ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຕໍ່ຕ້ານປະທະກັນກັບ ຝ່າຍສະໜັບສະໜຸນ ລັດຖະບານ ໃນອິຣ່ານ


ການປະທ້ວງໃນລະຫວ່າງທໍາພິທີສົ່ງສະການນັກສຶກສາຄົນນຶ່ງ
ໃນກຸງເຕຮະຣ່ານ ວັນທີ 16 ກຸມພາ 2011
ການປະທ້ວງໃນລະຫວ່າງທໍາພິທີສົ່ງສະການນັກສຶກສາຄົນນຶ່ງ ໃນກຸງເຕຮະຣ່ານ ວັນທີ 16 ກຸມພາ 2011

ໂທລະພາບ​ແຫ່ງ​ລັດ​ຂອງອິຣ່ານກ່າວ​ວ່າ ພວກ​ນັກ​ເຄື່ອນ
ໄຫວຝ່າຍ​ຄ້ານແລະ​ພວກ​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ໄດ້​
ທໍາ​ການ​ຕໍ່ສູ້ກັນ​ໃນ​ພິທີ​ໄວ້​ອາ​ໄລ​ແຫ່ງ​ນຶ່ງ​ ໃຫ້ແກ່​ນັກ​ສຶກ
ສາ​ຄົນ​ນຶ່ງ​ທີ່​ໄດ້​ເສຍ​ຊີວິດ​ໄປ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ຕໍ່
ຕ້ານ​ລັດຖະບານ​ໃນກຸງ​ເຕຮະຣ່ານ​ໃນ​ຕົ້ນ​ສັບປະດາ​ນີ້.

ໂທລະພາບ​ແຫ່ງ​ລັດ​ເວົ້າ​ວ່າ ພວກ​ກຸ່ມ​ທີ່​ເປັນ​ປໍ​ລະ​ປັກ​ໄດ້​
ປະ​ທະກັນ​ໃນ​ວັນ​ພຸດ​ມື້​ນີ້ ​ທີ່​ສະ​ຖາ​ບັນ​ສິນລະປະ​ມະຫາ
ວິທະຍາ​ໄລ​ກຸງ​ເຕຮະຣ່ານ ບ່ອນ​ທີ່ກຳລັງມີ​ພິທີ​ໄວ້ອາ​ໄລ
ໃຫ້ແກ່​ທ້າວ Sanee Zhaleh ນັກ​ສຶກສາ​ຢູ່​ທີ​ນັ້ນ. ກຸ່ມ
ຝ່າຍ​ຄ້ານ​ແລະ​ລັດຖະບານ​ຂອງ​ອິຣ່ານຕ່າງ​ກໍກ່າວ​ຫາ​
ຊຶ່ງກັນແລະກັນວ່າ ​ເປັນ​ຜູ້ສັງຫານທ້າວ Zhaleh.

ນັກ​ສຶກສາ​ຄົນ​ນີ້ ​ເປັນ​ນຶ່ງ​ໃນ​ບັນດາ​ຜູ້​ເສຍ​ຊີວິດ​ໄປ 2 ຄົນ​ໃນ​ວັນ​ຈັນຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ອິຣ່ານຂັບໄລ່​ໃຫ້​ພວກນັກ​ເຄື່ອນ​ໄຫວ​ຊາວ​ອິຣ່ານຫລາຍ​ພັນ​ຄົນ​ແຕກສະຫລາຍ​ໂຕ​ໄປ​ທີ່​ພາກັນ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ຫລາຍ​ຫົວ​ເມືອງ ອັນ​ເປັນ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຄັ້ງ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ.

ລາຍ​ງານ​ຂ່າວ​ໂທລະພາບ​ແຫ່ງ​ລັດ​ຂອງ​ອິຣ່ານກ່າວ​ວ່າ ພວກ​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ໄດ້​ຂັບໄລ່​ໃຫ້​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ອອກ​ຈາກ​ບ່ອນ​ທໍາ​ພິທີ​ໄວ້ອາ​ໄລ​ໄປ​ ໂດຍ​ພາກັນ​ໂຮ​ຮ້ອງ​ຄໍາ​ຂວັນ​ຕ່າງໆ​ຮຽກຮ້ອງ​ໃຫ້​ພວກ​ກໍ່​ຄວາມ​ວຸ້ນວາຍ​ຈົ່ງ​ພິນາດ.

