ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ສະຫລອງວັນເກີດ ຜູ້ນໍາ ກິມຈົງອີລ


ທ່ານກິມຈົງອີລ ຜູ້ນໍາເກົາຫລິເໜືອ
ທ່ານກິມຈົງອີລ ຜູ້ນໍາເກົາຫລິເໜືອ






ຊາວ​ເກົາຫລີ​ທີ່​ລີ້ໄພ​ໃນ​ຕ່າງປະ​ເທດ​ແລະ​ບັນດາ​ນັກວິ​ເຄາະ​ຂ່າວ ພາກັນ ກ່າວ​ວ່າ ບຸ​ນປະ​ຈໍາປີທີ່​ພົວພັນ​ກັບ​ການສະຫລອງ​ວັນ​ຄ້າຍ​ວັນເກີດ​ຂອງ​ທ່ານ​ກິມຈົງ​ອິລ ຜູ້ນໍາ​ເກົາຫລີເໜືອ ​ໃນ​ວັນ​ພຸດ​ມື້​ນີ້ ອາດ​ໄດ້​ຖືກ​ຕັດ​ລົງຍ້ອນ​ການ​ຂາດ​ເຂີນ​ຢ່າງແຜ່ຫລາຍ​ໃນ​ຫລາຍໆ​ດ້ານ​ໃນ​ປີ​ນີ້.

ກໍ​ຄື​ຕາມ​ປົກກະຕິ​ທີ່​ເຄີຍ​ປະຕິບັດ​ມາ​ນັ້ນ ລັດຖະບານ​ໄດ້​ວາງ​ແຜນຈັດການ​ສະ​ແດງ​ສິນລະປະ​ຫລາຍໆ​ຢ່າງ ການ​ສາຍຮູບ​ເງົາ ​ການສະ​ແດງ​ລອຍ​ນໍ້າ​ສອດ​ຄ້ອງ​ກັນໃນ​ຮູບແບບຕ່າງໆ ​ແລະ​ງານ​ອື່ນໆ​ອີກ ​ເພື່ອສະຫລອງ​ວັນ​ເກີດ​ຄົບຮອບ 69 ປີ​ຂອງ​ທ່ານ​ກິມ. ອົງການ​ຂ່າວ KCNA ຂອງ​ທາງ​ການ​ເກົາຫລີ​ເໜືອ​ກ່າວ​ວ່າ ປະ​ເທດ​ຊາດ​ທັງ​ໝົດ​ແມ່ນ​ຖ້ວມ​ທົ້ນໄປ​ດ້ວຍ​ຄວາມ​ພາກພູມ​ໃຈແລະເບີກບານ​ມ່ວນ​ຊື່ນຢ່າງ​ໃຫຍ່​ຫລວງ.

ແຕ່​ມີ​ລາຍ​ງານ​ຂ່າວ​ຫລາຍ​ກະ​ແສ​ທີ່​ແນະ​ວ່າ​ລັດຖະບານ​ຕ້ອງ​ໄດ້​ຕັດ​ການ​ຢາຍ​ຂອງຂວັນ​ໃຫ້​ປະຊາຊົນທີ່​ເຄີຍ​ເຮັດ​ມາ​ເປັນ​ປະເພນີ​ນັ້ນ​ອອກຊຶ່ງ​ຂອງຂວັນ​ທີ່​ເຄີຍ​ໃຫ້​ໃນ​ໂອກາດ​ນີ້ ​ແມ່ນ​ມີ​ຕັ້ງ​ແຕ່​ການເພີ່ມ​ອັດຕາ​ອາຫານ​ໃຫ້​ປະຊາຊົນ​ທໍາ​ມະ​ດາ​ສາມັນ ​ໄປ​ຈົນ​ຮອດ​ການ​ເອົາ​ລົດແລະ​ໂມງ ຍີ່​ຫໍ້​ Rolex ລາຄາ​ແພງໃຫ້​ພວກ​ລະດັບ​ຜູ້​ນໍາ.

XS
SM
MD
LG