນະຄອນຫລວງຕຣີໂປລີ ໃນຂະນະທີ່ ການປະທ້ວງລັດຖະບານເພີ່ມທະວີຂຶ້ນ.
ສື່ທາງການຂອງຈີນ ສົມທຽບພວກປະທ້ວງ ໃສ່ກັບພວກຂໍທານຕາມຖະໜົນຫົນທາງ.
ຈີນໄດ້ຂຶ້ນລາຄາຂາຍຍົກ ນໍ້າມັນແອສຊັງ ແລະນໍ້ມັນກາຊວນ ໃນວັນອາທິດມື້ນີ້.
ປະທານາທິບໍດີເມັກຊິໂກ ສົ່ງກໍາລັງໄປເສີມ 4 ກອງພັນ ເພື່ອສູ້ລົບກັບພວກລັກລອບ ຄ້າຂາຍຢ່າເສບຕິດ ໃນລັດຊາຍແດນຕິດກັບສະຫະລັດ.
ສືມວນຊົນເກົາຫລີໃຕ້ກ່າວວ່າ ເກົາຫລີເໜືອ ກໍາລັງຂຸດອຸໂມງ ເພື່ອເປັນບ່ອນທົດລອງ ລະເບີດນີວເຄລຍຕື່ມອີກ.
ພວກກໍາລັງຮັກສາຄວາມປອດໄພ ໄດ້ຍິງພວກປະທ້ວງຕາຍ ຢ່າງນ້ອຍ 15 ຄົນ ທີ່ເມືອງ Benghazi ຂອງລີເບຍ ໃນວັນເສົາວານນີ້.
ສະພາວະເງິນເຟີ້ໃນເອເຊຍ ສາມາດເຮັດໃຫ້ການເຕີບໂຕ ຂອງເສດຖະກິດໃນເອເຊຍ ແລະໃນໂລກ ຊັກຊ້າລົງໄດ້.
ຊາວບາຫ໌ເຣນຫລາຍພັນຄົນ ພາກັນທໍາການ ປະທ້ວງໃນນະຄອນຫລວງ Manama ເປັນມື້ທີ 3 ລຽນຕິດ.
ບັນດານັກຊ່ຽວຊານ ກ່າວຕໍ່ວີໂອເອ ວ່າ ເກົາຫລີເໜືອເສັດສິ້ນການກໍ່ສ້າງ ສະຖານທີ່ ສົ່ງລູກສອນໄຟ ທີ່ທັນສະໄໝແຫ່ງນຶ່ງ.
ຕາໜ່າງໂທລະພາຍເອເຊຍ ສະແດງຮູບພາບວີດີໂອ ລູກຊາຍຜູ້ທີສອງຂອງຜູ້ນໍາ ເກົາຫລີເໜືອໄປເບິ່ງ concert ທີ່ສິງກະໂປ.
ປະຊາຊົນລີເບຍຫລາຍຮ້ອຍຄົນ ພາກັນທໍາການປະທ້ວງ ຕໍ່ຕ້ານລັດຖະບານ ໃນເມືອງໃຫຍ່ອັນດັບສອງ ຂອງປະເທດ.
ພວກຊາວເກົາຫລີເໜືອທີ່ລີ້ໄພໃນຕ່າງປະເທດ ກ່າວວ່າ ບຸນປະຈໍາປີທີ່ພົວພັນ ກັບການສະຫລອງວັນເກີດຂອງຜູ້ນໍາ ອາດໄດ້ຖືກຕັດລົງ ຍ້ອນການຂາດເຂີນຫລາຍຢ່າງ.
ໂທລະພາບແຫ່ງລັດອິຣ່ານ ກ່າວວ່າ ພວກຝ່າຍຄ້ານ ແລະພວກສະໜັບສະໜຸນ ລັດຖະບານປະທະກັນ ໃນພິທີສົ່ງສະການ.
ພວກສະມາຊິກສະພາອິຣ່ານ ຮຽກຮ້ອງໃຫ້ ລົງໂທດປະຫານຊີວິດ ພວກຜູນໍາຝ່າຍຄ້ານ ຖານຈັດແຈງການປະທ້ວງ ຕໍ່ຕ້ານ ລັດຖະບານຂຶ້ນ.
ຄະນະປົກຄອງທະຫານອີຈິບ ຮຽກຮ້ອງໃຫ້ຍຸດຕິ ການນັດຢຸດງານ ໃນທົ່ວປະເທດ ທີ່ມີຂຶ້ນຫລັງຈາກການປະຕິວັດນັ້ນ.
ທ່ານ Richard Lugar ເຕືອນລັດຖະບານທ່ານໂອບາມາ ວ່າບໍ່ຄວນໃຫ້ການ ຊ່ອຍເຫລືອອາຫານຕື່ມອີກ ແກ່ເກົາຫລີເໜືອ ຈົນກ່ວາຈະມີຄະນະຕິດຕາມເບິ່ງ.
ສື່ມວນຊົນເກົາຫລີເໜືອ ກ່າວວ່າ ເຈົ້າໜ້າທີ່ ອາວຸໂສຈີນ ສະໜັບສະໜຸນຢ່າງເປີດເຜີຍ ໃຫ້ທ້າວກິມຈົງອຸນ ຂຶ້ນດໍາລົງຕໍາແໜ່ງແທນພໍ່.
ທ້າວເອກກະໄຊແລະນາງລັກສະນາ ທິຣະນະຣັດ ໄດ້ ເລີ້ມຈູບກັນ ມາຕັ້ງແຕ່ແລງວັນອາທິດ ຈົນຮອດເຊົ້າ ວັນອັງຄານມື້ນີ້ ເປັນເວລາ 46 ຊົ່ວໂມງກ່ວາໆ.
ໂຫລດຕື່ມອີກ