ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະທະຫານອີຈິບ ຮຽກຮ້ອງໃຫ້ຍຸດຕິ ການນັດຢຸດງານໃນທົ່ວປະເທດ


ພວກພະນັກງານຂົນສົ່ງ ທໍາການປະທ້ວງຂໍຂຶ້ນເງິນເດືອນ ຢູ່ຕໍ່ໜ້າຕຶກສະຖານີໂທລະພາບແຫ່ງຊາດ ໃນກຸງໄຄໂຣວັນທີ 14,
ກຸມພາ 2011
ພວກພະນັກງານຂົນສົ່ງ ທໍາການປະທ້ວງຂໍຂຶ້ນເງິນເດືອນ ຢູ່ຕໍ່ໜ້າຕຶກສະຖານີໂທລະພາບແຫ່ງຊາດ ໃນກຸງໄຄໂຣວັນທີ 14, ກຸມພາ 2011

ຄະນະ​ປົກຄອງ​ທະຫານ​ໃໝ່​ຂອງ​ອີ​ຈິບ​ໄດ້​ຮຽກຮ້ອງ​ໃຫ້​ຍຸດຕິ​ການ​ນັດ​ຢຸດ​ງານ​ຕິດ​ຕໍ່​ກັນ​ມາ​ ທີ່ໄດ້​ເກີດ​ຂຶ້ນ​ໃນ​ທົ່ວປະ​ເທດ​ລຸນຫລັງການ​ປະຕິວັດ ​ໃນ​ຂະນະ​ດຽວ​ກັນ ​ກໍ​ໃຫ້​ສັນຍານ​ຫລື​ຮ່ອງຮອຍ​ເຖິ​ງ​ເຈດຕະນາ​ຂອງພວກ​ເຂົາ​ເຈົ້າ​ທີ່​ຈະ​ແບ່ງປັນ​ອໍານາດ​ກັບ​ພວກ​ພົນລະ​ເຮືອນ ​ແລະ​ດັດ​ແກ້ກົດໝາຍ​ລັດຖະທໍາ​ມະນູນ​ ໂດຍ​ການ​ລົງ​ປະຊາ​ມະຕິ​ຂອງ​ປະຊາຊົນ.

ສະພາ​ປົກຄອງ​ທະຫານ​ສູງ​ສຸດ​ອອກ​ຖະ​ແຫລ​ງການ​ສະບັບ
ນຶ່ງ​ໃນ​ວັນ​ຈັນວານ​ນີ້ ຮຽກຮ້ອງ​ໃຫ້​ພວກ​ຜູ້​ນໍາ​ພວກ​ແຮງ​ງານ
ໃຫ້​ພາກັນ​ຍຸດຕິ​ການ​ກໍ່​ຄວາມ​ວຸ້ນວາຍ​ຂຶ້ນ ​ໂດຍ​ເຕືອນ​ວ່າ ການ​ນັດ​ຢຸດ​ງານ​ຈະ​ເປັນ​ໄພ​ຂົ່ມຂູ່​ຕໍ່​ການ​ຟື້ນ​ຟູ​ເສດຖະກິດ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ຫລັງ​ຈາກ​ໄດ້​ປະ​ເຊີນ​ກັບ​ການ​ປະ​ທ້ວງ​ເປັນ​ເວລາ 2 ສັບປະດາ​ ທີ່​ໄດ້​ເຮັດ​ໃຫ້​ປະ​ເທດ​ຕົກ​ຢູ່​ໃນ​ສະພາວະ​ເປັນ​ອໍາມະພາດ​ໄປນັ້ນ.

ແຕ່​ສະພາ​ປົກ​ຄອງ​ທະຫານ​ບໍ່​ໄດ້ເຖິງກັບປະກາດ​ຫ້າມ​ທໍາ​ການ​ນັດຢຸດ​ງານ​ແລະ​ການ​ເພື່ອນ​ໄຫວ​ປະ​ທ້ວງ​ອື່ນໆ ​ໃນ​ຂະນະ​ທີ່ພະຍາຍາມ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ພວກ​ຜູ້​ນໍາ​ຝ່າຍ​ຄ້ານວ່າຕົນ​ມີ​ຄວາມ​ໝັ້ນ​ໝາຍ​ຢ່າງ​ແທ້​ຈິງ​ທີ່​ຈະ​ຫັນປ່ຽນ​ປະ​ເທດ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ນັ້ນ.

ໃນ​ບັນດາ​ພວກ​ກຸ່ມ​ທີ່ມີ​ຊື່ສຽງ ​ທີ່​ໄດ້​ເຂົ້າ​ປະກອບສ່ວນ​ໂດຍ​ເຕັມ​ຫລື​ເປັນ​ພາກສ່ວນ​ ໃນ​ການ​ນັດ​ຢຸດ​ງານ​ໃນ​ທົ່ວ​ອີ​ຈິບ​ນັ້ນ ​ແມ່ນ​ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ພວກ​ແຮງ​ງານ​ແຜ່ນ​ແພ ພວກ​ແຮງ​ງານ​ຜະລິດ​ຊີມັງ ແລະ ​ພວກ​ພະນັກງານທະນາຄານ​ລັດ ແລະ​ພະນັກງານເທດສະບານ ພວກ​ແຮງ​ງານບໍ່​ນໍ້າມັນ​ແລະ​ແກ​ສທໍາ​ມະ​ຊາດ ​ແລະ​ພວກ​ຄົນ​ຂັບ​ລົດ​ເມ​. ພວກ​ແຮງ​ງານ​ເຫລົ່າ​ນີ້​ພາ​ກັນ​ອ້າງເຖິງ​ຄວາມ​ຮ້ອງທຸກ​ຕ່າງໆ ຮວມທັງ​ການ​ສໍ້​ລາດ​ບັງ​ຫລວງ​ ແລະ​ຮຽກຮ້ອງ ຂໍ​ຂຶ້ນ​ເງິນ​ເດືອນ.

XS
SM
MD
LG