ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການຢ້ານກົວວ່າ ສະພາວະເງິນເຟີ້ ອາດຍັບຍັ້ງ ການເຕີບໂຕຂອງເອເຊຍ (ເບິ່ງວີດິໂອ)


ພວກກໍາມະກອນອິນເດຍ ພາກັນຂົນໄຖ່ຜັກບົວແຫ້ງ ຂຶ້ນລົດຂົນສົ່ງ ທີ່ເມືອງ Hyderabad, ປະເທດອິນເດຍ, ວັນທີ 2 ກັນຍາ 2010.
ພວກກໍາມະກອນອິນເດຍ ພາກັນຂົນໄຖ່ຜັກບົວແຫ້ງ ຂຶ້ນລົດຂົນສົ່ງ ທີ່ເມືອງ Hyderabad, ປະເທດອິນເດຍ, ວັນທີ 2 ກັນຍາ 2010.

ສະພາວະ​ເງິນ​ເຟີ້​ທີ່ກໍາລັງ​ສູງຂຶ້ນ​ນັບ​ມື້​ໃນ​ເອ​ເຊຍ ​ໄດ້​ກະ​ຕຸ້ນໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂຶ້ນ​ມາວ່າ ມັນ​ອາດສາມາດ​ເຮັດ​ໃຫ້ການ​ເຕີບ​ໂຕ​ຂອງເສດຖະກິດ​ໃນ​ຂົງ​ເຂດ​ແລະ​ໃນ​ໂລກ​ ຊັກ​ຊ້າ​ລົງ​ໄດ້.

ທີ່​ກຸງ​ຈາ​ກາ​ຕາ ລາຄາ​ໝາກ​ເຜັດ​ແດງ​ປີ​ນີ້ແມ່ນແພງຂຶ້ນ
ເກືອບ 2 ​ເທົ່າ​ຂອງ​ປີ​ກາຍ​ນີ້. ໝາກ​ເຜັດ​ແດງ​ເປັນ​ສ່ວນ​
ປະກອບ​ທີ່​ສໍາຄັນ​ໃນ​ອາຫານເກືອບ​ທຸກໆ​ຢ່າງຂອງ​ອິນ​ໂດ​ເນ​ເຊຍ.

ຜູ້​ບໍລິ​ໂພ​ກບາງ​ຄົນ ​ເຊ່ນ​ນາງ Jarwati ຊຶ່ງໄປ​ຊື້​ເຂົ້າປາ​ອາ
ຫານ​ໃນ​ຕະຫລາດກ່າວ​ວ່າ ​ພວກເຂົາ​ເຈົ້າ​ກໍາລັງປັບ​ໂຕ​ເຂົ້າ​ ກັບລາຄາທີ່​ແພງ​ຂຶ້ນນັ້ນ.

ນາງ Jarwati ​ເວົ້າ​ວ່າ ​ພວກ​ຜູ້​ຄົນ​ທີ່ເຄີຍ​ຊື້​ໝາກ​ເຜັດ​ນຶ່ງ​ ກິ​ໂລ ມາ​ບັດ​ນີ້ ​ຊື້ແຕ່ພຽງເຄິ່ງກິ​ໂລ​ເທົ່າ​ນັ້ນ.

ລາຄາ​ເຂົ້າປາ​ອາຫານ​ກໍາລັງແພງຂຶ້ນ​ ຢູ່​ໃນ​ພາກສ່ວນໃຫຍ່​ຂອງ​ຂົງ​ເຂດເອ​ເຊຍ ແລະ​ຄາດ​ວ່າລາຄາ​ສິນຄ້າ​ວັດຖຸ​ດິບ​ຈາກ​ອ​ອສ​ເຕຣ​ເລຍກໍ​ຈະ​ສູງຂຶ້ນ​ເຊ່ນ​ກັນ ​ໃນ​ຂະນະ​ທີ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຍັງແຂງ​ແຮງ​ຢູ່​ຄື​ເກົ່າ ​ແຕ່​ຜົນ​ຜະລິດ​ລຸດ ນ້ອຍລົງ ຍ້ອນ​ໄພ​ນໍ້າ​ຖ້ວມ.

