ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມຸນຕີຕ່າງປະເທດອາຊ່ຽນ ຈະຫາລືກັນ ກ່ຽວກັບ ບັນຫາໄທ-ກໍາປູເຈຍ


ລົດຫຸ້ມເກາະກໍາປູເຈຍ ແລ່ນຜ່ານຖະໜົນສາຍນຶ່ງໃນເມືອງກໍາປົງທົມ ໄປທາງທິດເໜືອກຸງພະນົມເປນ. ວັນທີ 12 ກຸມພາ 2011.
ລົດຫຸ້ມເກາະກໍາປູເຈຍ ແລ່ນຜ່ານຖະໜົນສາຍນຶ່ງໃນເມືອງກໍາປົງທົມ ໄປທາງທິດເໜືອກຸງພະນົມເປນ. ວັນທີ 12 ກຸມພາ 2011.

ບັນດາ​ລັດຖະມຸນຕີ​ຕ່າງປະ​ເທດ​ຈາກ 10 ປະ​ເທດ​ສະມາຊິກ​ກຸ່ມອາ​ຊ່ຽນ ຈະ​ພົບ​ປະກັນ​ໃນ​ວັນ​ອັງຄານ​ມື້​ອື່ນ ​ທີ່​ກຸງ Jakarta ​ເພື່ອ​ພະຍາຍາມ​ຫາ ທາງ​ແກ້​ໄຂ​ບັນຫາ​ການ​ປະ​ເຊີນ​ໜ້າ​ກັນ​ຢ່າງ​ເຄັ່ງ​ຕຶງ​ເລາະ​ຕາມ​ຊາຍ​ແດນລະຫວ່າງ​ໄທ
ແລະ​ກໍາປູ​ເຈຍ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ມອງ​ເບິ່ງ​ການປະຊຸມກັນ ຄັ້ງ​ນີ້​ວ່າເປັນ​ການ​ທົດ​ສອບ​ສະມັດຖະພາບໃນການ​ແກ້​ໄຂ​ບັນຫາ​ຂັດ​ແຍ້ງຂອງກຸ່ມອາ​ຊ່ຽນ ຊຶ່ງ​ບໍ່​ສູ້ເອົາ​ໂຕ​ເອງ​ ໄປພົວ ພັນ​ກັບ​ເລື້ອງ​ບັນຫາ​ຄວາມ​ປອດ​ໄພ​ລະຫວ່າງ​ພວກ​ປະ​ເທດ​ສະມາຊິກ​ດ້ວຍ​ກັນ​ນັ້ນ
.
ທ່ານ Marty Natalegawa ລັດຖະມຸນຕີ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ຊຶ່ງ​ເວລາ​ນີ້​ປະ​ເທດ​ຂອງ​ທ່ານ​ເປັນ​ປະທານ​ໝຸນ
ວຽນ​ຂອງ​ກຸ່ມ​ອາ​ຊ່ຽນ ໄດ້​ຫລິ້ນ​ບົດບາດ​ນໍາພາ​ໃນ​ຄວາມ​ພະຍາຍາມ​ເພື່ອ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ ລະຫວ່າງ​ສອງ​ປະ​ເທດຜ່ອນຄາຍ​ລົງນັ້ນ.ໄທ​ແລະ​ກໍາປູ​ເຈຍຕ່າງ​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ໂດຍ​ມີ​ຄົນ​ຕາຍ​ໄປ 10 ຄົນລວມກັນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ສິບ​ຄົນ​ໃນ​ການ​ສູ້​ລົບ​ກັນ​ເປັນ​ເວລາ 4 ມື້​ໃນ​ເດືອນ​ນີ້

ທ່ານ Natalegawa ​ໄດ້​ໄປ​ຢ້ຽມຢາມ​ນະຄອນຫລວງ​ຂອງ​ທັງ​ສອງ​ປະ​ເທດ​ແລະ​ໄດ້​ຕິດຕາມ​ພວກ​ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຂອງ​ທັງ​ສອງປະ​ເທດ​ໄປ​ຍັງ​ນະຄອນ​ນີວຢອກ ເວລາພວກ​ລັດຖະມຸນຕີ​ເຫລົ່າ​ນັ້ນ​ນໍາເລື້ອງ​ນີ້​ໄປສະ​ເໜີ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ນັ້ນ. ສະພາ​ຄວາມ​ໝັ້ນຄົງ​ໄດ້ຮຽກຮ້ອງໃຫ້​ກຸ່ມ​ອາ​ຊ່ຽນ​ເປັນ​ຜູ້​ນໍາພາ​ໃນ​ການ​ພະຍາມຊອກ​ຫາ​ທາງ​ແກ້​ໄຂ​ກັນ​ໂດຍການ​ເຈລະຈາ​ກັນ​ນັ້ນ.

XS
SM
MD
LG