ກໍາລັງຮັກສາຄວາມປອດໄພຂອງລີເບຍແລະເຢເມນ ໄດ້ຍິງຜູ້ຄົນຕາຍຕື່ມອີກໃນການຮັບມືກັບພວກປະທ້ວງຕໍ່ຕ້ານລັດຖະບານ ໃນຂະນະດຽວກັນພວກນັກເຄື່ອນໄຫວນິຍົມປະຊາທິປະໄຕໃນ ບາຫ໌ເຣນ ກໍພາກັນໄດ້ກັບຄືນໄປຍັງບໍລິເວນຈະຕຸລັດໃຫຍ່ ຫລັງຈາກພວກກໍາລັງຮັກສາຄວາມປອດໄພຖອນໂຕອອກໄປແລ້ວ.
ພວກທີ່ເຫັນເຫດການແລະລາຍງານສື່ມວນຊົນໃນລີເບຍກ່າວວ່າ ພວກກໍາລັງຮັກສາຄວາມປອດໄພໄດ້ຍິງພວກປະທ້ວງຕາຍໄປ ຢ່າງນ້ອຍ 15 ຄົນໃນເມືອງ Benghazi ເມືອງໃຫຍ່ອັນດັບສອງຂອງລີເບຍໃນວັນເສົາວານນີ້ ໃນຂະນະທີ່ຝູງຊົນໄປເຕົ້າໂຮມກັນເພື່ອເຂົ້າຮ່ວມໃນພິທີສົ່ງສະການພວກນັກເຄື່ອນໄຫວອື່ນໆທີ່ເສຍຊີວິດໄປນັ້ນ. ພວກຊາວເມືອງບາງຄົນກ່າວວ່າ ພວກມືປືນທີ່ດັກຍິງໄດ້ເປີດສາກຍິງໄປໃສ່ພວກໄວ້ທຸກ ຫລັງຈາກເຂົາເຈົ້າພະຍາຍາມບຸກລຸກເຂົ້າໄປໃນອາຄານທະຫານແຫ່ງນຶ່ງ ຊຶ່ງເຂົາເຈົ້າບັນລະຍາຍການຍິງປືນໃສ່ພວກໄວ້ທຸກເຫລົ່ານີ້ ວ່າເປັນການຄາດຕະກໍາໝູ່ປະຊາຊົນ.
ທາງການລີເບຍຍັງໄດ້ຕັດການໃຫ້ບໍລິການທາງ internet ພາຍໃນປະເທດເຊ່ນກັນໃນວັນເສົາວານນີ້ ຊຶ່ງເປັນການກີດກັນບໍ່ໃຫ້ພວກນັກເຄື່ອນໄຫວທາງຄອມພີວເຕີ ໄດ້ໃຊ້ເຄື່ອງມືທີ່ສໍາຄັນອັນນຶ່ງເພື່ອລະດົມພວກປະທ້ວງນັ້ນ. ການປະທ້ວງຕໍ່ຕ້ານລັດຖະບານທີ່ໄດ້ລະເບີດຂຶ້ນໃນສັບປະດາຜ່ານມາ ແມ່ນເປັນການທ້າທາຍທີ່ບໍເຄີຍມີມາກ່ອນ ຕໍ່ການຄອງອໍານາດມາເປັນເວລາ 4 ທົດສະວັດຂອງທ່ານ Moammar Gadhafi ຜູ້ນໍາລີເບຍນັ້ນ.
ທີ່ເຢເມນ ເຈົ້າໜ້າທີ່ກ່າວວ່າ ຕໍາຫລວດໄດ້ເປີດສາກຍິງໃສ່ພວກນັກເຄື່ອນໄຫວຝ່າຍຄ້ານທີ່ທໍາການເດີນຂະບວນປະທ້ວງປະຈໍາວັນຂອງເຂົາເຈົ້າ ຈາກມະຫາວິທະຍາໄລ Sana’a ໄປຫາໃຈກາງເມືອງ ຊຶ່ງໄດ້ເຮັດໃຫ້ຜູ້ປະທ້ວງຢ່າງນ້ອຍຄົນນຶ່ງເສຍຊີວິດ. ພວກສະໜັບ ສະໜຸນປະທາທນາທິບໍດີ Ali Abdullah Saleh ທີ່ພາກັນຖືກໄມ້ຄ້ອນແລະມີດພ້າ
ກໍໄດ້ທໍາການໂຈມຕີພວກປະທ້ວງເຊ່ນກັນ ທີ່ພາກັນຕອບໂຕ້ດ້ວຍການແກວ່ງກ້ອນຫິນໃສ່ຄືນ. ການປະທະໜ້າກັນໃນທໍ່ານອງນີ້ ໄດ້ເກີດຂຶ້ນໃນນະຄອນຫລວງ Sana’a ເປັນເວລາ 10 ມື້ມາແລ້ວ.
ທີ່ ບາຫຸເຣນ ພວກປະທ້ວງຝ່າຍຄ້ານທີ່ມີຄວາມດີອົກດີໃຈແລະຕື່ນເຕັ້ນຫລາຍພັນ ຄົນພາກັນກັບຄືນໄປຍັງຈຸຕຸລັດ Pearl ໃນນະຄອນຫລວງ Manama ໃນວັນເສົາວານນີ້ ໂດຍພາກັນປຸກຄ້າຍຕູບຜ້າໃບຂຶ້ນ ຫລັງຈາກພວກປົກຄອງປະເທດຊົນກຸ່ມນ້ອຍນິກາຍຊຸນນີ ສັ່ງໃຫ້ຕໍາຫລວດແລະທະຫານຖອນໂຕອອກໄປຈາກຈະຕຸລັດນັ້ນ. ນອກນີ້ ລາດຊະວົງ al-Khalifa ທີ່ຄອງອໍານາດໃນບາຫ໌ເຣນ ໃນປັດຈຸບັນຍັງໄດ້ສະເໜີໃຫ້ເປີດການໂອ້ລົມສົນທະນາກັນກັບພວກຜູ້ນໍາຝ່າຍຄ້ານນິກາຍ Shi'ite ຊຶ່ງເປັນຊົນກຸ່ມໃຫຍ່ໃນປະເທດ ຊຶ່ງໄດ້ຮຽກຮ້ອງໃຫ້ທໍາການປະຕິຮູບໄປສູ່ລະບອບປະຊາທິປະໄຕ ເພື່ອຕັດອໍານາດຂອງຄະນະນໍາພາໃນລະບອບລາຊາທິປະໄຕ ພາຍໃຕ້ລັດຖະທໍາມະນູນໃນການແຕ່ງຕັ້ງບຸກຄົນເຂົ້າຮັບຕໍາແໜ່ງຕ່າງໆໃນລັດຖະບານນັ້ນ.