ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ກໍາລັງຂຸດ ອຸໂມງ ເພື່ອທົດລອງ ລະເບີດນີວເຄລຍ


2013年3月20日在叙利亚阿勒颇举行的一个节庆中,女孩在脸上画上叙利亚革命旗帜的颜色。
2013年3月20日在叙利亚阿勒颇举行的一个节庆中,女孩在脸上画上叙利亚革命旗帜的颜色。

ສື່​ມວນ​ຊົນ​ເກົາຫລີ​ໃຕ້​ລາຍ​ງານຂ່າວໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ເກົາຫລີ​ເໜືອ​ກໍາລັງຂຸດ​ ອຸ​ໂມງ​ໃຕ້​ດິນ​ມາ​ໄດ້​ໄລຍະ​ນຶ່ງ​ແລ້ວ ​ຢູ່ບ່ອນ​ທົດ​ລອງ​ນີວເຄລຍແຫ່ງ​ນຶ່ງ ຊຶ່ງພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ​ວ່າ ມັນ​ອາດສາມາດເປັນ​ການ​ກະກຽມເພື່ອທໍາ​ການ​ທົດ​ລອງນີວ​ເຄລຍອີກ​ຄັ້ງ​ໃໝ່​ ກໍໄດ້.

ອົງການ​ຂ່າວສານ Yonhap ທີ່ອ້າງ​ອິງແຫ​ລ່ງຂ່າວ​ລັດຖະບານ​ແລະ​ທະຫານ​ນັ້ນ ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ເລີ້ມ​ສ້າງ​ອຸ​ໂມງ​ໃຕ້​ດິນ​ຢ່າງ​ນ້ອຍ 2 ​ແຫ່ງ​ທີ່​ເຂດ Punggye-ri ​ໃນ​ແຂວງ Hamgyong ​ເໜືອ​ທາງ​ພາກ​ຕາເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.

ເກົາ​ຫລິີເໜືອ​ໄດ້​ທໍາ​ການ​ທົດລອງຍິງ​ລູກ​ສອນ​ໄຟ​ທີ່​ໃຊ້​ເຊື້ອ​ໄຟພລູ​ໂທ​ນຽມມາ​ແລ້ວ 2 ຄັ້ງ ​ຄື​ເທື່ອ​ນຶ່ງ​ໃນ​ປີ 2006 ​ແລະ​ອີກ​ເທື່ອ​ນຶ່ງ​ໃນ​ປີ 2009 ​ຢູ່​ສະຖານ​ທີ່​ ແຫ່ງ​ນີ້.

ອົງການ​ຂ່າວ Yonhap ອ້າງ​ຄໍາ​ເວົ້າ​ເຈົ້າ​ໜ້ທາ​ທີ່​ຄົນ​ນຶ່ງ​ທີ່​ບໍ່​ແຈ້ງ​ຊື່​ໃຫ້​ຊາບ ທີ່​ກ່າວ​ວ່າ​ ບາງທີ​ ລັດຖະບານ​ກຸງ​ພຽງ​ອາດ​ຈະ​ທໍາ​ການ​ທົດ​ລອງ​ນີວ​ເຄລຍຄັ້ງ​ທີ 3 ກໍ​ເປັນ​ໄດ້ ​ໂດຍ​ຈະ​ໃຊ້​ທາດພລູ​ໂທ​ນຽມທີ່ຍັງ​ເຫລືອນັ້ນ​ ຊຶ່ງ​ກະ​ປະມານ​ກັນ​ວ່າ​ຍັງມີ​ເຫລືອ​ພຽງພໍ​ສໍາລັບ​ເຮັດ​ລະ​ເບີດ​ໄດ້ອີກ​ໃນ​ລະຫວ່າງ 6 ຫາ 8 ລູກ​.

XS
SM
MD
LG