ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາອີຣ່ານ ຮຽກຮ້ອງໃຫ້ ປະຫານຊີວິດ ພວກຜູ້ນໍາຝ່າຍຄ້ານ


ພວກປະທ້ວງຕໍ່ຕ້ານລັດຖະບານ ເອົາໄຟຈູດກະຖັງຂີ້ເຫຍື້ອ ໃນກຸງເຕຮະຣ່ານ ໃນວັນທີ 14 ກຸມພາ 2011.
ພວກປະທ້ວງຕໍ່ຕ້ານລັດຖະບານ ເອົາໄຟຈູດກະຖັງຂີ້ເຫຍື້ອ ໃນກຸງເຕຮະຣ່ານ ໃນວັນທີ 14 ກຸມພາ 2011.


















ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ອິຣ່ານ ​ຮຽກຮ້ອງ​ໃຫ້​ລົງ​ໂທດ​ປະຫານ​ຊີວິດ​ພວກ​ຜູ້​ນໍາ​ຝ່າຍ​ຄ້ານ​ ໃນ​ຂໍ້​ຫາ​ຈັດ​ແຈງ​ການ​ໂຮມ​ຊຸມນຸມ​ຕໍ່ຕ້ານ​ລັດຖະບານ​ຂຶ້ນ​ໃນ​ຫລາຍ​ຫົວ​ເມືອງ​ຂອງ​ອິຣ່ານ​ ໃນ​ວັນ​ຈັນ​ວານ​ນີ້.

ພວກ​ຜູ້​ແທນ​ນິຍົມ​ແນວທາງ​ເດີມ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ພວກ​ຜູ້​ນໍາຝ່າຍ​ຄ້ານ ຄື ທ່ານ Mir Hossein Mousavi ​ແລະ ທ່ານ Mehdi Karroubi ນັ້ນ​ ຄວນ​ຈະ​ຖືກ​ດໍາ​ເນີນ​ຄະດີ​ ​ໃນ​ຖານປຸກ​ປັ່ນ​ໃຫ້​ກໍ່​ກະບົດ​ ອັນ​ເປັນ​ຄວາມ​ຜິດ​ທີ່​ເຖິງ​ໂທດຂັ້ນ​ປະຫານຊີວິດ​ນັ້ນ. ນັກ​ເຄື່ອນ​ໄຫວ​ຫົວ ​ປະຕິ​ຮູບ 2 ທ່ານ​ນີ້​ ໄດ້​ຮຽກຮ້ອງ​ໃຫ້​ທໍາ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຂຶ້ນ​ໃນ​ກຸງ​ເຕຮະຣ່ານ​ແລະ​ເມືອງອື່ນໆ​ ​ເພື່ອ​ສະ​ແດງ​ຄວາມ​ເປັນ​ເອກະ​ພາບ​ກັບ​ການ​ລຸກ​ຮື້ຂຶ້ນ​ເມື່ອ​ໄວໆ​ມາ​ນີ້​ ​ຕໍ່ຕ້ານ​ພວກ​ລັດຖະບານ​ຜະເດັດ​ການ​ຕ່າງໆໃນ​ໂລກອາຫຣັບ​ນັ້ນ.

Website ຂອງ​ທ່ານ Mousavi ກ່າວ​ວ່າ ​ຕົນ​ມີ​ລາຍ​ງານ​ຂ່າວ​ທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ​ ທີ່​ວ່າພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້ຈັບ​ກຸມ​ຜູ້​ຄົນ​ຫລາຍ​ຮ້ອຍ​ຄົນ​ໃນລະຫວ່າງ​ການ​ເດີນ​ປະ​ທ້ວງ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ​ໄດ້ດຶງ​ດູດ​ເອົາ​ພວກ​ນັກ​ເຄື່ອນໄຫວ​ຫລາຍ​ພັນ​ຄົນ ມາ​ຮ່ວມປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ນະຄອນຫລວງ​ຂອງ​ປະ​ເທດ ​ໃນການ ຝ່າຝືນຕໍ່​ຄໍາສັ່ງ​ຫ້າມ​ຂອງ​ລັດຖະບານ​ນັ້ນ.
ທ່ານ Ahmad Reza Radan ຮອງ​ຫົວໜ້າ​ຕໍາຫລວດ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸມ​ພວກ​ປະ​ທ້ວງ ​ແຕ່​ບໍ່​ບອກ​ວ່າຈັກ​ຄົນ​. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ ກຸ່ມ​ຝ່າຍ​ຄ້ານ​ທີ່​ຖືກ​ຫ້າມ​ກຸ່ມ​ນຶ່ງ​ໄດ້​ເຂົ້າ​ຮ່ວມ​ໃນ​ການຊຸມນຸມ​ປະ​ທ້ວງ ​ແລະ​ໄດ້​ເປີດ​ສາກ​ຍິງ​ປືນ​ໃສ່​ຕໍາຫລວດ ​ເຮັດ​ໃຫ້​ຜູ້​ຄົນ​ຢືນ​ເບິ່ງ​ເຫດການ​ຄົນ​ນຶ່ງ​ເສຍ​ຊີວິດ​ ແລະ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ 9 ຄົນ​ໄດ້​ຮັບ​ບາດ​ເຈັບ. ບໍ່​ມີ​ການຢືນຢັນ​ຈາກ​ແຫ​ລ່ງຂ່າວ​ອື່ນທີ່​ເປັນ​ອິດສະລະ ກ່ຽວ​ກັບ​ເຫດການ​ດັ່ງກ່າວ. ​
ພວກ​ທີ່​ເຫັນ​ການ​ປະ​ທ້ວງ​ກ່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍິງ​ແກ​ສນໍ້າຕາ​ແລະ​ປືນ​ສີດ​ນໍ້າ​ສີ ​ເພື່ອ​ຂັບ​ໄລ່​ພວກ​ປະ​ທ້ວງ​ໃຫ້​ແຕກ​ໜີ​ໄປ​. ​ພວກ​ປະ​ທ້ວງ​ບາງ​ຄົນ​ພາກັນ​ຮ້ອງ​ໂຮ​ຄໍາ​ຂັວນຕ່າງໆ​ ທີ່ສົມ​ທຽບ​ພວກ​ຜູ້​ນໍາ​ອິຣ່ານ​ໃສ່​ພວກ​ຜູ້​ນໍາ​ຜະ​ເດັດ​ການ​ຊາວ​ອາຫຣັບ ທີ່​ຖືກ​ໂຄ່ນ​ລົ້ມ​ຈາກ​ຕໍາ​ແໜ່​ງໂດຍ​ການ​ລຸກ​ຮື້​ຂຶ້ນ​ຂອງ​ປະຊາ​ຊົນ​ ໃນ​ອີ​ຈິບ​ແລະ​ຕູ​ນີ​ເຊຍ​ນັ້ນ.

ທ່ານ Ali Larijani ປະທານ​ສະພາ​ແຫ່ງ​ຊາດ​ຂອງ​ອິຣ່ານກ່າວ​ຫາ​ສະຫະລັດ​ອະ​ເມຣິກາ​ແລະ​ພວກ​ພັນທະ​ມິດ​ຂອງ​ສະຫະລັດ​ວ່າ ໃຊ້​ຂະ​ບວນການ​ຝ່າຍ​ຄ້ານ​ຂອງ​ອິຣ່ານ ​ເປັນ​ເຄື່ອງມື​ເພື່ອ​ຍຸຍົງ​ສົ່ງ​ເສີມ​ໃຫ້​ກໍ່ຄວາມ​ວຸ້ນວາຍ​ຂຶ້ນ​.

XS
SM
MD
LG