ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນບາຫ໌ເຣນ ທໍາການປະທ້ວງ ເປັນມື້ທີ 3


ພວກປະທ້ວງບາຫ໌ເຣນ ໂບກທຸງຊາດ ທີ່ຈະຕຸລັດ Pearl ໃນນະຄອນຫລວງ ປານາມາ ວັທີ 15 ກຸມພາ 2011.
ພວກປະທ້ວງບາຫ໌ເຣນ ໂບກທຸງຊາດ ທີ່ຈະຕຸລັດ Pearl ໃນນະຄອນຫລວງ ປານາມາ ວັທີ 15 ກຸມພາ 2011.

ປະຊາຊົນ ບາຫ໌​ເຣນ ຈໍານວນ​ຫລາຍ​ພັນ​ຄົນ​ພາກັນ​ເດີນ​ຂະ​
ບວນຕໍ່ຕ້ານ​ລັດຖະບານ​ເປັນ​ມື້​ທີ​ 3 ​ລຽນຕິດ​ໃນ​ນະຄອນ
ຫລວງ Manama ບ່ອນ​ທີ່​ພວກ​ປະ​ທ້ວງ​ຫລາຍ​ຄົນ​ໄດ້​ໄປ​
ຮ່ວມ​ພິທີ​ສົ່ງສະການພວກ​ປະ​ທ້ວງ​ຄົນທີ​ສອງ​ທີ່​ຖືກ​ຕໍາ
ຫລວດຍິງ​ຕາຍ​ໃນ​ມື້ກ່ອນ​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ຢ່າງ​ນ້ອຍຈໍານວນ 2 ພັນ​ຄົນ​ຊຶ່ງ​ສ່ວນ
ຫລາຍ​ເປັນຊາວ Shi’ite ​ໄດ້​ເຂົ້າ​ຍຶດຄອງ​ຈະ​ຕຸລັດ Pearl
ໃນ​ນະຄອນຫລວງ Manama ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ
ຈັດ​ຕັ້ງ​ຄ້າຍ​ຕູບ​ຜ້າ​ໃບ​ຂຶ້ນໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ໄດ້​ພາກັນ​ຄ້າງ​ຄືນທໍາ​ອິດ​ຢູ່ກາງ​ແຈ້ງ. ບ່ອນ​ປະ​ທ້ວງດັ່ງກ່າວ
ນີ້ແມ່ນ​ສະທ້ອນໃຫ້ເຫັນເຖິງ​ການ​ຄວບຄຸມຈະຕຸ​ລັດ Tahrir ​ໃນ​ກຸງ​ໄຄ​ໂຣ ຂອງ​ພວກ​ນັກ
ເຄື່ອນໄຫວ​ອີ​ຈິບ ທີ່​ໄດ້​ຂັບ​ໄລ່​ປະທານາທິບໍດີ​ປະ​ເທດຂອງ​ເຂົາ​ເຈົ້າ​ໃຫ້ລາ​ອອກ​ຈາກ​ຕໍາ
ແໜ່​ງ​ໄປ​ໃນ​ສັບປະດາ​ຜ່ານ​ມາ​ ຫລັງ​ຈາກ​ທໍາ​ການ​ລຸກ​ຮືຂຶ້ນ​ເປັນ​ເວລາ 18 ມື້.

ພວກ​ປະ​ທ້ວງ Bahrain ​ໄດ້​ໄປ​ຮ່ວມ​ຂະ​ບວນ​ແຫ່​ສົບ​ ຊາຍ​ຖື​ສາສະ ໜາອິສລາມນິກາຍ Shi’ite ຄົນ​ນຶ່ງ​ທີ່​ຖືກ​ຕໍາຫລວດ​ຍິງ​ຕາຍ​ໃນ​ວັນ​ອັງຄານ​ວານ​ນີ້ ​ເວລາ​ພວກ​ໄວ້ທຸກພາກັນ​ໄປ​ໂຮມ​ຊຸມນຸມ​ໃນ​ນະຄອນຫລວງ Manama ​ໃນ​ພິທີ​ສົ່ງສະການ​ຜູ້​ປະ​ທ້ວງ​ນິກາຍ Shi’ite ອີກ​ຄົນ​ນຶ່ງ​ທີ່​ໄດ້​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ກັບ​ພວກ​ຕໍາຫລວດ​ໃນ​ມື້ກ່ອນ​ນັ້ນ.

ພວກ​ປະ​ທ້ວງ​ຫລາຍ​ຄົນ​ທີ່ຈະຕຸ​ລັດ Pearl ກັນ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ພາກັນ​ຢູ່​ທີ່​ນັ້ນ​ຕໍ່​ໄປ
ຈົນ​ກວ່າ​ເຂົາ​ເຈົ້າ​ບັນລຸ​ເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າ. ພວກ​ປະ​ທ້ວງ​ບາງ​ຄົນ​ພາກັນ​ຮຽກຮ້ອງ​ໃຫ້​ຂັບ​
ໄລ່​ລາດ​ຊະ​ວົງ Sunni ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍທີ່​ຄອງ​ອໍານາດ​ໃນ​ປະ​ເທດ​ເກາະດອນ​ໃນອ່າວ​ເປີ
ເຊຍແຫ່ງ​ນີ້ ​ໃນ​ຂະນະ​ດຽວ​ກັນ​ພວກປະທ້ວງອີກຈຳນວນນຶ່ງກໍພາກັນຮຽກຮ້ອງ​ໃຫ້​ນາຍົກລັດ
ຖະມຸນຕີ Sheik Khalifa bin Salman Al Khalifa ທີ່ຄອງ​ອໍານາດ​ມາ​ເປັນ​ເວລາ​ດົນ​
ນານນັ້ນ​ ລາ​ອອກ​ຈາກ​ຕໍາແໜ່​ງ.

ກະສັດ Hamad bin Isa al-Khalifa ​ແຫ່ງ Bahrain ​ໄດ້​ຊົງ​ໃຫ້ພະລາດຊະໂອວາດ​ທາງ​ໂທລະພາບ​ທີ່​ບໍ່​ສູ້​ມີ​ມາ​ກ່ອນ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ສະ​ແດງ​ຄວາມເສົ້າໂສກພະໄທ​ນໍາ​ການ​ເສຍ​ຊີວິດ​ໄປ​ຂອງ​ພວກ​ປະ​ທ້ວງຊາວ Shi’ite 2 ຄົນ​ນັ້ນ ​ແລະ​ຊົງ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ທໍາ​ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ເຫດການ​ທີ່​ວ່າ​ນີ້. ນອກ​ນັ້ນ​ພະ​ອົງ​ຍັງ​ຊົງ​ໃຫ້​ຄໍາ​ໝັ້ນ​ສັນຍາ​ເຊ່ນ​ກັນ​ທີ່​ຈະ​ສືບຕໍ່ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຕ່າງໆຕໍ່​ໄປຊຶ່ງ​ພະ​ອົງ​ໄດ້ຊົງ​ລິ​ເລີ້ມ​ດ້ວຍ​ການ​ລົງ​ປະຊາ​ມະຕິ​ໃນ​ປີ 2001 ຊຶ່ງ​ໄດ້​ມີການຟື້ນຟູ​ລັດຖະສະພາ​ ໃນ​ປີ​ຕໍ່​ມາ​ນັ້ນ.

XS
SM
MD
LG