ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຖືເບົາການປະທ້ວງ ຢ່າງກະຈັດກະຈາຍ ໃນວັນອາທິດວານນີ້


ຕໍາຫລວດຈີນບອກໃຫ້ພວກປະທ້ວງໜີອອກຈາກ ບ່ອນທີ່ເຂົາເຈົ້າໄປໂຮມຂຸມນຸມກັນ ຢູ່ຕໍ່ໜ້າໂຮງສາຍ ຮູບເງົາແຫ່ງນຶ່ງ ໃນນະຄອນຊຽງໄຮ້, ວັນອາທິດ ທີ 20 ກຸມພາ 2011. (AP Photo/Eugene Hoshiko)
ຕໍາຫລວດຈີນບອກໃຫ້ພວກປະທ້ວງໜີອອກຈາກ ບ່ອນທີ່ເຂົາເຈົ້າໄປໂຮມຂຸມນຸມກັນ ຢູ່ຕໍ່ໜ້າໂຮງສາຍ ຮູບເງົາແຫ່ງນຶ່ງ ໃນນະຄອນຊຽງໄຮ້, ວັນອາທິດ ທີ 20 ກຸມພາ 2011. (AP Photo/Eugene Hoshiko)

ບັນດາສື່ແຫ່ງ​ລັດ​ຂອງ​ຈີນ​ພາກັນຖື​ເບົາ​ ການ​ປະ​ທ້ວງ​ທີ່ມີ​ຂຶ້ນ​
ຢ່າງກະຈັດກະຈາຍ​ ​ໃນ​ຫລາຍ​ກວ່າສິບ​ຫົວ​ເມືອງ​ໃນ​ຈີນ ​
ໂດຍ​ສົມ​ທຽບ​ພວກ​ປະ​ທ້ວງ​ໃສ່​ກັບພວກ​ຄົນ​ຂໍທານຢູ່​ຕາມ​
ຖະໜົນ​ຫົນທາງ ​ແລະ​ຢືນ​ຢັດ​ວ່າ ປະຊາ​ຊົນ​ໃຫ້ການສະໜັບ
ສະໜຸນຕໍ່ການ​ເອົາ​ມາດ​ຕະການ​ຢ່າງ​ແຂງ​ແຮງຕໍ່ບຸກຄົນ​ໃດ​
ກໍ​ຕາມ ​ທີ່​ພະຍາຍາ​ມຈະປຸກ​ປັ່ນໃຫ້​ມີ​ການ​ລຸກ​ຮື​ຂຶ້ນ ຄືກັນ
ກັບ​ທີ່​ກໍ​າລັງ​ລຸກລາມ​ໄປ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ.

ໃນ​ບົດ​ວິຈານ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ມື້​ນີ້ ໜັງສືພິມ Global Times ຊຶ່ງເປັນ​ໜັງສືພິມ​ທີ່ພັກ​ຄອມ​ມີ​ວນິດ​ຄວບ​ຄຸມ​ ກ່າວ​ວ່າ ການ​ປະ​ທ້ວງ​ໃນ​ວັນ​ອາທິດ​ວານ​ນີ້​ທີ່ກຸງ​ປັກ​ກິ​ງ ນະຄອນ
ຊຽງ​ໄຮ້ ​ແລະ​ອີກ 11 ຫົວ​ເມືອງນັ້ນ ເປັນ​ພຽງ​ສິນລະປະ
ດ້ານການສະ​ແດງ​ເທົ່າ​ນັ້ນ ​ແລະ​ໂຕ້​ແຍ້​ງວ່າລັດຖະບານໄດ້
ຮັບການ​ສະໜັບສະໜຸນ​ຢ່າງ​ກວ້າງຂວາງ​ຈາກປະຊາຊົນ.

ແຕ່​ກໍປາກົດ​ວ່າ ທາງ​ການບໍ່ຄ່ອຍ​ແນ່​ໃຈ​ປານ​ໃດ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍໄດ້ລະດົມ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຫລາຍໝື່ນ​ຄົນ​ໄປ​ປະ​ຈໍາ​ການ​ຢູ່​ຕາມສະຖານ​ທີ່ປະ​ທ້ວງ​ແຫ່ງ​ຕ່າງໆ ທີ່​ມີ​ການ​ບອກ​ໃຫ້​ຮູ້​ຜ່ານ​ຂໍ້​ຄວາມ​ທາງ​ຄອມ​ພີ​ວ​ເຕີ​ທີ່​ມີ​ຄົນນໍາ​ອອກ​ເຜີຍ​ແຜ່​ຢ່າງ​ລຶກລັບນັ້ນ. ບັນດາ​ກຸ່ມສົ່ງ​ເສີມ​ສິດທິ​ມະນຸດກ່າວ​ວ່າ ຢ່າງ​ນ້ອຍ​ພວກ​ນັກ​ເຄື່​ອນ​ໄຫວ​ທີ່​ມີ​ຊື່​ສຽງ​ແລະ​ພວກ​ຄັດຄ້ານ​ລັດຖະບານ​ຈໍານວນ 80 ຄົນ​ໄດ້​ຖືກ​ຈັບ​ກຸມ​ ຫລື​ບໍ່​ກໍ​ຖືກ​ກັກ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ ກ່ອນ​ການ​ປະ​ທ້ວງ​ທີ່​ເອີ້ນ​ວ່າ “ການ​ປະຕິວັດ​ດອກ​ມະລິ” ຫລື Jasmine Revolution ນັ້ນ.

ຈໍານວນ​ພວກ​ຜູ້​ຄົນ​ທີ່​ໄປ​ຮ່ວມ​ການ​ປະ​ທ້ວງຢູ່​ໃນ​ແຕ່ລະ​ບ່ອນ ​ແມ່ນມີຕັ້ງ​ແຕ່​ຫລາຍສິບຄົນ ໄປຫາ 200-300 ຄົນ​ ພ້ອມ​ກັບ​ພວກ​ທີ່​ໄປ​ເບິ່ງ​ໃນ​ຈໍານວນ​ເກືອບ​ເທົ່າໆ​ກັນ. ພວກ​ປະທ້ວງ
ພາກັນທໍາ​ການຮ້ອງໂຮຄໍາ​ຮຽກຮ້ອງ​ ຂໍ​ບ່ອນ​ພັກ​ພາ​ອາ​ໄສ ຄວາມ​ຍຸຕິ​ທໍາ ​ເສລີພາບ​ແລະປະ
ຊາທິປະ​ໄຕ. ຢ່າງ​ນ້ອຍ​ມີ 2 ຄົນ​ ​ຖືກຈັບ​ໃນ​ກຸງ​ປັກ​ກິ​ງ​ ແລະ​ອີກ ​3 ຄົນໃນນະຄອນຊຽງ​ໄຮ້.

XS
SM
MD
LG