ຢູ່ໃນ​ຫລາຍ​ໆ​ເຂດ​ໃນປະ​ເທດ​ຈີນ ລາຄາ​ຊັບ​ສິນ​ທີ່​ດິນ​ກໍາລັງ​ຖີບ​ໂຕ​ສູງ​ຂຶ້ນຢ່າງ​ໄວ. ທ່ານ Zhu ​ເປັນ​ເຈົ້າ​ຂອງ​ເຮືອນ​ຫ້ອງ​ແຖວ​ເກົ່າ​ຫລັງ​ນຶ່ງ ໃນກຸງ​ປັກ​ກິ​ງ ຊຶ່ງ​ເວລາ​ນີ້​ຂາຍ​ໄດ້​ໃນ​ລາຄາ ຕາລາງແມັດນຶ່ງ 43 ພັນ​ຢວນ ຊຶ່ງ​ເທົ່າ​ ​ກັບ 6500 ໂດ​ລາສະຫະລັດ.

ທ່ານ Zhu ກ່າວ​ວ່າ “ຂ້າພະ​ເຈົ້າ​ຄຶດ​ວ່າ ການ​ປ່ຽນ​ແປງໃນລາຄາ​ຊັບ​ສິນ​ນີ້​ ເປັນ​ເລື້ອງ​ໃຫຍ່​ທີ່​ສຸດ. ​ໃນ​ຕອນ​ທໍາ​ອິດນັ້ນ ລາຄາ​ເຮືອນ​ຫ້ອງ​ແຖວ ຫລື apartment ຫ້ອງ​ນຶ່ງ​ຂາຍ​ກັນ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ພັນ​ຢວນຕໍ່ 1 ​ຕາລາງແມັດ​ ຫລື​ ບໍ່​ເທົ່າ​ໃດ​ຮ້ອຍ​ເທົ່າ​ນັ້ນ ​ແຕ່​ມາ​ບັດ​ນີ້ ລາຄາ​ເປັນ​ໝື່ນ​ຫລື​ເປັນ​ແສນ​ຢວນ ຕໍ່ 1 ​ຕາລາງແມັດ​.”

ພວກ​ນັກ​ເສດຖະສາດ​ບາງ​ຄົນ​ພາກັນ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ສະພາວະ​ເງິນ​ເຟີ້​ອາດສາມາດ​ຄ່ອຍໆ​ລົດ​ຜ່ອນ​ອໍານາດ​ຊື້​ຂອງ​ພວກ​ຊົນ​ຊັ້ນ​ກາງທີ່​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາ​ໃນ​ເອ​ເຊຍ​ນັ້ນ​ໄດ້. ​ແຕ່​ທ່ານ Nicholas Cashmore ນັກວິ​ເຄາະ​ດ້ານ​ຫລັກ​ຊັບ​ກ່າວ​ວ່າ ໃນ​ສ່ວນ​ໃຫຍ່​ຂອງເອ​ເຊຍ​ ສະພາວະ​ເງິນ​ເຟີ້​ແມ່ນ​ສະທ້ອນໃຫ້​ເຫັນ​ລາຍ​ໄດ້​ທີ່​ສູງ​ຂຶ້ນ ຊຶ່ງ​ທ່ານ Cashmore ກ່າວ​ດັ່ງ​ນີ້:

"ຂ້າພະເຈົ້າຄິດວ່າ ມີຫລາຍໆປະເທດຢູ່ໃນໂລກທຸກມື້ນີ້ ທີ່ມັກຢາກໃຫ້ມີເງິນເຟີ້
ຄືເງິນເຟີ້ແບບບໍ່ຮຸນແຮງປານໃດນັ້ນມັກຈະເປັນການດເພາະວ່າມັນສະແດງໃຫ້
ຮູ້ວ່າຄວາມຮຽກຮ້ອງຕ້ອງການສິນຄ້າແລະສະແດງໃຫ້ເຫັນເຖິງການເສດຖະກິດ
ທີ່ກໍາລັງເຕີບໂຕຂຶ້ນ
"

SB: ທ່ານ Cashmore ກ່າວ​ວ່າ ບາງ​ປະ​ເທດ​ທີ່​ເສດຖະກິດ​ກໍາລັງ ​ຈະ​ເລີ​ນເຕີບ​ໂຕ​ຂຶ້ນ ​ເຊ່ນອິນ​ໂດ​ເນ​ເຊຍນັ້ນ ​ແມ່ນສາມາດ​ປ່ອຍ​ໃຫ້ອັດຕາ​ເງິນ​ເຟີ້ ຖີບ​ຂຶ້ນໄດ້​ເຖິງ 5 ສ່ວນ​ຮ້ອຍ.