ຜູ້​ນໍາ​ຫົວ​ປະຕິ​ຮູບ​ອິຣ່ານຄົນ​ນຶ່ງ​ທີ່​ຈັດ​ແຈງ​ການ​ປະ​ທ້ວງ​ຂຶ້ນ​ໃນ​ວັນ​ຈັນຜ່ານ​ມາ​ນີ້​ກ່າວ​ວ່າ ທ່ານ​ບໍ່​ຢ້ານ​ຄໍາ​ຮຽກຮ້ອງ​ຕ່າງໆ​ຂອງ​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ນິຍົມ​ແນວທາງ​ເດີມ​ທີ່​ຢາກ​ໃຫ້​ທ່ານ​ປະ​ເຊີນ​ກັບ​ການລົງ​ໂທດ​ປະຫານ​ຊີວິດ​ນັ້ນ.​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທາງ website ຂອງ​ທ່ານ​ໃນ​ວັນ​ພຸດ​ມື້​ນີ້ ທ່ານ Mehdi Karroubi ກ່າວ​ວ່າ ທ່ານ​ເຕັມ​ໃຈ​ທີ່ຈະ​ປະ​ເຊີນ​ກັບ​ເຫດການ​ໃດໆກໍຕາມ ​ເພື່ອ​ນໍາ​ມາ​ຊຶ່ງ​ການ​ປ່ຽນ​ແປງ​ດ້ານ​ການ​ເມືອງ​ໃນ​ອີຣ່ານນັ້ນ.

ກໍ​າລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອິຣ່ານປົກ​ປ້ອງ​ບໍ່​ໃຫ້​ທ່ານ Karroubi ແລະ​ເພື່ອນ​ຮ່ວມ​ງານ​ຈັດ​ແຈງ​ການ​ປະ​ທ້ວງ​ຂຶ້ນ​ອີກ​ທ່ານ​ນຶ່ງ​ຄື ທ່ານ Mir Hossein Mousavi ເຂົ້າ​ຮ່ວມ​ໃນ​ການ​ຊຸມນຸມ​ປະ​ທ້ວງ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮຽກຮ້​ອງ​ໃຫ້​ມີຂຶ້ນເພື່ອສະ​ແດງ​ເຖິງ​ຄວາມ​ເປັນ​ເອກ​ກະພາບ​ກັນ​ກັບ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ພວກ​ຜູ້​ນໍາແບບຜະ​ເດັດ​ການຫວ່າງ​ໄວໆ​ມາ​ນີ້​ທີ່​ປະ​ເທດ ​ອີ​ຈິບ​ແລະ​ຕູ​ນີ​ເຊຍ​ນັ້ນ.

ພວກ​ສະມາຊິກ​ສະພາ​ນິຍົມ​ແນວທາງ​ເດີມ 223 ທ່ານ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ອັງຄານ​ວານ​ນີ້ ຮຽກ​ຮອງ​ໃຫ້​ຜູ້​ນໍາ​ຝ່າຍ​ຄ້ານ​ທັງ​ສອງ​ທ່ານ​ນີ້ ຖືກ​ດໍາ​ເນີນ​ຄະດີ​ໃນ​ຂໍ້​ຫາ​ຖານກໍ່​ຄວາມ​ວຸ້ນ​ວານ​ຂຶ້ນ ອັນ​ເປັນ​ໂທດ​ເຖິງ​ຂັ້ນ​ປະຫານ​ຊີວິດ​ໄດ້​ນັ້ນ. ປະທານາທິບໍດີ Mahmoud Ahmadinejad ​ແຫ່ງ​ອິຣ່ານ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ພວກ​ຈັດ​ແຈງ​ການປະ​ທ້ວງ​ຈະ​ບໍ່​ບັນ​ລຸເປົ້າ​ໝາຍ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ທໍານາຍ​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ເຫັນ" ຂີ້​ດິນ​ກັບ​ຄືນ​ມາ​ຖົມ​ໜ້າ​ເຂົາ​ເຈົ້າ.”

XS
SM
MD
LG