ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກຊາຍຜູ້ນໍາເກົາຫລີເໜືອ ໄປເບິ່ງຄອນເສີດ ທີ່ສິງກະໂປ


ທ່ານກິມຈົງອີລ ຜູ້ນໍາເກົາຫລີເໜືອ.
ທ່ານກິມຈົງອີລ ຜູ້ນໍາເກົາຫລີເໜືອ.


















ພວກ​ຕາ​ໜ່າງ​ໂທລະພາບ​ເອ​ເຊຍ​ພາກັນ​ສາຍ​ພາບ​ວີ​ດີ​ໂອຊາ​ຍຄົນ​ນຶ່ງທີ່​ລະບຸ​ວ່າ​ເປັນ​ລູກ
ຊາຍ​ຄົນທີ​ສອງ​ຂອງ​ທ່ານ​ກິມຈົງ​ອີລ ຜູ້​ນໍາ​ເກົາຫລີເໜືອ​ທີ່​ໄປ​ຮ່ວມ​ງານສະ​ແດງ Concert
ຂອງ Eric Clapton ທີ່​ສິງກະ​ໂປ.

ໃນ​ວັນ​ພຸດ​ມື້​ນີ້ ອົງການ​ຂ່າວຕ່າງໆ​ໄດ້​ອ້າງ​ຄໍາ​ເວົ້າ​ຂອງ​ພວກເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ເກົາຫລີ​ໃຕ້ ທີ່​ຢືນຢັນ​ວ່າ ຊາຍ​ຄົນ​ທີ່ຢູ່​ໃນ​ພາບ​ວີ​ດີໂອ​ນັ້ນ​ ແມ່ນທ້າວ​ Kim Jong Chol ວັຍ 29 ປີ ​ທີ່​ບໍ່ເຄີຍ​ອອກ​ມາ​ປາກົດ​ໂຕ​ໃຫ້​ປະຊາຊົນ​ເຫັນ​ມາໄດ້ 5 ປີ​ແລ້ວ.

ທ້າວ Kim Jong Chol ທີ່​ໄດ້​ຮັບ​ການ​ສຶກສາ​ຈາກ​ປະ​ເທດ Switzerland ແມ່ນ​ໄດ້​ຖືກ​ມອງ​ຂ້າມ​ເຫັນ​ດີ​ໃຫ້​ນ້ອງ​ຊາຍຂອງ​ລາວ​ເປັນ​ຜູ້​ນໍາ​ຄົນ​ຕໍ່​ໄປຂອງ​ເກົາຫລີ​ເໜືອ​ນັ້ນ ໄດ້​ປາກົດ​ໂຕ​ຢູ່​ໃນ​ພາບ​ວີ​ດີ​ໂອ​ ໃສ່​ເສື້ອຍືດ ຄໍມົນຫຼື ​t-shirt ສີ​ດໍາແລະໃນ​ບາງ​ຕອນໃສ່​ແວ່ນຕາ​ກັນ​ແດດດ້ວຍ. ຜູ້ກ່ຽວ​ໄດ້​ຖືກ​ຫ້ອມ​ລ້ອມໂດຍ​ພວກ​ຜູ້​ຊາຍ​ຈໍານວນ​ຫລາຍ​ເຖິງ 20 ຄົນ​ທີ່​ປາກົດ​ວ່າ​ເປັນ​ພວກ​ຜູ້​ອາລັກຂາ​ຫລື​ຮັກສາ​ຄວາມ​ປອດ​ໄພ ​ແລະ​ເປັນ​ພວກ​ທີ່​ພະຍາຍາມ​ກີດ​ກັນ ​ບໍ່ໃຫ້ມີການ​ຖ່າຍ​ພາບ​ນັ້ນ.

ມີ​ລາຍ​ງານ​ວ່າ​ທ້າວ Kim Jong Chol ​ເປັນ​ແຟນເພງຂອງ Eric Clapton ທີ່​ໄດ້​ໄປສະ​ແດງ concert ທີ່​ສິງກະ​ໂປ​ໃນ​ວັນ​ຈັນຜ່ານມາ​ ນີ້. ກ່າວ​ກັນ​ວ່າ ທ້າວ Kim Jong Chol ​ເຄີຍໄປ​ຮ່ວມ​ການສະ​ແດງ concert ຂອງ​ນາຍ Eric Clapton ທີ່​ເຢຍຣະມັນ​ເຊ່ນ​ກັນໃນ​ປີ 2008 ​ແລະ​ໄດ້​ເຊື້ອ​ເຊີນ​ນັກ​ດົນຕີ​ຄົນ​ນີ້​ໄປສະ​ແດງ​ຢູ່​ກຸງ​ພຽງ​ຢ້າງ​ໃນ​ເວລາ​ຕໍ່​ມາ​ນັ້ນ.

XS
SM
MD
LG