ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກສະພາສູງສະຫະລັດ ສະເໜີໃຫ້ໂຈະ ການຊ່ອຍເຫລືອ ດ້ານອາຫານ ແກ່ເກົາຫລີເໜືອໄວ້


ທ່ານ Robert King ທູດພິເສດສະຫະລັດກ່ຽວກັບສິດທິມະນຸດ
ໃນເກົາຫລີເໜືອກ່າວຕໍ່ນັກຂ່າວກ່ຽວກັບການຂາດແຄນອາຫານໃນເກົາຫລີ
ເໜືອ ວັນທີ 8 ກຸມພາ 2011
ທ່ານ Robert King ທູດພິເສດສະຫະລັດກ່ຽວກັບສິດທິມະນຸດ ໃນເກົາຫລີເໜືອກ່າວຕໍ່ນັກຂ່າວກ່ຽວກັບການຂາດແຄນອາຫານໃນເກົາຫລີ ເໜືອ ວັນທີ 8 ກຸມພາ 2011



















ສະມາຊິກ​ສະພາ​ສູງ​ຊັ້ນ​ນໍາ​ຂອງ​ສະຫະລັດ​ທ່ານ​ນຶ່ງ​ ກ່າວ​ຕໍ່​ລັດຖະບານ​ທ່ານ​ໂອ​ບາ​ມາ​ວ່າ ສະຫະລັດ​ບໍ່​ຄວນ​ຈະ​ສົ່ງເຂົ້າປາ​ອາຫານໄປ​ຊ່ອຍ​ເກົາຫລີ​ເໜືອ​ຕື່ມ​ອີກ​ ນອກຈາກ​ວ່າ​ຈະ​ມີ​ການ ຈັດ​ຕັ້ງ​ຄະນະ​ຕິດຕາມ​ເບິ່ງການຊ່ອຍ​ເຫລືອນີ້​ເສຍ​ກ່ອນ ​ເພື່ອ​ຮັບປະກັນ​ວ່າການ​ຊ່ອຍ​ເຫລືອ ​ໄປ​ຮອດ​ໄປ​ເຖິງ​ມື​ພວກ​ທີ່​ຕ້ອງການ​ເຂົ້າປາ​ອາຫານ​ນີ້​ແທ້ໆ​ນັ້ນ.

ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ Richard Lugar ຜູ້​ນໍາ​ພັກ Republican ​ໃນ
ຄະນະ​ກໍາມາ​ທິການ​ດ້ານ​ຄວາມ​ສໍາພັນ​ຕ່າງປະ​ເທດ ​ໄດ້ຖະ​ແຫລ​ງ​ເຊ່ນ​ນັ້ນໃນ​ວັນ​ຈັນ​ວານ​ນີ້
ໃນ​ຂະນະ​ທີ່ເຈົ້າໜ້າ​ທີ່​ສະຫະ​ປະຊາ​ຊາດ​ຈໍານວນ​ນຶ່ງກໍາລັງ​ຢູ່​ໃນ​ເກົາຫລີ​ເໜືອ ເພື່ອ​ຊັ່ງຊາ​ຕີ​ລາ
ຄາ​ ເບິ່ງ​ຄວາມ​ຕ້ອງການ​ຂອງ​ເກົາຫລີ​ເໜືອ ​ຫລັງ​ຈາກໄດ້ປະ​ເຊີນ​ກັບ​ລະດູ​ໜາວ​ທີ່​ໜາວ​ຜິດ
ປົກກະຕິ​ນັ້ນ. ​ໂຄສົກ​ຍິງ​ປະ​ຈໍາອົງ​ການ​ອາຫານ​ໂລກຂອງ​ສະຫະ​ປະຊາ​ຊາດ​ກ່າ​ວຕໍ່ອົງການ
ຂ່າວ AP ທີ່​ນະຄອນ​ນີວຢອກ​ວ່າ ສະຫະ​ປະຊາ​ຊາດ​ວາງ​ແຜນ​ຈະໃຫ້ການ​ຊ່ອຍ​ເຫລືອ​ເຂົ້າ
ປາ​ອາຫານ ຕື່ມ​ອີກ 3 ​ແສນ​ໂຕນ​ ແກ່​ເກົາຫລີ​ເໜືອ.

ສະຫະລັດ​ບໍ່​ໄດ້​ບອກ​ໃຫ້​ຮູ້​ວ່າ​ຕົນ​ຈະ​ບໍລິຈາກ​ຊ່ວຍ​ຫລາຍເທົ່າ​ໃດ ​ໃນແຜນການ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ ​ແຕ່​ລາຍ​ງານ​ຂ່າວ​ເວົ້າ​ວ່າ ທາງ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ ກໍາລັງ​ພິຈະ​ລະນາ​ເລື້ອງ​ນີ້​ຢູ່.

XS
SM
MD
LG