ແຕ່​ວ່າ ແມ່ນ​ແຕ່ຢູ່ໃນ​ບັນດາປະ​ເທດ​ທີ່​ເສດຖະກິດ​ກໍາລັງເຕີບ​ໂຕ​ຂຶ້ນ​ຢ່າງ​ແຂງ​ແຮງ ເຊ່ນ​ອິນ​ໂດ​ເນ​ເຊຍ ອິນ​ເດຍ​ ແລະ​ຈີນ ເປັນ​ຕົ້ນນັ້ນ ລາຄາ​ເຂົ້າປາ​ອາຫານ​ທ່ີ​ແພງ​ຂຶ້ນ ​ກໍສ້າງ​ຄວາມ​ຍາກ​ລໍາ​ບາກ​ຕ່າງໆໃຫ້​ໄດ້. ທ່ານ Nagesh Kumar ນັກ​ເສດຖະສາດ​ປະ​ຈໍາ​ສະຫະ​ປະຊາ​ຊາດ​ທີ່​ບາງກອກ ກ່າວ​ວ່າ ​ໃນ​ເອ​ເຊຍ ປະຊາຊົນ​ໃນ​ຈໍານວນ 980 ລ້ານ​ຄົນ ແມ່ນ​ດໍາລົງ​ຊີວິດ​ຢູ່ກັບ​ລາຍ​ໄດ້​ບໍ່​ຮອດ 1 ​ໂດ​ລາ​ກັບ 25 ​ເຊັນຕໍ່​ມື້ ​ແລະລາຍ​ໄດ້​ຂອງ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ ແມ່ນ​ໃຊ້​ສໍາລັບ​ໄວ້​ຊື້​ນ​ເຂົ້າປາ​ອາຫານ​ກິນ ຊຶ່ງ​ທ່ານ Nagesh ກ່າວ​ຕື່ມວ່າ:

"ປະຊາຊົນບາງຈໍານວນທີ່ມີຖານະສູງ​ກ່ວາລະດັບຄວາມທຸກຈົນໜ້ອຍດຽວ​ນັ້ນ
ກໍອາດຈະຖືກຜັກດັນໃຫ້ຕົກລົງໄປຢູ່ໃນລະດັບຄວາມທຸກຈົນຄືນອີກ ຍ້ອນລາ ອາຫານທີ່ກໍາລັງຖີບຕົວສູງຂຶ້ນນັ້ນ."

ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ພວກ​ທະນາຄານ​ກາງໃນປະ​ເທດ​ຈີນ ອິນ​ໂດ​ເນ​ເຊຍ​ແລະ​ໃນ​ແຫ່ງ​ອື່ນໆ​ອີກ​ ໄດ້​ຂຶ້ນ​ອັດຕາ​ດອກ​ເບ້ຍເງິນ​ກູ້ ເພື່ອ​ພະຍາຍາມ​ລົດ​ຜ່ອນ​ລາຄາ​ສິນຄ້າ​ທີ່​ສູງ​ຂຶ້ນ​ນັ້ນ ຊຶ່ງພວກ​ນັກ​ເສດຖະສາດ​ເວົ້າ​ວ່າ ຄວາມ​ພະຍາຍາມເຫລົ່າ​ນີ້ ສາມາດ​ເຮັດ​ໃຫ້ການ​ເຕີບ​ໂຕ​ຂອງ​ເສດຖະກິດເອ​ເຊຍ ຊ້າ​ລົງ​ໄດ້.

ລາຄາ​ສິ່ງງ​ຂອງ​ທີ່​ສູງ​ຂຶ້ນ​ ໝາຍ​ຄວາມ​ວ່າ ພວກ​ໂຮງ​ຈັກ​ໂຮງງານ​ພາກັນຜະລິດ​ສິນຄ້າ​ຫລາຍ​ຂຶ້ນ ຊຶ່ງ​ນີ້​ໝາຍ​ຄວາມ​ວ່າ ມີ​ການ​ເຕີບ​ໂຕ​ຂຶ້ນ​ໃນ​ເອ​ເຊຍ​ແລະ​ໃນ​ໂລກ ​ແຕ່​ດັ່ງ​ທີ່​ທ່ານ Kumar ​ໃຫ້​ຂໍ້​ສັງ​ເກດ​ນັ້ນ​ກໍ​ແມ່ນ​ວ່າ ລາຄາ​ເຂົ້າປາ​ອາຫານ​ທີ່​ຖີບໂຕ​ສູງ​ຂຶ້ນອາດ​ຈະ​ສ້າງ​ຄວາມ​ລໍາບາກ​ຍາກ​ແຄ້ນໃຫ້ແກ່​ຜູ້​ຄົນຈໍານວນ​ຫລາຍ​ ແລະ​ສ້າງ​ບັນຫາ​ຕຶ່ມຂຶ້ນ​ໃຫ້​ແກ່​ພວກ​ລັດຖະບານຂອງ​ປະ​ເທດ​ຕ່າງໆເຊ່ນ​ກັນ.

XS
SM
MD
LG