ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນລີເບຍ ຫລາຍຮ້ອຍຄົນ ທໍາການປະທ້ວງ ຕໍ່ຕ້ານລັດຖະບານ


ທ່ານ Moammar Gadhafi ຜູ້ນໍາລີເບຍ.
ທ່ານ Moammar Gadhafi ຜູ້ນໍາລີເບຍ.

ປະຊາຊົນ​ລີ​ເບຍ​ຫລາຍ​ຮ້ອຍ​ຄົນ​ພາກັນ​ທໍາ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນ​ເມືອງ Benghazi ​ເມືອງ​ໃຫຍ່​ທີ່​ສຸດ
ອັນ​ດັບ​ສອງ​ຂອງປະ​ເທດ ​ໂດຍ​ພາກັນ​ໂຮ​ຮ້ອງ​ຄໍາ​ຂວັນ​ຕ່າງໆ ປະນາມ​ພວກ​ຄະນະ​ນໍາພາ​ລີ​ເບຍ​ແລະ​ຕໍ່ສູ້​ກັບ​ພວກ​ຕໍາຫລວດ.

ພວກ​ທີ່ເຫັນ​ເຫດການ​ແລະ​ສື່​ມວນ​ຊົນ​ພາກ​ເອກ​ກະ​ຊົນ​ກ່າວ
ວ່າ ພວກ​ປະ​ທ້ວງ​ໄດ້​ພາກັນ​ໄປ​ໂຮມ​ຊຸມນຸມ​ໃນຕອນ​ແລງ
ວັນ​ອັງຄານ​ວານ​ນີ້ ຈົນ​ມາ​ຮອດ​ເຊົ້າ​ວັນ​ພະຫັດ​ມື້​ນີ້​ຢູ່​ນອກ
ຕຶກ​ອາຄານ​ຫ້ອງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ນຶ່ງ​ໃນ
ເມືອງ Benghazi ຊຶ່ງ​ທໍາ​ອິດ​ໄດ້​ພາກັນ​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ທະນາຍຄວາມ​ທ່ານ​ນຶ່ງ​ທີ່​ເປັນ​ຜູ້​ຕໍາ​ໜິຕິຕຽນ​ລັດຖະບານ​ຢ່າງ​ອອກ​ໜ້າ​ອອກ​ຕາ​ນັ້ນ.

ສື່​ມວນ​ຊົນ​ລີ​ເບຍ ກ່າວ​ວ່າ ທະນາຍ​ຄວາມ​ທ່ານ​ນີ້​ໄດ້​ຖືກ​ປ່ອຍ​ໂຕ​ແລ້ວ ​ແຕ່​ພວກ​ປະ​ທ້ວງ​ເລີ່ມມີຈຳນວນ​ເພີ່ມ​ຂຶ້ນ​ແລະ​ພາກັນໂຮ​ຮ້ອງ​ຄໍາ​ຂວັນ​ຕໍ່ຕ້ານ​ລັດຖະບານ​ຂອງ​ເຂົາ​ເຈົ້າ. ລາຍ​ງານ​ເວົ້າ​ວ່າ ພວກ​ປະ​ທ້ວງ​ບາງ​ຄົນແກ​ວ່ງ​ກ້ອນ​ຫິນ​ໃສ່​ຕໍາຫລວດທີ່​ພະຍາຍາມ​ຂັບ​ໄລ່ໃຫ້​ພວກ​ເຂົາ​ເຈົ້າໃຫ້​ສະຫລາຍ​ໂຕໄປ​ນັ້ນ. ໜັງສືພິມ​ລິ​ເບຍ​ສະບັບ​ນຶ່ງກ່າວ​ວ່າ ປະຊາຊົນ 14
ຄົນ​ໄດ້​ຮັບ​ບາດ​ເຈັບ.

XS
SM
MD
LG